ບັນຫາສິນບົນ ແລະ ນະໂຍບາຍບຳນານ
ໂດຍ: ວິເສດ ສະແຫວງສຶກສາ
ມື້ນີ້ມີເລື່ອງແຕກຕ່າງ ແຕ່ບໍ່ເຖິງຂັ້ນຍ່າງສວນທາງກັນມາເວົ້າສູ່ຟັງ ທັງໝົດເປັນເລື່ອງກ່ຽວກັບມາດຕະການຄຸ້ມຄອງລັດຄຸ້ມຄອງສັງຄົມ ແລະ ເສດຖະກິດໃນຕ່າງແດນ ເຊັ່ນຄະດີຮັບສິນບົນ ແລະ ເລື່ອງກ່ຽວກັບນະໂຍບາຍຫລຸດອາຍຸກະສຽນບຳນານ ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້: ບັນຫາຮັບສິນບົນ ຄະດີນີ້ເກີດຂຶ້ນກັບສະມາຊິກສະພາສູງ ຫລື ວຸດທິສະພາສະຫະລັດອາເມລິກາ ຈາກພັກປະຊາທິປະໄຕ (Democrat) ຊື່ທ່ານ ໂຣເບີດ ເມເນັນເດັດ (Robert Menendez) ອາຍຸ 63 ປີ. ຄະດີຮັບສິນບົນຂອງທ່ານຜູ້ແທນສະພາສູງຄົນນີ້ ຕິດພັນກັບການມີຜົນປະໂຫຍດຮ່ວມກັນກັບນັກທຸລະກິດຮັ່ງມີສີສຸກຄົນໜຶ່ງຢູ່ລັດຟະລໍຣີດາ ຊື່ທ່ານ ຊາໂລມອນ ເມນເກັນ. ຂ່າວໜັງສືພິມ The Nation ສະບັບວັນທີ 8 ເດືອນກັນຍາປີນີ້ ໃຫ້ລາຍລະອຽດວ່າ: ສິນບົນທີ່ທ່ານຜູ້ແທນ ໂຣເບີດ ໄດ້ຮັບນັ້ນມີຫລາຍຮູບຫລາຍສີ ເຊັ່ນຄວາມສະດວກສະບາຍໃນການທ່ອງທ່ຽວ ແລະ ພັກຜ່ອນ. ຕົວຢ່າງເຂົາຮັບການບໍລິການເດີນທາງບໍ່ເສຍຄ່າດ້ວຍເຄື່ອງບິນອາຍພົ່ນພິເສດສ່ວນຕົວ ແລະ ໄປພັກຜ່ອນຢູ່ຕາມຣີສອດຫລູຫລາລາຄາແພງ ເຊິ່ງແມ່ນນັກທຸລະກິດເປັນຜູ້ຈົກເງິນຈ່າຍ. ນອກຈາກນັ້ນ ເຂົາຍັງຖືກກ່າວຫາວ່າໄດ້ຮັບເງິນຈາກນັກທຸລະກິດຈຳນວນ 750.000 ໂດລາ ໃນການລົງຫາສຽງຮັບສະໝັກເລືອກຕັ້ງເປັນຜູ້ແທນສະພາສູງ. ແນ່ນອນເມື່ອ “ຊີ້ນມາ-ປາກໍຕ້ອງໄປ”, ທ່ານຜູ້ແທນ ໂຣເບີດ ໄດ້ໃຊ້ອຳນາດໜ້າທີ່ຕຳແໜ່ງຂອງຕົນໃນນາມສະມາຊິກສະພາສູງປົກປ້ອງຜົນປະໂຫຍດຂອງນັກທຸລະກິດ ເຊັ່ນໄດ້ຊ່ວຍໃຫ້ບໍລິສັດຂອງນັກທຸລະກິດຄົນນີ້ບັນລຸການເຊັນສັນຍາທຸລະກິດມູນຄ່າສູງກັບກົມພາສີຂອງປະເທດໂດມີກັນ, ຊ່ວຍເພື່ອນຍິງສັນຊາດບຣາຊິນ, ໂດມີນິກັນ ແລະ ອູແກຼນຂອງນັກທຸລະກິດໃຫ້ໄດ້ວີຊາສະຫະລັດ. ບໍ່ພຽງທໍ່ນັ້ນ, ທ່ານຜູ້ແທນສະພາສູງຍັງໄດ້ຊ່ວຍກະໂຕນັກທຸລະກິດໃຫ້ຊະນະຄະດີຂັດແຍ່ງຕ່າງໆກັບທາງການສະຫະລັດອີກດ້ວຍ. ສະຫລຸບແລ້ວ ທ່ານຜູ້ແທນ ໂຣເບີດ ຕິດຄະດີທັງໝົດ 14 ເລື່ອງ: ມີຄະດີສົມຮູ້ຮ່ວມຄິດ ແລະ 8 ຄະດີທີ່ພົວພັນກັບການຮັບສິນບົນ ເຊິ່ງມີຂຶ້ນລະຫວ່າງປີ 2006 ຫາ 2013. ຂ່າວບອກວ່າ: ທ່ານຜູ້ແທນ ໂຣເບີດ ໄດ້ປະຕິເສດທຸກຂໍ້ກ່າວຫາຈົນນ້ຳລາຍແຫ້ງ. ຄະດີນີ້ຈະລົງເອີ່ຍກັນແບບໃດນັ້ນກໍຄົງເປັນໄປຕາມກົດໝາຍແນ່ນອນ. ຕໍ່ໄປແມ່ນເລື່ອງ ນະໂຍບາຍຫລຸດກະສຽນອາຍຸບຳນານ. ຂ່າວນີ້ອ່າວແປກ ເພາະໃນປັດຈຸບັນທ່າອ່ຽງຂອງຫລາຍປະເທດແມ່ນປັບຂຶ້ນອາຍຸກະສຽນບຳນານຈາກມາດຕະຖານ 60 ເປັນ 63, 65, 67 ປີ ບວກກັບນະໂຍບາຍນຳໃຊ້ຄວາມຮູ້ຄວາມສາມາດຊ້ຳເຖົ້າຂອງພະນັກງານບຳນານ, ເຊັ່ນຢູ່ປະເທດໄທ ຫວ່າງບໍ່ເຫິງມານີ້ກໍໄດ້ມີການລະດົມນຳໃຊ້ຄູອາຍຸສູງທີ່ກຽມບຳນານ ຫລື ບຳນານແລ້ວຄືນໃໝ່ໃນຂອບເວລາຈຳກັດ ເພື່ອແກ້ໄຂບັນຫາຂາດແຄນຄູ-ອາຈານ, ຢູ່ຍີ່ປຸ່ນບ່ອນທີ່ຈຳນວນຄົນເຖົ້າມີທ່າອ່ຽງລົ້ນປະເທດກໍໄດ້ມີການປັບຂຶ້ນອາຍຸເຂົ້າບຳນານ. ນອກນັ້ນ ກໍຍັງໄດ້ນຳໃຊ້ພະນັກງານທີ່ເລີຍອາຍຸ 65 ປີ ໂດຍສະເພາະໃນຂະແໜງການບິນ ເພາະມີສະພາບຂາດແຄນນັກບິນ, ແຕ່ນັກບິນເຖົ້າເຫລົ່ານີ້ມີເວລາບິນຈຳກັດ ແລະ ຕ້ອງມີນັກບິນຊ່ວຍຢູ່ຮຽງຂ້າງ. ສ່ວນຢູ່ປະເທດໂປໂລຍນັ້ນພັດຕ່າງ. ໃນປີ 2012 ລັດຖະບານຊຸດເກົ່າໄດ້ປັບຂຶ້ນອາຍຸກະສຽນບຳນານເປັນ 67 ປີ ແຕ່ລັດຖະບານຊຸດປັດຈຸບັນພັດປັບລົງເປັນ 60 ປີສຳລັບແມ່ຍິງ ແລະ 65 ປີສຳລັບຜູ້ຊາຍ. ຂ່າວບອກວ່າ ນະໂຍບາຍນີ້ໄດ້ຮັບສຽງສະໜັບສະໜູນຢ່າງລົ້ນເຫລືອຈາກປະຊາຊົນ. ສ່ວນພວກບໍ່ເຫັນພ້ອມບອກວ່າ ການປັບຫລຸດອາຍຸບຳນານຈະສ້າງຄວາມກົດດັນຕໍ່ງົບປະມານຂອງລັດ ແລະ ຕໍ່ຄ່າແຮງງານທີ່ພວມເຕີບໃຫຍ່ຢ່າງໄວວາທີ່ສຸດໃນຮອບຫ້າປີຜ່ານມາ ວ່າຊັ້ນ !.