ທາງເຂດບ້ານນາຄູນ-ໜອງຍາວ ເປ່ເພເປັນບວກເປັນຂຸມເລິກ ສ່ຽງຕໍ່ການເກີດອຸປະຕິເຫດ
June 6, 2024 - 5:30 PM


ວັນທີ 6 ມິຖຸນາ 2024 ນີ້, ຜູ້ໃຊ້ລົດໃຊ້ຖະໜົນສ່ອງແສງວ່າ: ເສັ້ນທາງເຂດບ້ານນາຄູນ-ໜອງຍາວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເປັນບວກເປັນຂຸມນ້ອຍ-ໃຫຍ່ ຫລາຍຈຸດ ສ່ຽງກໍ່ໃຫ້ເກີດອຸປະຕິເຫດຕໍ່ຜູ້ຂັບຂີ່ລົດທີ່ສັນຈອນໄປ-ມາ ເສັ້ນທາງດັ່ງກ່າວ ໂດຍສະເພາະໃນຍາມກາງຄືນ ເນື່ອງຈາກວ່າບໍ່ມີໄຟເຍືອງທາງ.
ສະນັ້ນ, ຈຶ່ງເຕືອນຜູ້ສັນຈອນທີ່ໃຊ້ເສັ້ນທາງດັ່ງກ່າວມີສະຕິລະມັດລະວັງ ເພື່ອບໍ່ໃຫ້ເກີດອຸປະຕິເຫດ. ຝາກເຖິງພາກສ່ວນກ່ຽວຂ້ອງລົງກວດກາ ແລະ ແກ້ໄຂຕາມທາງຄວນດ້ວຍ ເພື່ອໃຫ້ການສັນຈອນໄປ-ມາມີຄວາມສະດວກ ແລະ ປອດໄພ.