ກົມທີ່ດິນ ຈະບໍ່ອອກໃບຕາດິນ ໃຫ້ຜູ້ປະກອບການຈັດສັນດິນຂາຍທີ່ບໍ່ມີໃບອະນຸຍາດ


ໃນວັນທີ 30 ພຶດສະພາ 2024 ນີ້, ທ່ານ ວິລະນະ ສອນນະສິນ ຫົວໜ້າກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ໃຫ້ສຳພາດກ່ຽວກັບການອອກແຈ້ງການຫ້າມອອກໃບຕາດິນໃໝ່ໃຫ້ຜູ້ປະກອບການ ຊື້-ຂາຍ ດິນຈັດສັນທີ່ບໍ່ມີໃບອະນຸຍາດດໍາເນີນທຸລະກິດກ່ຽວກັບທີ່ດິນ ວ່າ: ເພື່ອແນໃສ່ຄຸ້ມຄອງການຊື້-ຂາຍທີ່ດິນ ແລະ ແມ່ນຄວາມພະຍາຍາມໜຶ່ງຂອງພັກ, ລັດຖະບານ ກໍຄື ກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແນໃສ່ຕ້ານການຟອກເງິນ ຈາກການຄ້າຂາຍອາວຸດ, ຄ້າຢາເສບຕິດ ແລະ ການກະທໍາຜິດອື່ນໆ ທີ່ໄດ້ເງິນ ແລ້ວຊື້ທີ່ດິນ ແລະ ອອກໃບຕາດິນໃໝ່ ນັ້ນແມ່ນການກະທໍາທີ່ລະເມີດ ກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ພ້ອມນີ້, ຍັງເປັນການຫັນເອົາບຸກຄົນ, ນິຕິບຸກຄົນ ທີ່ຍັງລະເມີດກົດໝາຍວ່າດ້ວຍທີ່ດິນ ໃຫ້ເຂົ້າສູ່ການຄຸ້ມຄອງຢ່າງລວມສູນ ເພື່ອເພີ່ມການເກັບລາຍຮັບຈາກການດໍາເນີນທຸລະກິດ ກ່ຽວກັບທີ່ດິນ, ຕ້ານການຟອກເງິນ, ປ້ອງກັນຂໍ້ຂັດແຍ່ງທີ່ດິນ ຈາກການດໍາເນີນທຸລະກິດກ່ຽວກັບທີ່ດິນ ລະຫວ່າງ ຜູ້ຂາຍດິນຈັດສັນ ແລະ ຜູ້ຊື້.
ສຳລັບຜູ້ດໍາເນີນທຸລະກິດກ່ຽວກັບທີ່ດິນ ກໍຄື ຜູ້ຊື້ ແລະ ຂາຍສິດນຳໃຊ້ທີ່ດິນ ດ້ວຍທຶນຂອງຕົນເອງ ເປັນຕົ້ນ ການຊື້-ຂາຍ ສິດນຳໃຊ້ທີ່ດິນ ເພື່ອຂາຍເກງກຳໄລ ຫລື ຈັດສັນທີ່ດິນແບ່ງຂາຍ ເປັນຕອນ ແມ່ນຕ້ອງໄດ້ຂໍອະນຸຍາດດໍາເນີນທຸລະກິດກ່ຽວກັບທີ່ດິນນໍາກົມທີ່ດິນ ຫລື ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຕາມໃບທະບຽນວິສາຫະກິດ ເພື່ອຈະໄດ້ກວດກາແຫລ່ງທຶນທີ່ລູກຄ້າມາຊື້ໄດ້ຈາກໃສ, ແນໃສ່ປ້ອງກັນການຂາຍດິນໃຫ້ຜູ້ທີ່ຄ້າຢາເສບຕິດ, ຄ້າອາວຸດ ແລະ ອື່ນໆ. ສໍາລັບ ກໍລະນີ ພໍ່ແມ່ ມອບສິດນໍາໃຊ້ທີ່ດິນ ໃຫ້ລູກຫລານ ຫລື ບຸກຄົນ ໂອນສິດນໍາໃຊ້ທີ່ດິນ (ໝົດຕອນ, ແບ່ງຂາຍບາງຕອນ) ເພື່ອແກ້ໄຂສະພາບຫຍຸ້ງຍາກຂອງຄອບຄົວ, ເພື່ອມີທຶນຮອນສໍາລັບປະກອບທຸລະກິດ ເຊິ່ງບໍ່ແມ່ນເຈດຕະນາຈັດສັນທີ່ດິນຂາຍ ເພື່ອເກັງກໍາໄລ ແມ່ນບໍ່ຈໍາເປັນຂໍອະນຸຍາດດໍາເນີນທຸລະກິດ ກ່ຽວກັບທີ່ດິນ.
ຂໍ້ມູນ: ປະເທດລາວ