ທ່ານ ປູຕິນ ອອກມາດຕະການ ຂວ້ຳບາດ ສປປ ເກົາຫລີ


ປະທານາທິບໍດີ ວະລາດິເມຍ ປູຕິນ ອອກກົດໝາຍຄວບຄຸມການຮ່ວມມືທາງເສດຖະກິດລະຫວ່າງຣັດເຊຍກັບລັດຖະບານພຽງຢາງ.


ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມົດສະກູ ປະເທດຣັດເຊຍ ໃນວັນທີ 17 ຕຸລາວ່າ: ທຳນຽບເກຣມລິນອອກຖະແຫລງການໃນວັນທີ 16 ຕຸລາວ່າ: ປະທານາທິບໍດີ ວະລາດິເມຍ ປູຕິນ ລົງນາມໃນດຳລັດວ່າດ້ວຍການຈຳກັດການຮ່ວມມືທາງເສດຖະກິດລະຫວ່າງຣັດເຊຍກັບ ສປປ ເກົາຫລີ ເພື່ອໃຫ້ສອດຄ່ອງກັບມາດຕະການຂວ້ຳບາດຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ໂດຍເນື້ອໃນສຳຄັນລວມເຖິງການຂຶ້ນບັນຊີດຳພົນລະເມືອງ ສປປ ເກົາຫລີ 11 ຄົນທີ່ມີສ່ວນກ່ຽວຂ້ອງກັບໂຄງການພັດທະນາອາວຸດນິວເຄຼຍຂອງລັດຖະບານພຽງຢາງ, ການຫລຸດລະດັບການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການຫ້າມກໍ່າປັ່ນຂອງ ສປປ ເກົາຫລີ ທີ່ກ່ຽວຂ້ອງກັບໂຄງການດ້ານນິວເຄຼຍຈອດທ່າຢູ່ຣັດເຊຍ, ຍົກເວັ້ນກໍລະນີສຸກເສີນ.
ມາດຕະການດັ່ງກ່າວຂອງຣັດເຊຍມີຂຶ້ນໃນເວລາດຽວກັບຄະນະຜູ້ແທນຂອງ ສປປ ເກົາຫລີ ກຳລັງເຂົ້າຮ່ວມກອງປະຊຸມສະຫະພາບລັດຖະສະພາ (IPU) ຢູ່ນະຄອນເຊນປີເຕີສເບິກ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດຂອງສະຫະພາບເອີຣົບ (EU) ມີມະຕິເຫັນພ້ອມໃນກອງປະຊຸມຢູ່ລຸກບຳຊວກ ໃຫ້ຂຶ້ນບັນຊີດຳກອງທັບປະຊາຊົນເກົາຫລີ (KPA) ແລະ ການຫ້າມປະເທດສະມາຊິກ EU ສົ່ງອອກນ້ຳມັນໄປ ສປປ ເກົາຫລີ.