ເພີ່ມອີກກໍລະນີຖືກໄຟຟ້າດູດ ໃນຂະນະສາກໂທລະສັບຄ້າງຄືນ

- kitchen vibe - ເພີ່ມອີກກໍລະນີຖືກໄຟຟ້າດູດ ໃນຂະນະສາກໂທລະສັບຄ້າງຄືນ

Wiley Day ເປັນຄົນມັກໃຊ້ໂທລະສັບຍໍ່ຫໍ້ iphone ເວລາກ່ອນນອນ ທັງສາກໂທລະສັບ ແລະ ທັງໃຊ້ໂທລະສັບໃນເວລາດຽວກັນ ເລົາບໍ່ຄິດວ່າສິ່ງເລົານີ້ຈະເຮັດໃຫ້ເລົາຕ້ອງເຂົ້າໂຮງຫມໍ

ອີງຕາມລາຍງານຂອງ Washington Post, ວັນທີ 22/03 ຂະຫນະທີ່ Day ອາຍຸ 32 ປີ ຢູ່ບ້ານ Alabama ກຳລັງຫລິ້ນໂທລະສັບຢູ່ເທິງຕຽງເລົານັ້ນ ສາຍຄໍທີ່ເລົາໃສ່ປະຈຳ ຊຶ່ງເຮັດດ້ວຍ ໂລຫະ ( ສາຍຄໍຂອງທະຫານອາເມລິການມັກໃສ່ ) ໄດ້ໄປເກາະໃສ່ ສາຍໃຍເສັ້ນນ້ອຍທີ່ຢູ່ກັບໂຕແຍກສາກສາກ ແລະ ສາຍຫູຟັງ ກໍ່ໃຫ້ເລົາຖືກໄຟດູດ ກິ້ງລົງຕຽງ, ເລົາພະຍາຍາມເອົາສາຍຄໍອອກ ແລະ ຮ້ອງຂໍຄວາມຊ່ວຍເຫລືອ, ເລົາໄດ້ຖືກນຳໂຕໄປທີ່ໂຮງຫມໍທັນທີ ແລະ ພັກຟຶ້ນ ປະມານ 3ວັນ ທ່ານຫມໍໄດ້ແຈ້ງວ່າເລົາໄດ້ຖືກເຜົາໃຫມ້ຢູ່ຕົ້ນຄໍ ແລະ ນິ້ວມື.

- Visit Laos Visit SALANA BOUTIQUE HOTEL - ເພີ່ມອີກກໍລະນີຖືກໄຟຟ້າດູດ ໃນຂະນະສາກໂທລະສັບຄ້າງຄືນ

- IMG 1542 169x300 - ເພີ່ມອີກກໍລະນີຖືກໄຟຟ້າດູດ ໃນຂະນະສາກໂທລະສັບຄ້າງຄືນ

ແຕ່ລະປີ ຢູ່ປະເທດອາເມລິກາ ມີຄົນເສຍຊິວິດບໍ່ຕຳ່ກ່ວາ 400 ຄົນ ແລະ 4,400 ຄົນບາດເຈັບ ຍ້ອນໄຟດູດ.

ກ່ອນຈາກນີ້ ປະມານຊ່ວງເດືອນ ມີນາ ກໍ່ມີກໍລະນີຄ້າຍຄືເຫດການນີ້ ຢູ່ປະເທດອັງກິດ Richard Bull 32 ປີ ຢູ່ປະເທດອັງກິດ ໄດ້ເສຍຊີວິດ ຍ້ອນ ສາກໂທລະສັບ ໃນຂະນະອາບນ້ຳ.

- 5 - ເພີ່ມອີກກໍລະນີຖືກໄຟຟ້າດູດ ໃນຂະນະສາກໂທລະສັບຄ້າງຄືນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!