ລູກເຂີຍຜູ້ນຳອາເມລິກາຢ້ຽມຢາມອີຣັກໃນຕຳແໜ່ງທີ່ປຶກສາທຳນຽບຂາວ
April 3, 2017 - 6:45 PM


ເຈົ້າໜ້າທີ່ອາເມລິກາຖະແຫລງວ່າ: ທ່ານ ຄຸນເນີ ເດີນ ທາງພ້ອມ ພົນເອກ ໂຈ ດັນຟອດ ປະທານຄະນະເສນາ ທິການທະຫານຮ່ວມອາເມລິກາ ເຊິ່ງເຊີນທ່ານເຂົ້າຮ່ວມນຳ. ເຖິງຢ່າງໃດກໍຕາມ ຍັງບໍ່ມີລາຍລະອຽດຂອງກຳນົດ ການຢ້ຽມຢາມຄັ້ງນີ້, ແຕ່ຄາດວ່າບັນຫາການປາບປາມກຸ່ມລັດອິສລາມ (IS) ຈະເປັນຫົວຂໍ້ສຳຄັນໃນການຫາລື. ອາ ເມລິກາເປັນຜູ້ນຳກອງກຳລັງສາກົນໃນການປາບປາມກຸ່ມ IS ໂດຍໃຊ້ປະຕິບັດການໂຈມຕີທາງອາກາດ ເພື່ອເປັນ ກອງໝຸນກອງກຳລັງອີຣັກໃນປະຕິບັດການພາກພື້ນດິນ ແລະ ພວມສູ້ຮົບກັນທາງຕາເວັນຕົກຂອງເມືອງໂມຊຸນ ເຮັດໃຫ້ພົນລະເຮືອນຕ້ອງອົບພະຍົບກວ່າ 200.000 ຄົນ. ສຳລັບທ່ານ ຄຸນເນີ ບໍ່ເຄີຍມີປະສົບການໃນການບໍລິ ຫານງານລັດຖະບານເຊັ່ນດຽວກັບປະທານາທິບໍດີ ທຣຳ, ແຕ່ເລີ່ມມີບົດບາດຫລາຍຂຶ້ນ ແລະ ເປັນໜຶ່ງໃນບຸກຄົນ ທີ່ມີອິດທິພົນທີ່ສຸດໃນລັດຖະບານວໍຊິງຕັນ.