ຈີນຈະຈັດຕັ້ງເຂດເສດຖະກິດພິເສດແຫ່ງໃໝ່ນອກນະຄອນຫລວງປັກກິ່ງ

- kitchen vibe - ຈີນຈະຈັດຕັ້ງເຂດເສດຖະກິດພິເສດແຫ່ງໃໝ່ນອກນະຄອນຫລວງປັກກິ່ງ

- 1491186594508 960x0 300x199 - ຈີນຈະຈັດຕັ້ງເຂດເສດຖະກິດພິເສດແຫ່ງໃໝ່ນອກນະຄອນຫລວງປັກກິ່ງ
      ຈີນຈະຈັດຕັ້ງເຂດເສດຖະກິດແຫ່ງໃໝ່ນອກນະຄອນຫຼວງປັກກິ່ງ ເຊິ່ງຈະມີລັກສະນະຄ້າຍຄືກັບເຂດເສດຖະ ກິດພິເສດທີ່ຈັດຕັ້ງກ່ອນໜ້ານີ້ຢູ່ນະຄອນເສິນເຈິນ ແລະ ຊຽງໄຮ້. ທັງນີ້ເພື່ອສົ່ງເສີມການຂະຫຍາຍຕົວທາງເສດ ຖະກິດ ແລະ ຫລຸດຄວາມແອອັດຢູ່ນະຄອນຫລວງ.

ພື້ນທີ່ໃໝ່ຊຽງອານ ຫລື ຊຽງອານ ນິວ ແອເຣຍ ຈະຢູ່ແຂວງເຫີເປຍ ຫ່າງຈາກນະຄອນຫລວງປັກກິ່ງໄປທາງ ຕາເວັນຕົກສຽງໃຕ້ປະມານ 100 ກິໂລແມັດ ເຊິ່ງຈະເປັນເຂດເສດຖະກິດແຫ່ງໃໝ່ທີ່ເປັນຄູ່ແຂ່ງກັບເຂດເສດຖະ ກິດພິເສດເສິນເຈິນທີ່ຈັດຕັ້ງຂຶ້ນໃນໄລຍະທົດສະວັດຫລັງປີ 1980 ແລະ ຜູ່ຕົງ ນິວ ແອ ເຣຍ ທີ່ຈັດຕັ້ງຂຶ້ນໃນທົດ ສະວັດຫລັງປີ 1990. ສຳນັກຂ່າວຊິນຮົວຂອງທາງການຈີນລະບຸວ່າ: ການຈັດຕັ້ງເຂດເສດຖະກິດພິເສດແຫ່ງໃໝ່ ນີ້ ເປັນການຕັດສິນໃຈຄັ້ງປະຫວັດສາດ ແລະ ເປັນທາງເລືອກທາງຍຸດທະສາດຂອງຄະນະກຳມະການກາງຂອງພັກ ກອມມູນິດຈີນທີ່ມີປະທານາທິບໍດີ ສີຈິ້ນຜິງ ຂອງຈີນ ເປັນການນຳ ແລະ ມີຄວາມສຳຄັນທາງເສດຖະກິດຂອງຈີນ ໃນໄລຍະ 100 ປີຕໍ່ໜ້າ. ເຈົ້າໜ້າທີ່ຈີນຄາດຫວັງວ່າ: ຊຽງອານ ນິວ ແອເຣຍ ຈະເປັນສູນກາງແຫ່ງໃໝ່ທີ່ຈະຊຸກຍູ້ ການຂະຫຍາຍຕົວທາງເສດຖະກິດຂອງຈີນ, ເຂດເສດຖະກິດແຫ່ງໃໝ່ນີ້ຈະຢູ່ລະຫວ່າງນະຄອນຫລວງປັກກິ່ງ ເມືອງທ່າທຽນຈິນ ແລະ ສືເຈຍຈວງ ເຊິ່ງເປັນເມືອງເອກຂອງແຂວງເຫີເປຍ ໂດຍຈະມີການຂະຫຍາຍເນື້ອທີ່ໃຫ້ໄດ້ 2.000 ຕາກິໂລແມັດ ແລະ ຍັງເປັນຄວາມພະຍາຍາມຫລັງສຸດຂອງຈີນໃນການຫລຸດບັນຫາການຈະລາຈອນ, ມົນ ລະພິດ ແລະ ການຂະຫຍາຍຕົວຂອງປະຊາຊົນທີ່ຢູ່ໃນສະພາບແອອັດ.

- Visit Laos Visit SALANA BOUTIQUE HOTEL - ຈີນຈະຈັດຕັ້ງເຂດເສດຖະກິດພິເສດແຫ່ງໃໝ່ນອກນະຄອນຫລວງປັກກິ່ງ
- 5 - ຈີນຈະຈັດຕັ້ງເຂດເສດຖະກິດພິເສດແຫ່ງໃໝ່ນອກນະຄອນຫລວງປັກກິ່ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!