ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2024

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2024 - 445355665 976336587835491 7177291003369633442 n - ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2024
ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2024 - kitchen vibe - ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2024

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2024 ລະຫວ່າງວັນທີ 23-24 ພຶດສະພາ 2024 ທີ່ສໍານັກງານນາຍົກ ລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດ  ຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນ ຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2024.

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2024 - 445180308 976336627835487 4751897380369301882 n 1024x894 - ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2024

ທ່ານ ປອ. ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ບັນດາວາລະ ດັ່ງນີ້:

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2024 - Visit Laos Visit SALANA BOUTIQUE HOTEL - ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2024

ວາລະທີ 1. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ ການສະຫຼຸບວຽກງານພົ້ນເດັ່ນ ຂອງລັດຖະບານປະຈໍາເດືອນພຶດ ສະພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2024 ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ. ສຳລັບຂໍ້ສະເໜີຂອງທ້ອງຖິ່ນ ແມ່ນໃຫ້ຂະແໜງການກ່ຽວຂ້ອງ ລົງເລິກຄົ້ນຄວ້າພິຈາລະນາແກ້ໄຂ, ຖ້າບັນຫາໃດພົວພັນກັບຫຼາຍຂະແໜງການ ແມ່ນມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນໃຈກາງປະຊຸມປຶກສາຫາລື ເພື່ອເປັນເອກະພາບກັນ ແລ້ວລາຍງານລັດຖະບານພິຈາລະນາ. ພ້ອມກັນນີ້ ໃຫ້ຂະແໜງການກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ວຽກງານຈຸດສຸມໃນເດືອນມິຖຸນາ ດັ່ງນີ້:

ສືບຕໍ່ປະຕິບັດບັນດາແຜນງານ, ໂຄງການ ແລະ ແຜນວຽກຈຸດສຸມອັນລະອຽດ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ເພື່ອປົກປັກຮັກສາຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍປອດໄພໃນສັງຄົມ ໃຫ້ແຂງແຮງກວ່າເກົ່າ ໂດຍສະເພາະ ໃນໄລຍະດຳເນີນກອງປະຊຸມປິ່ນອ້ອມຂອງກອງປະຊຸມອາຊຽນ; ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນສັງ ຄົມ ເປັນຕົ້ນ ການປຸ້ນຈີ້ລັກຊັບ, ການຄ້າມະນຸດ ແລະ ອື່ນໆ; ສະກັດກັ້ນການກໍ່ອາດຊະຍາກຳທາງໄຊເບີ, ປ້ອງກັນ ແລະ ຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ ແລະ ອື່ນໆ.

ສຸມໃສ່ກະກຽມຄວາມພ້ອມດ້ານເນື້ອໃນ ບັນດາບົດລາຍງານ ທີ່ຈະລາຍງານຕໍ່ກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX.

ຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ໂດຍຈັດຕັ້ງປະຕິບັດຕາມການແບ່ງຄວາມຮັບຜິດຊອບໃນ ມະຕິຂອງລັດຖະບານ ສະບັບເລກທີ 05/ລບ, ລົງວັນທີ 21 ພຶດສະພາ 2024.

ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ໂດຍສະເພາະ ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິ ສະບັບເລກທີ 19/ກມສພ ໃຫ້ປະກົດຜົນເປັນຈິງ ໂດຍເລັ່ງຈັດຕັ້ງປະຕິບັດບັນດາມາດຕະການ ທີ່ຄະນະສະເພາະກິດໄດ້ວາງອອກໃໝ່, ລວມທັງ ມາດຕະການແກ້ໄຂ ແລະ ຮັບປະກັນການສະໜອງໄຟຟ້າ ແລະ ນໍ້າມັນເຊື້ອໄຟໃຫ້ພຽງພໍ.

ສືບຕໍ່ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງກົມມການເມືອງສູນກາງພັກ ຕາມແຈ້ງການສະບັບເລກທີ 39/ຫສພ, ລົງວັນທີ 23 ເມສາ 2024 ຢ່າງເຂັ້ມງວດ ໂດຍປະຕິບັດມາດຕະການແກ້ໄຂ ລວມ ທີ່ລັດຖະບານວາງອອກໃໝ່ ກ່ຽວກັບໂຄງການບໍ່ແຮ່, ລວມທັງ ປັບປຸງມາດາຕະການຄຸ້ມຄອງຜະລິດຕະພັນແຮ່ທາດ, ສືບຕໍ່ຕິດຕາມໂຄງການບໍ່ແຮ່ ໃນຂອບເຂດທົ່ວປະເທດ ໃຫ້ປະຕິບັດຖືກຕ້ອງຕາມມາດຕະຖານເຕັກນິກ, ສັນຍາສຳປະທານ ແລະ ມາດຕະການປົກຮັກສາສິ່ງແວດລ້ອມ ຢ່າງເຂັ້ມງວດ.

