ກໍາມາທິການບັນດາເຜົ່າ ເຄື່ອນໄຫວເກັບກໍາຂໍ້ມູນຊີວິດການເປັນຢູ່ຂອງຊົນເຜົ່າ ຕອງເຫລືອງ ຢູ່ປ່າສະຫງວນແຫ່ງຊາດນ້ຳປຸຍ


ໃນທ້າຍເດືອນເມສາ 2024 ຜ່ານມາ, ທ່ານ ສິງ ເລືອງວິຫານ ຫົວໜ້າກົມວຽກງານຊົນເຜົ່າ, ກໍາມາທິການບັນດາເຜົ່າສະພາແຫ່ງຊາດ ພ້ອມດ້ວຍຄະນະ ສົມທົບກັບວິຊາການຂອງຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງໄຊຍະບູລີ ແລະ ຄະນະທີມງານຈາກເມືອງພຽງ ເຄື່ອນໄຫວເກັບກໍາຂໍ້ມູນຊີວິດການເປັນຢູ່ ແລະ ຮັບຟັງຄວາມມຸ່ງມາດປາຖະໜາຂອງປະຊາຊົນທີ່ເປັນຊົນເຜົ່າກຣີ (ເຜົ່າຕອງເຫລືອງ) ຢູ່ປ່າສະຫງວນແຫ່ງຊາດນ້ຳປຸຍ ບ້ານໂພນທອງ ເມືອງພຽງ. ພ້ອມທັງໄດ້ຢ້ຽມຢາມເດັກນ້ອຍ 3 ຄົນ ທີ່ໄດ້ເຂົ້າໂຮງຮຽນອະນຸບານ ແລະ ປະຖົມສົມບູນບ້ານກາງ ເມືອງປາກລາຍ ເຊິ່ງເປັນເດັກກຸ່ມທໍາອິດຂອງລູກຫລານຊົນເຜົ່າກຣີ, ຖືເປັນຕົວແທນຂອງເຜົ່າ ແລະ ຈະກາຍເປັນໜໍ່ແໜງຊາດໃນອະນາຄົດ.
ຊົນເຜົ່າກຣີ (ເຜົ່າຕອງເຫລືອງ) ແມ່ນຊົນເຜົ່າໜຶ່ງນອນຢູ່ໃນ 50 ຊົນເຜົ່າໃນວົງຄະນາຍາດແຫ່ງຊາດລາວ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 213/ສພຊ ໄດ້ຮັບຮອງເອົາໃນວັນທີ 24 ພະຈິກ 2008; ຊົນເຜົ່າກຣີ ມີພາສາປາກເວົ້າເປັນຂອງຕົນເອງເອີ້ນວ່າ: “ມາບຣີ” ຈັດໃນໝວດພາສາມອນ-ຂະແມ ເຊິ່ງຊົນເຜົ່າດັ່ງກ່າວໄດ້ດຳລົງຊີວິດຢູ່ເຂດປ່າສະຫງວນແຫ່ງຊາດນໍ້າປຸຍ ເມືອງພຽງ ແຂວງໄຊຍະບູລີ ມາເປັນເວລາດົນນານແລ້ວ, ປັດຈຸບັນນີ້ ມີພົນລະເມືອງທັງໝົດ 19 ຄົນ ຍິງ 9 ຄົນ ແລະ ມີ 4 ເຄືອຍາດຢູ່ຮ່ວມກັນ.