ໂຈນກໍ່ເຫດລັກລົດຈັກທ່ານໝໍ ຢູ່ໂຮງໝໍເມືອງ ໂພນໂຮງ ແຂວງວຽງຈັນ
May 28, 2024 - 4:28 PM


ເວລາປະມານ 05:18 ນາທີ ຂອງວັນທີ 28 ພຶດສະພາ 2024 ນີ້, ໄດ້ມີໂຈນເພດຊາຍຄົນໜຶ່ງເຂົ້າໄປລັກລົດຈັກຂອງທ່ານໝໍທີ່ເຂົ້າປະຈຳການຢູ່ໂຮງໝໍເມືອງ ບ້ານໜອງປຸ່ງ ເມືອງໂພນໂຮງ ແຂວງວຽງຈັນ ດ້ວຍການໃຊ້ຄີມຕັດເຫລັກໃຫຍ່ໜຶ່ງອັນ ເຂົ້າມາເລືອກເອົາລົດແບບໃຈເຢັນ ແລະ ສາມາດລັກເອົາລົດຈັກຮອນດ້າເວບຮ້ອຍ ສີຂຽວດຳ ປ້າຍທະບຽນ ຈຕ 0401 ວຽງຈັນ.
ຖ້າທ່ານໃດຮູ້ເບາະແສ ຫລື ມີຂໍ້ມູນຂອງໂຈນບຸກຄົນດັ່ງກ່າວຂໍໃຫ້ເຂົ້າແຈ້ງຕໍ່ເຈົ້າໜ້າທີ່ ຫລື ແຈ້ງຫາເບີໂທ 020 7612 5833 ເພື່ອນຳຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ ແລະ ທັງເປັນການສະກັດກັ້ນບໍ່ໃຫ້ບຸກຄົນດັ່ງກ່າວໄປກໍ່ເຫດລັກຂອງຄົນອື່ນອີກຕໍ່ໄປ.