ໃຫ້ຄົ້ນຄວ້າການບໍລິຫານຈັດການສາຍການບິນພາຍໃນ ເພື່ອຂະຫຍາຍຖ້ຽວບິນໄປໄດ້ຫຼາຍແຂວງຂຶ້ນຕື່ມ ໂດຍສະເພາະ ແຂວງທີ່ມີທ່າແຮງການທ່ອງທ່ຽວ. 

ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 11/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ໃຫ້ແຂງແຮງກວ່າເກົ່າ, ພ້ອມທັງ ກວດກາປະເມີນບັນດາມາດຕະການຕໍ່ຜູ້ທີ່ລະເມີດຄຳສັ່ງດັ່ງກ່າວ ຖ້າເຫັນວ່າມີອັນຈຳເປັນກໍໃຫ້ປັບປຸງ ໃຫ້ເໝາະສົມ.

ໃຫ້ເອົາໃຈໃສ່ຕິດຕາມ ສະພາບການປ່ຽນແປງຂອງດິນຟ້າອາກາດ ກໍ່ຄືໄພພິບັດທາງທໍາມະຊາດ ທີ່ອາດເກີດຂຶ້ນ ພ້ອມທັງ ແຈ້ງເຕືອນໃຫ້ປະຊາຊົນຮັບຊາບ ແລະ ກະກຽມຮັບມືຢ່າງທັນການ; ພ້ອມກັນນີ້ ກໍ່ໃຫ້ສືບຕໍ່ກະກຽມແນວພັນ ແລະ ປັດໃຈການຜະລິດ ເພື່ອສະໜອງໃຫ້ແກ່ການຜະລິດເຂົ້ານາປີ ແລະ ປູກພືດລະດູຝົນ ປີ 2024. ຄຽງຄູ່ກັນນີ້ ກໍ່ໃຫ້ຕິດຕາມ, ເຝົ້າລະວັງ, ຕ້ານ, ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂ ການລະບາດຂອງພະຍາດພືດ-ສັດ ທີ່ອາດຈະເກີດຂຶ້ນຕາມລະດູການ

ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເປັນເຈົ້າພາບກອງປະຊຸມອາຊຽນ ໂດຍຫັນເອົາ 9 ວຽກບູລິມະສິດ ເປັນໜ້າວຽກຕົວຈິງ, ພ້ອມນັ້ນ ກໍໃຫ້ເລັ່ງປັບປຸງບັນດາສະຖານທີ່ ແລະ ເສັ້ນທາງ ໃຫ້ມີຄວາມພ້ອມ ແລະ ສະອາດຈົບງາມ.

ວາລະທີ 2: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການປັບໄໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບປ່າໄມ້ ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງດຳລັດ, ການກຳນົດຄ່າປັບໄໝຜູ້ກະທຳຜິດ ໃຫ້ສອດຄ່ອງກວ່າເກົ່າ, ກໍານົດເນື້ອໃນເພີ່ມ ກ່ຽວກັບການຟື້ນຟູປ່າໄມ້ຫຼັງຈາກຖືກທຳລາຍ ແລະ ພາກສ່ວນຮັບຜິດຊອບຄຸ້ມຄອງການຟື້ນຟູປ່າໄມ້, ປັບປຸງການຂຽນບາງປະໂຫຍກ ໃຫ້ຮັດກຸມຂຶ້ນຕື່ມ, ລວມທັງ ການກໍານົດມາດຕະການ ຕໍ່ເຈົ້າໜ້າທີ່ ທີ່ເມີນເສີຍຕໍ່ຄວາມຮັບຜິດຊອບຂອງຕົນ ແລະ ການມີສ່ວນຮ່ວມຂອງສັງຄົມ ໃນວຽກງານດັ່ງກ່າວ, ກຳນົດແຈ້ງ ກ່ຽວກັບການຄຸ້ມຄອງ ແລະ ປັບໄໝ ການນຳໃຊ້ພາຫະນະ, ວັດຖຸອຸປະ ກອນຕ່າງໆ ເຂົ້າໃນການລະເມີດນິຕິກຳ ກ່ຽວກັບປ່າໄມ້.

