ໂຣນັນໂດ ໄດ້ລາງວັນນັກເຕະດີເດັ່ນປະຈຳປີ 2017 ຂອງ ຟີຟາ
October 24, 2017 - 4:43 PM




ໂຣນັນໂດ ສ້າງຜົນງານດີ ເດັ່ນຕໍ່ເນື່ອງຈາກປີຜ່ານມາ ດ້ວຍການພາ ຣິນ ມາດຣິດ ໄດ້ ແຊ໊ມລາລີກາ ສະເປນ ເປັນຄັ້ງ ທຳອິດໃນຮອບ 5 ປີ ແລະ ພາ ຣິນ ມາດຣິດ ໄດ້ແຊ໊ມ ຢູຟາ ແຊ໊ມປຽນລີກ ໄດ້ສອງປີຕິດ ຕໍ່ກັນຄັ້ງທຳອິດໃນປະຫວັດ ສາດ.
ສົ່ງຜົນໃຫ້ ໂຣນັນໂດ ໄດ້ ຮັບຄະແນນໂຫວດໄດ້ລາງວັນນີ້ເປັນປີທີສອງຕິດຕໍ່ກັນ ແລະ ເປັນການເອົາຊະນະ ລິໂອເນລ ເມສຊີ ຄູປັບຄົນ ອາເຈນຕິນາ ຈາກ ບາເຊໂລນາ ໄດ້ອີກຄັ້ງ.
+ ສ່ວນລາງວັນອື່ນໆມີ ດັ່ງນີ້:
– ຜູ້ຈັດການທີມດີເດັ່ນ ແຫ່ງປີ: ຊີເນີດີນ ຊີດານ.
– ຜູ້ຮັກສາປະຕູດີເດັ່ນ ແຫ່ງປີ: ຈິອັນລຸຍຈິ ບຸບຟອນ.
– ນັກເຕະຍິງດີເດັ່ນແຫ່ງ ປີ: ເລເຄ ມາເທນ.
– ຜູ້ຈັດການທີມຍິງດີເດັ່ນ ແຫ່ງປີ: ຊາຣິນາ ວີກແມນ.
– ປະຕູດີເດັ່ນແຫ່ງປີ: ໂອ ລິວິເຍ ຊີຣູ.
– ກອງເຊຍດີເດັ່ນແຫ່ງປີ: ກລາສໂກ ເຊລຕິກ.