ADB, USAID ຮ່ວມກັນສະໜັບສະໜູນ ວິສະຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ

adb, usaid ຮ່ວມກັນສະໜັບສະໜູນ ວິສະຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ - Usaid - ADB, USAID ຮ່ວມກັນສະໜັບສະໜູນ ວິສະຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ
adb, usaid ຮ່ວມກັນສະໜັບສະໜູນ ວິສະຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ - kitchen vibe - ADB, USAID ຮ່ວມກັນສະໜັບສະໜູນ ວິສະຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ

ວັນທີ 22 ພຶດສະພາ 2024 ຜ່ານານີ້ ທະນາຄານພັດທະນາອາຊີ (ADB) ແລະ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ຮ່ວມກັນປະກາດທຶນປະກອບສ່ວນໃສ່ ໂຄງການ ADB Frontier ເຊິ່ງໂຄງການດັ່ງກ່າວຈະສະໜອງເງິນທຶນ ແລະ ສະໜັບສະໜູນ ເຂົ້າໃນດ້ານວິຊາການວິສະຫະກິດຂະໜາດນ້ອຍ ແລະ ກາງ (SMEs) ທີ່ຂະຫຍາຍຕົວ ໂດຍນໍາໃຊ້ເຕັກໂນໂລຊີ ຢູ່ ລາວ ແລະ ກໍາປູເຈຍ ເນັ້ນໃສ່ການຂະຫຍາຍຕົວດ້ານເສດຖະກິດ ແລະ ການປະຕິບັດງານດ້ານການປ່ຽນແປງດິນຟ້າອາກາດ. ສຳລັບ USAID ປະກອບສ່ວນທຶນ 3 ລ້ານໂດລາສະຫະລັດ ນອກຈາກນີ້, ໂຄງການໄດ້ຮັບທຶນສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນຂອງ ສ.ເກົາຫຼີ ແລະ ADB.

ທ່ານ ນາງ ໂຊໂນມິ ທະນາກະ, ຫົວຫນ້າສໍານັກງານ ADB ປະຈໍາສປປ ລາວ ໄດ້ໃຫ້ຮູ້ວ່າ “ໂຄງການ ADB Frontier ແມ່ນການລິເລີ່ມການພັດທະນາຢ່າງມີວິໄສທັດ ທີ່ລົງທຶນໃສ່ບໍລິສັດທີ່ເປັນວິສະຫະກິດຂະໜາດນ້ອຍ ແລະ ກາງທີ່ຍັງໜຸ່ມນ້ອຍ ແຕ່ມີຜົນປະກອບການເຕີບໂຕໄວຢ່າງຕໍ່ເນື່ອງ ຊຶ່ງເປັນວິສະຫະກິດມີທ່າກ້າວ ໂດຍນໍາໃຊ້ ເຕັກໂນໂລຊີ ແລະ ທຶນ ພ້ອມທັງ ເຄື່ອງມືດັ່ງທີ່ພວກເຂົາຕ້ອງການໃນການສ້າງ ແລະ ຫັນປ່ຽນອຸດສາຫະກໍາ ທ້ອງຖິ່ນຢູ່ ສປປ ລາວ”.

adb, usaid ຮ່ວມກັນສະໜັບສະໜູນ ວິສະຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ - Visit Laos Visit SALANA BOUTIQUE HOTEL - ADB, USAID ຮ່ວມກັນສະໜັບສະໜູນ ວິສະຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ

