ລົດຄົນລາວ ເສຍຫລັກຕົກຂ້າງທາງ ຢູ່ກາລະສິນປະເທດໄທ ບາດເຈັບ 4 ຄົນ

ລົດຄົນລາວ ເສຍຫລັກຕົກຂ້າງທາງ ຢູ່ກາລະສິນປະເທດໄທ ບາດເຈັບ 4 ຄົນ - 933 - ລົດຄົນລາວ ເສຍຫລັກຕົກຂ້າງທາງ ຢູ່ກາລະສິນປະເທດໄທ ບາດເຈັບ 4 ຄົນ
ລົດຄົນລາວ ເສຍຫລັກຕົກຂ້າງທາງ ຢູ່ກາລະສິນປະເທດໄທ ບາດເຈັບ 4 ຄົນ - kitchen vibe - ລົດຄົນລາວ ເສຍຫລັກຕົກຂ້າງທາງ ຢູ່ກາລະສິນປະເທດໄທ ບາດເຈັບ 4 ຄົນ

ໜ່ວຍກູ້ໄພ ກຸດຫວ້າ ກາລະສິນ ປະເທດໄທ ລາຍງານວ່າ: ວັນທີ 1 ມິຖຸນາ 2024 ເວລາປະມານ 18:00 ໂມງ ໄດ້ຮັບແຈ້ງເຫດວ່າມີລົດ ເສຍຫລັກຕົກລົງຂ້າງທາງ ຢູ່ບໍລິເວນທາງຕັດໃໝ່ບ້ານນາໄຄ້ຣ – ບ້ານກຸດຫວ້າ, ອຳເພີ ກູ່ສິນາຣາຍ, ຈັງຫວັດກາລະສິນ ປະເທດໄທ.

ເມື່ອໜ່ວຍກູ້ໄພອອກກວດສອບເຫດພົບຜູ້ບາດເຈັບ 4 ຄົນເປັນຄອບຄົວດຽວກັນຄື: ເປັນເພດຊາຍ 3 ຄົນ ອາຍຸ 42 ປີ, 11 ປີ ແລະ 10 ປີ ມີບາດແຜຕາມຮ່າງກາຍ, ສ່ວນເພດຍິງ ອາຍຸ 39 ປີ ມີບາດແຜຕາມຕົນຕົວ, ໝົດສະຕິບໍ່ຮູ້ສືກຕົວ ແລະ ກໍາມະຈອນຢຸດເຕັ້ນ, ກູ້ໄພຈຶ່ງໄດ້ເຮັດ CPR ແລະ ໄດ້ປະສານງານກັບໂຮງໝໍມາຮ່ວມປະຕິບັດໜ້າທີ່ຊ່ວຍເຫລືອ.

ລົດຄົນລາວ ເສຍຫລັກຕົກຂ້າງທາງ ຢູ່ກາລະສິນປະເທດໄທ ບາດເຈັບ 4 ຄົນ - Visit Laos Visit SALANA BOUTIQUE HOTEL - ລົດຄົນລາວ ເສຍຫລັກຕົກຂ້າງທາງ ຢູ່ກາລະສິນປະເທດໄທ ບາດເຈັບ 4 ຄົນ

ສ່ວນສາເຫດທີ່ພາໃຫ້ເກີດອຸປະຕິເຫດຄັ້ງນີ້ ຜູ້ຂັບຂີ່ເລົ່າວ່າ: ຕົນເອງ ແລະ ຄອບຄົວໄດ້ຂັບລົດກັບຈາກການທ່ອງທ່ຽວທີ່ເມືອງກາລະສິນ ເພື່ອມຸ່ງໜ້າກັບບ້ານ ຢູ່ ສປປ ລາວ, ເມື່ອມາຮອດຈຸດເກີດເຫດມີຝົນຕົກໜັກ ແລະ ທາງໝື່ນເຮັດໃຫ້ລົດເສຍຫລັກເຈືອກຕົກລົງຂ້າງທາງ.

ລົດຄົນລາວ ເສຍຫລັກຕົກຂ້າງທາງ ຢູ່ກາລະສິນປະເທດໄທ ບາດເຈັບ 4 ຄົນ - 4 - ລົດຄົນລາວ ເສຍຫລັກຕົກຂ້າງທາງ ຢູ່ກາລະສິນປະເທດໄທ ບາດເຈັບ 4 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!