ສສຊ ເປັນຫວ່ງຄູອາສາເຂດຊົນນະບົດ
ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນໃນປັດຈຸບັນນີ້, ເຫັນວ່າມີຫລາຍບັນຫາພົ້ນເດັ່ນທີ່ສະມາຊິກສະພາແຫ່ງຊາດໃນແຕ່ລະເຂດເລືອກຕັ້ງໄດ້ຍົກຂຶ້ນສະເໜີຕໍ່ລັດຖະບານ ກໍຄືສະພາແຫ່ງຊາດເພື່ອຄົ້ນຄວ້າພິຈາລະນາແກ້ໄຂ ແລະ ໜຶ່ງໃນນັ້ນແມ່ນບັນຫາຊາຕາກໍາຂອງຄູອາສາສະໝັກທີ່ສິດສອນຢູ່ເຂດຊົນນະບົດຫ່າງໄກສອກຫລີກທີ່ມີຄວາມຫຍຸ້ງຍາກລໍາບາກ ແລະ ບໍ່ມີຄວາມແນ່ນອນວ່າຈະເປັນລັດຖະກອນເມື່ອໃດ.
ບັນຫາດັ່ງກ່າວ, ສສຊ ໄດ້ຖືກຍົກຂຶ້ນມາສະເໜີໃນວາລະຂອງການປະກອບຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປີ 2017 ແລະ ແຜນການໃນປີຕໍ່ໄປ, ໂດຍ ສສຊ ໄດ້ສະເໜີລັດຖະບານຄົ້ນຄວ້າພິຈາລະນານະໂຍບາຍຊຸກຍູ້ສົ່ງເສີມຄູສອນຢູ່ເຂດຊົນນະບົດຫ່າງໄກຊອກຫລີກໃຫ້ເໝາະສົມກວ່າເກົ່າ, ລວມທັງການຈັດສັນໂຄຕາລັດຖະກອນໃຫ້ມີຄວາມຍຸຕິທໍາ, ເພາະໄລຍະຜ່ານມາເຫັນວ່າມີຄູອາສາສະໝັກຫລາຍຄົນທີ່ສິດສອນຢູ່ເຂດຫ່າງໄກມາຫລາຍປີແຕ່ຍັງບໍ່ໄດ້ຮັບໂຄຕາລັດຖະກອນ ແລະ ກົງກັນຂ້າມພັດເຫັນວ່າຄູສອນຢູ່ຕົວເມືອງແມ່ນຈະໄດ້ໂຄຕາລັດຖະກອນໄວກວ່າ.
ດັ່ງທ່ານນາງ ສູນໄຖ ໄຊຍະແສງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີຄຳເຫັນວ່າ: ສາລະວັນເປັນແຂວງໜຶ່ງທີ່ມີຕົວເລກການປະລະການຮຽນສູງ, ເຊິ່ງມີສາເຫດມາຈາກສະພາບຄອບຄົວທຸກຍາກ, ໂຮງຮຽນຢູ່ຫ່າງໄກ ແລະ ບໍ່ມີຫໍພັກໃຫ້ນັກຮຽນທີ່ຢູ່ເຂດຫ່າງໄກ ແລະ ອີກບັນຫາສໍາຄັນໜຶ່ງແມ່ນສະພາບຂາດເຂີນຄູສອນຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນຍ້ອນສະພາບຄູສອນລາອອກ, ສະນັ້ນສະເໜີລັດຖະບານຄວນຄົ້ນຄວ້າວິທີທາງແກ້ໄຂ ແລະ ຈັດສັນງົບປະມານເຂົ້າໃນການສົ່ງເສີມຄູໃນເຂດຊົນນະບົດໃຫ້ມີຊິວີດການເປັນຢູ່ດີຂຶ້ນກວ່າເກົ່າ.
ຂະນະທີ່ທ່ານນາງ ແສງສຸວັນ ຊຸຍພະສິດ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ສະເໜີວ່າ: ປັດຈຸບັນສະພາບການສຶກສາ ໃນເຂດຊົນນະບົດຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານ, ໂດຍສະເພາະຫລາຍທ້ອງຖິ່ນຍັງມີຄວາມຕ້ອງການຄູເປັນຈຳນວນຫລາຍ ເພື່ອມາຮັບໃຊ້ວຽກງາການສິດສອນລູກຫລານ, ແຕ່ສັງເກດເຫັນວ່າຜ່ານມາຢູ່ຫລາຍທ້ອງຖິ່ນມີຄູອາສາສະໝັກຈໍານວນບໍ່ໜ້ອຍຍັງບໍ່ທັນໄດ້ເປັນລັດຖະກອນ, ຈຶ່ງເຮັດໃຫ້ມີສະພາບການຂາດເຂີນຄູ, ໂຮງຮຽນບາງແຫ່ງມີຄູປະຈຳພຽງແຕ່ 2-3 ຄົນ ແລະ ນັບແຕ່ປີ 2015 ເປັນຕົ້ນມາ, ຫລາຍໂຮງຮຽນໃນເຂດຊົນນະບົດແມ່ນບໍ່ຮັບຄູອາສາສະໝັກ, ຈຶ່ງສະເໜີໃຫ້ລັດຖະບານຄົ້ນຄວ້າການເພີ່ມໂກຕາລັດຖະກອນໃຫ້ຄູຢູ່ເຂດຊົນນະບົດຕື່ມ.
ທ່ານນາງ ມະນີວັນ ເຢຍປາວເຣີ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງຫົວພັນ ໄດ້ມີຄຳເຫັນວ່າ: ປັດຈຸບັນ, ມີຫລາຍທ້ອງຖິ່ນພົບບັນຫາຂາດເຂີນຄູສອນ, ເຊິ່ງຜ່ານມາເຖິງວ່າລັດຖະບານໄດ້ຈັດສັນໂຄຕາລັດຖະກອນໃຫ້ຂະແໜງການສຶກສາເປັນຈໍານວນຫລາຍ, ແຕ່ປາກົດວ່າບໍ່ໄດ້ບັນຈຸເຂົ້າໃນຂົງເຂດວຽກງານທີ່ມີຄວາມຈຳເປັນ, ໂດຍສ່ວນໃຫຍ່ຈະຈັດສັນໃຫ້ໃນວຽກງານອື່ນ ແລະ ໃນເຂດຕົວເມືອງ, ຊຶ່ງເປັນສາເຫດໜຶ່ງທີ່ມີສະພາບຄູເຫລືອບໍ່ພໍ. ຂະນະດຽວກັນ, ວຽກງານດ້ານການສຶກສາກໍຍັງມີການເລືອກເຂົ້າຮຽນສາຍປະລິນຍາຕີຫລາຍກວ່າຮຽນວິຊາຊີບ, ຍ້ອນບໍລິສັດຕ່າງໆໄດ້ພາກັນຕັ້ງເງື່ອນໄຂໃນການສະໝັກວຽກ ໂດຍກຳນົດເອົາແຕ່ຜູ້ທີ່ຮຽນຈົບປະລິນຍາຕີເທົ່ານັ້ນ ຈຶ່ງເຮັດໃຫ້ນັກສຶກສາເກີດມີແນວຄິດຢາກເຂົ້າຮຽນໃນສາຍປະລິນຍາຕີຫລາຍກວ່າສາຍວິຊາຊີບເຖິງວ່າທາງລັດຖະບານໄດ້ມີການເພີ່ມທຶນການສຶກສາໃນສາຍວິຊາຊີບຕື່ມແຕ່ກໍຍັງມີຄົນຮຽນໜ້ອຍ.