ລົດບັນທຸກຕຳທ້າຍລົດພ່ວງ ຢູ່ເສັ້ນທາງຕາດມູນ ເມືອງສີໂຄດຕະບອງ
June 5, 2024 - 9:15 AM


ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສ ປປ ລາວ ລາຍງານວ່າ: ວັນທີ 5 ມິຖຸນາ 2024 ເວລາ 01:17 ໂມງ, ໄດ້ຮັບແຈ້ງວ່າມີເຫດລົດບັນທຸກຕຳທ້າຍລົດພ່ວງ ຢູ່ເສັ້ນທາງຕາດມູນ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
ເມື່ອກູ້ໄພອອກກວດສອບເຫດພົບຜູ້ບາດເຈັບ 1 ຄົນ (ຕິດພາຍໃນລົດ) ເປັນເພດຍິງ ອາຍຸ 20 ປີ ຢູ່ບ້ານດຸງ ເມືອງໄຊທານີ ນະຄອນຫລວງວຽງຈັນ, ອາການຂາຫັກທັງສອງເບື້ອງ, ຂໍ້ຕີນຊ້າຍຫັກ, ມີບາດເປີດຕາມໂຕ ແລະ ຍັງມີສະຕິ
ດັ່ງນັ້ນໜ່ວຍກູ້ໄພຈຶ່ງໄດ້ໃຊ້ເຄື່ອງມືຕັດຖ່າງເພື່ອນຳຄົນເຈັບອອກມາຈາກລົດ ແລ້ວທຳການປະຖົມພະຍາບານຂັ້ນຕົ້ນຈຶ່ງນຳສົ່ງໄປທີ່ໂຮງໝໍ 150 ຕຽງ.