ທ່ານ ຄູເລິນ ຮິວ (Cullen Hughes) ຮອງຮັກສາການຜູ້ຕາງຫນ້າອົງການ USAID ປະຈໍາ ສປປ ລາວ ໄດ້ໃຫ້ຮູ້ວ່າ. “USAID ມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບ ADB ແລະ ສາທາລະນະລັດເກົາຫຼີ ໂດຍການປະກອບທຶນເຂົ້າໃສ່ໂຄງການ Frontier ດັ່ງກ່າວ. ການປະກອບສ່ວນທຶນນີ້ ເປັນການສະໜັບສະໜູນຂອງ USAID ເພື່ອຊຸກຍູ້ແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດຂອງ ສປປ ລາວ ໃນຂົງເຂດການພັດທະນາວິສະຫະກິດຂະໜາດນອ້ຍ ແລະ ກາງ ແລະ ການເຕີບໂຕສີຂຽວ, ການ ປະກອບສ່ວນທຶນຮອນ ຍັງເຕີມເຕັມຊ່ອງວ່າງ ລະຫວ່າງ ການຊ່ວຍເຫຼືອດ້ານວິຊາການຂອງ USAID ໃຫ້ແກ່ພາກເອກະຊົນ ແລະ ການສະໜອງເງິນທຶນເພື່ອການຄ້າແບບຍືນຍົງ, ເຊິ່ງເປັນສິ່ງສໍາຄັນສໍາລັບ ສປປ ລາວ ທີ່ຈະຟື້ນຕົວຈາກສະພາບເສດຖະກິດຕົກຕໍ່າ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ.”

ງານເປີດໂຕບ້ວງທຶນດັ່ງກ່າວ ໄດ້ຈັດຂຶ້ນຢູ່ຫ້ອງການຂອງບໍລິສັດໂລກາ (Loca), ຊຶ່ງເປັນບໍລິສັດຊັ້ນນໍາດ້ານບໍລິການ ຂົນສົ່ງດ້ວຍລົດໄຟຟ້າ (e-mobility) ແລະ ຜູ້ໃຫ້ບໍລິການຊໍາລະເງິນຜ່ານລະບົບດິຈິຕອນ. Loca ເປັນຕົວຢ່າງຂອງບໍລິສັດທີ່ ໂຄງການ ADB Frontier ຈະນໍາໃຊ້ບ້ວງທຶນດັ່ງກ່າວ.

ຜົນປະໂຫຍດທີ່ຄາດວ່າຈະໄດ້ຮັບຈາກໂຄງການ ADB Frontier ສອງບໍລິສັດເຊັ່ນ: ບໍລິສັດເດິກູນ (The Green) ແລະ ສະໂລຟ໌ແຣັດທ໌ (Slow Forest). ບໍລິສັດ The Green ແມ່ນຈະ ຫັນປ່ຽນການຜະລິດໄຂ່ໄກ່ໃຫ້ທັນສະໄໝຢູ່ ສປປ ລາວ ໂດຍນໍາໃຊ້ເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນ, ເນັ້ນໃສ່ການຍົກ ລະດັບຊີວິດການເປັນຢູ່ຂອງຊາວກະສິກອນທ້ອງຖິ່ນ ພ້ອມທັງຮັບມືກັບການປ່ຽນແປງດິນຟ້າອາກາດ, Slow Forest ກໍາລັງຕັ້ງ ເປົ້າໃຫ້ການຜະລິດກາເຟ ຕາມເປົ້າຫມາຍການປ່ອຍທາດອາຍເຮືອນແກ້ວເປັນສູນພາຍໃນປີ 2030 ໃນຂະນະດຽວກັນການປູກ ກາເຟກໍ່ຈະສ້າງໃຫ້ເປັນຕົວແບບໃນການຮັກສາຊີວະນາໆພັນຂອງປ່າໄມ້ ແລະ ຊ່ວຍໃຫ້ຊາວກະສິກອນມີລາຍຮັບທີ່ສູງຂຶ້ນ ແລະ ມີ

ຄວາມຫມັ້ນຄົງເພີ່ມຂຶ້ນ.

adb, usaid ຮ່ວມກັນສະໜັບສະໜູນ ວິສະຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ - 5 - ADB, USAID ຮ່ວມກັນສະໜັບສະໜູນ ວິສະຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!