ວາລະທີ 3: ກອງປະຊຸມໄດ້ພິຈາລະນາ ຮ່າງດໍາລັດ ວ່າດ້ວຍການກວດກາແຮງງານ ແລະ ໄດ້ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ນຳໄປຈັດສຳມະນາລະດົມຄຳຄິດເຫັນຕື່ມ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ ແລະ ລະອຽດຈະແຈ້ງຫຼາຍຂຶ້ນ ບົນພື້ນຖານການຄົ້ນຄວ້າ ແລະ ປັບປຸງ ໃນບັນດາຈຸດ ທີ່ສະມາຊິກລັດຖະບານໄດ້ປະກອບຄຳເຫັນ ເປັນຕົ້ນ ການກຳນົດຈຸດປະສົງ ໃຫ້ສອດຄ່ອງກວ່າເກົ່າ, ການກຳນົດໜ້າວຽກ ໃນເປົ້າໝາຍຂອງການກວດກາໃຫ້ຈະແຈ້ງ ແລະ ຄົບຖ້ວນ, ການນຳໃຊ້ຄຳສັບ ໃຫ້ສອດຄ່ອງກັບຄຳສັບທາງດ້ານກົດໝາຍ, ການກຳນົດສິດ ແລະ ພັນທະ ທັງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ໃຫ້ຈະແຈ້ງ ແລະ ຮັດກຸມຕື່ມ, ກຳນົດເພີ່ມ ກ່ຽວກັບການແກ້ໄຂຜົນຂອງການກວດກາແຮງງານ, ຄົ້ນຄວ້າ ແລະ ຈໍາກັດຊ່ອງຫວ່າງຄວາມແຕກໂຕນ ດ້ານຄ່າແຮງງານ ລະຫວ່າງ ແຮງງານຕ່າງປະເທດ ແລະ ແຮງງານລາວ ໃນເງື່ອນໄຂທີ່ຄວາມຮັບຜິດຊອບໃນໜ້າທີ່ເທົ່າທຽມກັນ, ລວມທັງ ປັບປຸງບັນດາຈຸດ ທີ່ເຫັນວ່າ ແຮງງານລາວ ຍັງເສຍປຽບ. ພາຍຫຼັງປັບປຸງແລ້ວ ຈຶ່ງນຳມາຜ່ານກອງປະຊຸມລັດຖະບານ ພິຈາລະນາຕື່ມອີກ.

ວາລະທີ 4: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການສຶກສາພາກເອກະຊົນ ໂດຍມອບໃຫ້ກະຊວງສຶກສາທິການ ແລະ ກິລາ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ ເພື່ອ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນສູງ ເປັນຕົ້ນ ການກຳນົດຈຸດປະສົງ ໃຫ້ກວມເອົາບັນດາເປົ້າ   ໝາຍ ກໍ່ຄືຄວາມຮຽກຮ້ອງຕ້ອງການໃນການພັດທະນາ ຢ່າງແທ້ຈິງ; ການກຳນົດນະໂຍບາຍສົ່ງເສີມ, ການຍົກເວັ້ນຕ່າງໆ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການກ່ຽວຂ້ອງ ທີ່ໄດ້ປະກາດນໍາໃຊ້ແລ້ວ ລວມທັງ ປັບປຸງຂັ້ນຕອນ ການພິຈາລະນາ,​ ການອະນຸມັດ ໃຫ້ສະດວກ,​ ວ່ອງໄວ; ການກຳນົດປະເພດສະຖານການສຶກສາພາກເອກະຊົນ ໃຫ້ຄົ້ນຄວ້າເປີດກວ້າງຫຼາຍຂຶ້ນຕື່ມ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາໃນອະນາຄົດ.

ວາລະທີ 5: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງລາຍງານຄວາມພ້ອມບັນດາຫົວຂໍ້ ແລະ ເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງລວມມີີ ບົດລາຍງານລວມ ກ່ຽວກັບສະພາບການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ ຂອງລັດຖະບານ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ບົດລາຍງານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຂອງລັດຖະບານ; ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຂອງລັດຖະບານ; ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ ຂອງລັດຖະບານ; ຮ່າງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ການກຳນົດແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າຂອງລັດຖະບານ ຕິດພັນກັບການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການຮັບຮອງເອົາວິໄສທັດຮອດປີ 2024 ແລະ ຍຸດທະສາດ ການພັດທະນາແຮ່ທາດຮອດປີ 2030; ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຂອງລັດຖະບານ ຕິດພັນກັບການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ສະບັບເລກທີ 82/ສພຊ ລົງວັນທີ 30 ທັນວາ 2022 ແລະ ບັນດາຮ່າງກົດໝາຍ ທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX.

ຕໍ່ຮ່າງບົດລາຍງານ ແລະ ບັນດາຮ່າງກົດໝາຍດັ່ງກ່າວ, ກອງປະຊຸມ ໄດ້ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງກ່ຽວຂ້ອງ ປັບປຸງ ໂດຍໃຫ້ອີງໃສ່ບັນດາມະຕິກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ການປະກອບຄໍາເຫັນຂອງສະມາຊິກລັດຖະບານ.

ໃນໂອກາດກ່າວປິດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນຳເອົາແຜນວຽກຈຸດສຸມເດືອນມິຖຸນາ ໄປຫັນເປັນແຜນຈັດຕັ້ງປະຕິບັດວຽກງານຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ, ສອດ ຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂະແໜງການໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ.

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2024 - 444945118 976336834502133 4359714262451471163 n 1024x670 - ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2024

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2024 - 5 - ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2024
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!