ປູກໄມ້ແລ້ວ ຢ່າລືມບົວລະບັດຮັກສາ ແລະ ປະເມີນຄືນຜົນໄດ້ຮັບ
ໂດຍ: ທິດກໍ່າ
ວັນທີ 1 ເດືອນມິຖຸນາທີ່ຜ່ານມາ ເປັນວັນເດັກນ້ອຍສາກົນ ແລະ ປູກຕົ້ນໄມ້ແຫ່ງຊາດ. ພັກ ແລະ ລັດຖະບານເຮົາໄດ້ເອົາໃຈໃສ່ ໃຫ້ຄວາມສຳຄັນສ້າງຂະບວນການ ຢ່າງກວ້າງຂວາງ ກໍຍ້ອນວ່າຢາກໃຫ້ປະຊາຊົນບັນດາເຜົ່າໂດຍລວມພ້ອມກັນສ້າງລູກຫລານໃຫ້ມີຈິດສໍານຶກຮັກທໍາມະຊາດ ແລະ ສິ່ງແວດລ້ອມ, ພ້ອມກັນອະນຸລັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມອ້ອມຕົວເຮົາໃຫ້ມີການເຕີບໃຫຍ່ແບບຍືນຍົງ, ເພື່ອເຮັດໃຫ້ຕົ້ນໄມ້ປ່າມີປະລິມານນັບມື້ເພີ່ມຂຶ້ນ ສົມກັບວ່າເມືອງລາວອຸດົມສົມບູນຮັ່ງມີດ້ວຍແຫລ່ງທໍາມະຊາດ.
ຫລາຍຂະແໜງການນັບຕັ້ງແຕ່ຂັ້ນສູນກາງຈົນເຖິງທ້ອງຖິ່ນກໍໄດ້ກຳນົດເອົາວັນທີ 1 ມິຖຸນາ ເປັນມື້ສ້າງຂະບວນການປູກຕົ້ນໄມ້ ຢ່າງອຶກກະທຶກນຶກນອງ ໂດຍລັດຖະມົນຕີກະຊວງກະສິກຳເພິ່ນຖະແຫລງວ່າ ໃນມື້ດັ່ງກ່າວນີ້ມີແຜນປູກ 3,5 ລ້ານຕົ້ນ ໃນເນື້ອທີ່ 3.500 ເຮັກຕາ ແລະ ແຜນປູກໝົດປີແມ່ນ 34. ລ້ານຕົ້ນ ໃນເນື້ອທີ່ 42 ພັນ ເຮັກຕາ ຟັງເບິ່ງແລ້ວຮູ້ສຶກເອີບອີ່ມໃຈ ຮອດມື້ມາກໍຄືວ່າເປັນຂະບວນການຢ່າງຍິ່ງໃຫຍ່ ທັງຄິດໃນໃຈວ່າຫາກເຮັດແບບນີ້ຢ່າງຕໍ່ເນື່ອງກັນບໍ່ເຖິງສິບປີ ພວກເຮົາຈະໄດ້ເຫັນປ່າໄມ້ອັນຂຽວສົດງົດງາມອີກຄັ້ງໃນລາວ ແລະ ເປົ້າໝາຍໃຫ້ມີປ່າໄມ້ປົກຫຸ້ມ 70% ທົ່ວປະເທດຄົງບໍ່ແມ່ນເລື່ອງໄກ.
ແຕ່ມາເບິ່ງໃນສະພາບຄວາມເປັນຈິງປັດຈຸບັນນີ້ ເບິ່ງໄມ້ໃນປ່າກໍໝົດໄປໃນແຕ່ລະປີ ຍ້ອນປັດໄຈຫລາຍຢ່າງ ມີທັງຕັດຖືກກົດໝາຍ ຜິດກົດໝາຍ, ມີທັງການຕັດເຮັດໄຮ່ເຮັດສວນ ແລະ ການລັກລອບຕັດຢ່າງກວ້າງຂວາງ. ສ່ວນທີ່ຍັງເຫລືອກໍແມ່ນປ່າສະຫງວນ ແຕ່ເຖິງປານນັ້ນກໍຍັງມີພວກຈັງໄຮທີ່ຫາກິນນໍາໄມ້ພາກັນໄປລັກຕັດແບບຜີປ່າພ້ອມຜີບ້ານ ສະເພາະບ່ອນໃດທີ່ເປັນເຂດອະນຸລັກຢ່າງເຂັ້ມງວດ, ມີອົງການສາກົນເຂົ້າຊ່ວຍເຫລືອນັ້ນກໍຍັງພໍໄຄແດ່ ຍ້ອນວ່າມີການກວດກາເປັນໄລຍະ.
