ຣ໊ອດເຈີ ພາທີມ ກລາສໂກ ເຊລຕິກ ຄວ້າແຊ໊ມສະກ໊ອດຕິດ ພຣີເມຍລີກ 6 ສະໄໝຕິດຕໍ່ກັນ
April 3, 2017 - 5:26 PM


ສຳນັກຂ່າວຕ່າງປະເທດ ລາຍງານວ່າ ເບຣນແດນ ຣ໊ອດ ເຈີ ອະດີດຜູ້ຈັດການທີມ ລິວີພູລ ໄປສ້າງຊື່ສຽງໃຫ້ກັບຕົວເອງ ດ້ວຍການພາທີມ ກລາສໂກ ເຊລ ຕິກ ຄວ້າແຊ໊ມສະກ໊ອດຕິດ ພຣີ ເມຍລີກ ເປັນສະໄໝທີ 6 ຕິດຕໍ່ ກັນ.
ຫລັງຈາກຖືກ ລິເວີພູລ ປັດ ອອກຈາກຕຳແໜ່ງ ກ່ອນເຂົ້າມາ ຮັບວຽກຜູ້ຈັດການທີມ ກລາສໂກ ເຊລຕິກ ຈົນຫຼ້າສຸດລາວກໍສາ ມາດພາທີມຄວ້າແຊ໊ມໄດ້ອີກຄັ້ງ ຫລັງຈົບເກມທີ່ບຸກໄປຖະຫຼົ່ມ ຮາດ ແບບຂາດລອຍ 5-0.
ສົ່ງຜົນໃຫ້ຕາຕະລາງຄະ ແນນປັດຈຸບັນ ກລາສໂກ ເຊລຕິກ ມີ86 ຈາກການລົງຫຼິ້ນ 30 ນັດ ໜີຫ່າງ ອະເບີດີນ ຮອງຜູ້ນຳເຖິງ 25 ຄະແນນ ຄວ້າແຊ໊ມໄປທັງ ທີ່ເກມການແຂ່ງຂັນອີກ 8 ນັດ ເຊິ່ງ ອະເບີດີນ ບໍ່ສາມາເກັບຄະ ແນນໄດ້ທັນແລ້ວ.
ນອກຈາກນີ້ການຄວ້າແຊ໊ມຂອງ ຣ໊ອດເຈີ ຖືເປັນແຊ໊ມລີກ ລາຍການທຳອິດໃນຊີວິດທີ່ລາວ ເຮັດໄດ້ ຫລັງຈາກຜິດຫວັງຄຸມ ທີມ ລິເວີພູລ ໄດ້ເປັນພຽງຮອງ ແຊ໊ມພຣີເມຍລີກໃນປີ 2013-14.