ກອງປະຊຸມສໍາມະນາ “ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆໃນການຮ່ວມມືອາຊຽນ”


ໃນວັນທີ 20 ຕຸລາ ຜ່ານມານີ້, ຄະນະຊາວໜຸ່ມ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ “ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆໃນການຮ່ວມມືອາຊຽນ” ຂຶ້ນທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດຄົບຮອບ 72 ປີ ວັນການທູດລາວ, ຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 20 ປີ ທີ່ລາວເຂົ້າເປັນສະມາຊິກອາຊຽນ. ໂດຍການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ກໍາມະການຄະນະບໍລິຫານງານສູນກາງ ຊປປລ, ເລຂາຄະນະບໍລິຫານງານຊາວໜຸ່ມ ທັງເປັນຫົວໜ້າກົມ ອົງການຈັດຕັ້ງສາກົນ, ມີທ່ານ ອາລຸນໄຊ ສູນນະລາດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ຊປປລ, ຫົວໜ້າກົມອາຊຽນ, ຫົວໜ້າກອງເລຂາອາຊຽນແຫ່ງຊາດ, ບັນດາຮອງກົມ ແລະ ຊະມາຊິກຊາວໜຸ່ມ ຈາກກະຊວງ ແລະ ອົງການຈັດຕັ້ງອ້ອມຂ້າງສູນກາງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການບັນຍາຍຈາກບັນດານັກສໍາມະນາກອນ ກ່ຽວກັບສະພາບການຮ່ວມມື, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ພາຍໃຕ້ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ປະຊາຄົມ-ເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ພ້ອມທັງການພົວພັນກັບພາຍນອກຂອງອາຊຽນ, ໃນນັ້ນ ນັກສໍາມະນາກອນຍັງໄດ້ຍົກໃຫ້ເຫັນຜົນສໍາເລັດອັນພົ້ນເດັ່ນຂອງອາຊຽນ ຕະຫຼອດໄລຍະ 5 ທົດສະຫວັດຜ່ານມາ ໂດຍສະເພາະແມ່ນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ອັນເປັນການສ້າງເງື່ອນໄຂ ທີ່ເອື້ອອໍານວຍໃຫ້ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດໃນພາກພື້ນ ກໍຄືການເຊື່ອມໂຍງເສດຖະກິດພາກພື້ນອາຊຽນ ຈົນກ້າວໄປສູ້ການສ້າງປະຊາຄົມອາຊຽນ ໃນວັນທີ 31 ທັນວາ 2015. ນອກນັ້ນ ຍັງຍົກໃຫ້ເຫັນຜົນສໍາເລັດ ແລະ ການປະກອບສ່ວນຂອງ ສປປ ລາວ ເຂົ້າໃນວຽກງານອາຊຽນ ຕະຫຼອດ 20 ປີ ຜ່ານມາ. ພ້ອມທັງມີການແລກປ່ຽນຄໍາຄິດເຫັນກ່ຽວກັບ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ພາຍໃຕ້ຂອບການຮ່ວມມືຂອງຂະແໜງ ເພື່ອໃຫ້ບັນດາອ້າຍນ້ອງຊາວໜຸ່ມເຂົ້າໃຈ ແລະ ກໍາໄດ້ສະພາບການໃນເວລາໄປເຄື່ອນໄຫວວຽກງານອາຊຽນເຊັ່ນ: ການຮັດແຄບຄວາມແຕກໂຕນພາຍໃນອາຊຽນ, ບັນຫາອາດສະຍາກໍາຂາດຊາດ, ສິດທິມະນຸດ, ວຽກງານຊາວໜຸ່ມ, ການສຶກສາ ແລະ ການບັນເທົາທຸກໄພພິບັດເປັນຕົ້ນ ແລະ ຊຸກຍູ້ໃຫ້ອ້າຍນ້ອງຊາວໜຸ່ນ ຈາກບັນດາກະຊວງ ແລະ ອົງການຈັດຕັ້ງອ້ອມຂ້າງສູນກາງ ທີ່ຮັບຜິດຊອບວຽກງານອາຊຽນ ເປັນເຈົ້າການ ເພື່ອຍາດແຍ່ງເອົາຜົນປະໂຫຍດໃນຂອບການຮ່ວມມືອາຊຽນ ມາສູ່ລາວເຮົາ.
ໃນໂອກາດດັ່ງກ່າວ ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ການເອົາໃຈໃສ່ຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ໃກ້ສິດຕິດແທດ ແລະ ຊີ້ນໍາ-ນໍາພາ ໂດຍກົງຮອບດ້ານ ຕໍ່ຄະນະຊາວໜຸ່ມຂອງກະຊວງດັ່ງກ່າວ ເຮັດໃຫ້ຊາວໜຸ່ມທົ່ວກະຊວງ ໄດ້ຮັບການສຶກສາອົບຮົມ, ລະບົບການຈັດຕັ້ງມີການປັບປຸງໃຫ້ໜັກແໜ້ນເຂັ້ມແຂງ, ຂະບວນການຂອງຊາວໜຸ່ມໍມີຄວາມຟົດຟື້ນຕໍ່ເນື່ອງ, ມີຫົວຄິດປະດິດສ້າງ ສາມາດຫຼໍ່ຫຼອມກໍາລັງສືບທອດຂອງ ພັກ-ລັດ ໃນຂະບວນການຕົວຈິງ ສົມແລ້ວທີ່ໄດ້ເປັນຄະນະຊາວໜຸ່ມນາມມະຍົດ 4 ບຸກ ແລະ ຍ້ອງຍໍຊົມເຊີຍການຈັດກອງປະຊຸມສໍາມະນາຄັ້ງນີ້ ເປັນຂະບວນການທີ່ມີເນື້ອໃນ ໃນໂອກາດວັນສໍາຄັນທາງປະຫວັດສາດ ຊຶ່ງການປະກອບສ່ວນສໍາຄັນໃນການສ້າງຄວາມເຂັ້ແຂງໃຫ້ຊາວໜຸ່ມເຂົ້າຮ່ວມຂະບວນການສ້າງປະຊາຄົມອາຊຽນ ໃນເງື່ອນໄຂເຊື່ອມໂຍງໃນທ່າເປັນເຈົ້າການ.