ສິ່ງທີ່ທິດກໍ່າຢາກເວົ້າຢໍ້າແລ້ວຢໍ້າອີກ ນັ້ນກໍຄື ເມື່ອສ້າງຂະບວນການປູກໄມ້ແລ້ວ, ພວກເຮົາໄດ້ລົງທຶນລົງຮອນ, ເສຍສະຫລະເຫື່ອແຮງ ແລະ ສູນເສຍງົບປະມານໄປຫລາຍແລ້ວ ຢາກໃຫ້ມີການບົວລະບັດຮັກສາ ສ້າງສະພາບເອື້ອອຳນວຍແກ່ການຈະເລີນເຕີບໂຕຂອງຕົ້ນໄມ້, ສ້າງສິ່ງປ້ອງກັນບໍ່ໃຫ້ສັດສາວາສິ່ງທຳລາຍ ແລະ ມີການປະເມີນຄືນຢ່າງຄັກແນ່ວ່າຜົນໄດ້ຮັບຈາກການປູກປີຜ່ານມາຍັງເຫລືອຈັກຕົ້ນ ແລ້ວຈະເຮັດແນວໃດໃຫ້ມັນໃຫຍ່ ແລະ ໄດ້ຜົນສູງທີ່ສຸດ ບໍ່ແມ່ນການປູກແລ້ວກໍແລ້ວໄປ ພໍຮອດປີໜ້າຟ້າໃໝ່ ກໍຂຸ້ນຂ້ຽວ ປຸກລະດົມ ສ້າງຂະບວນການກັນປູກອີກ ລາຍບໍ່ດີປູກໃສ່ບ່ອນເກົ່າ ຂຸມເກົ່າກໍມີ ອັນນີ້ຢາກໃຫ້ເບິ່ງຄືນແທ້ໆ ເຊິ່ງບັນຫາຫົວໜ້າກົມປ່າໄມ້ກໍໄດ້ເວົ້າວ່າ ພາກເອກະຊົນປູກມີອັດຕາການລອດຕາຍ ປະມານ 44-90% ສ່ວນພາກລັດນັ້ນບໍ່ໄດ້ເວົ້າເຖິງ ອັນນີ້ກໍໜ້າເປັນຫ່ວງ.
ຢ່າງໃດກໍຕາມ ເພື່ອເຮັດໃຫ້ບັນລຸເປົ້າໝາຍ ພວກເຮົາຕ້ອງມີຫລາຍປັດໄຈ ຄືນັ້ບຕັ້ງແຕ່ການປຸກລະດົມໃຫ້ເປັນນໍ້າໜຶ່ງໃຈດຽວ, ຮູ້ອະນຸລັກຮັກສາປ່າໄມ້ ປູກຈິດສຳນຶກໃຫ້ທຸກໆຮຸ່ນຄົນເຂົ້າໃຈຢ່າງເລິກເຊິ່ງ, ສ້າງຂະບວນການປູກ ເຮັດແນວໃດໃຫ້ໄດ້ຮັບຜົນຫລາຍທີ່ສຸດ ແລະ ພາກສ່ວນກ່ຽວຂ້ອງກໍຕ້ອງເອົາໃຈໃສ່ເຂັ້ມງວດ ແລ້ວປະເມີນເພື່ອສືບຕໍ່ແກ້ໄຂໃນປີຕໍ່ໄປ ເຊື່ອແດ່ວ່າຫາກທຸກຄົນພ້ອມກັນ ເປົ້າໝາຍຂອງພວກເຮົາຈະຢູ່ອີກບໍ່ໄກ ແລະ ຜົນປະໂຫຍດສູງສຸດກໍຈະຕົກມາສູ່ພວກເຮົາທຸກຄົນ.