ເນມາ ຍິງຄົບ 100 ປະຕູໃຫ້ ບາເຊໂລນາ ແລ້ວ

- kitchen vibe - ເນມາ ຍິງຄົບ 100 ປະຕູໃຫ້ ບາເຊໂລນາ ແລ້ວ

- Untitled 6 copy 300x296 - ເນມາ ຍິງຄົບ 100 ປະຕູໃຫ້ ບາເຊໂລນາ ແລ້ວ
ເນມາ ຊຸບເປີສະຕາດັງຄົນ ບຣາຊິລ ສ້າງປະຫວັດສາດໃຫ້ ກັບຕົວເອງຖືກຈາລຶກເປັນນັກເຕະຄົນ ບຣາຊິລ ຄົນທີ 3 ທີ່ຍິງໃຫ້ ກັບ ບາເຊໂລນາ ຄົບ 100 ປະຕູ ເປັນທີ່ຮຽບຮ້ອຍ.

ຫລັງລົງສະໜາມໃຫ້ກັບ ບາເຊໂລນາໃນເກມທີ 177 ເນ ມາ ກໍຍິງ 1 ປະຕູໃນເກມທີ່ຕົ້ນສັງ ກັດບຸກໄປເອົາຊະນະ ກຣານາດາ ເຖິງຖິ່ນ 4-1 ຫຼ້າສຸດຕາມລາຍ ງານຈາກ “ອ໊ອບຕ້າ” ເຈົ້າພໍ່ສະ ຖິຕິຊື່ດັງລະບຸວ່າ ເນມາ ຄືນັກເຕະ ຄົນ ບຣາຊິລ ຄົນທີ 3 ທີ່ຍິງໃຫ້ ກັບ ບາເຊໂລນາ ຄົບ 100 ປະຕູ ລວມທຸກລາຍການຕໍ່ຈາກຮຸ່ນ ອ້າຍຢ່າງ ຣິວັລໂດ 130 ປະຕູ ແລະ ອີວາຣິສໂຕ 105 ປະຕູ.

- Visit Laos Visit SALANA BOUTIQUE HOTEL - ເນມາ ຍິງຄົບ 100 ປະຕູໃຫ້ ບາເຊໂລນາ ແລ້ວ

ນອກຈາກນີ້ ເນມາ ຍັງເດີນ ຕາມທາງໝູ່ຮ່ວມທີມຢ່າງ ລີໂອ ເນລ ເມສຊີ ແລະ ຫຼ້າສຸດ ຫຼຸຍ ຊົວເຣດ ທີ່ຍິງປະຕູໃຫ້ກັບ ບາເຊ ໂລນາ ຄົບ 100 ກ່ອນໜ້ານີ້ ແລະ ເຮັດໃຫ້ລາວຍິງປະຕູໃຫ້ກັບ ບາ ເຊໂລນາ ເໜືອກວ່າຮຸ່ນອ້າຍລະ ດັບຕຳນານຢ່າງ ໂຣຍັລດິນໂຢ ທີ່ເຄີຍຍິງປະຕູໄດ້ 94 ປະຕູ ໃຫ້ ກັບ ບາເຊໂລນາ ນຳອີກ

- 3 - ເນມາ ຍິງຄົບ 100 ປະຕູໃຫ້ ບາເຊໂລນາ ແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!