ອຸຕຸເຕືອນ ລະວັງ ! ວັນທີ 25-28 ເມສານີ້ ອາກາດຈະຮ້ອນເອົ້າຫລາຍສູງເຖິງ 43 ອົງສາ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໃນວັນທີ 25-28 ເມສາ 2024 ສະພາບອາກາດຮ້ອນເອົ້າຫລາຍ, ເນື່ອງຈາກວ່າມວນອາກາດຮ້ອນເອົ້າ ຫລື ຄື້ນຄວາມຮ້ອນ ຈະມີກໍາລັງແຮງເພີ່ມ ຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ ອາກາດຮ້ອນ ຫາ ຮ້ອນເອົ້າຫລາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມ, ຟ້າຜ່າ ແລະ ຫມາກເຫັບຕົກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຄາດຄະເນອຸນຫະພູມສູງສຸດໃນແຕ່ລະພາກຄື:
ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ) ຄາດຄະເນອຸນຫະພູມ 33-37 ອົງສາ; ພາກເໜືອດ້ານຕາເວັນຕົກ (ແຂວງ ຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ) ອຸນຫະພູມ 39 – 42 ອົງສາ; ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ) ອຸນຫະພູມ 40 – 43 ອົງສາ; ພາກໃຕ້ (ແຂວງ ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື) ອຸນຫະພູມ 40 – 42 ອົງສາ; ນະຄອນຫລວງວຽງຈັນ ອຸນຫະພູມ 40 – 43 ອົງສາ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບອາກາດຮ້ອນອົບເອົ້າຫລາຍ ຊຶ່ງຈະເຮັດໃຫ້ເກີດມີອັກຄີໄພ, ໄຟຟ້າລັດວົງຈອນ, ຜົນກະທົບຕໍ່ສຸຂະພາບຂອງຜູ້ເຖົ້າ ແລະ ເດັກນ້ອຍເຊັ່ນ ໂຣກລົມແດດ (Heat Stroke) ພ້ອມນີ້ໃຫ້ຫລີກລ່ຽງການຈັດກິດຈະກໍາກາງແຈ້ງເປັນເວລາດົນ, ລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫລືອມ, ຟ້າຜ່າ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ທີ່ຈະເຮັດໃຫ້ເກີດມີຕົ້ນໄມ້ ໃຫຍ່ຫັກລົ້ມ, ຫລັງຄາເຮືອນເປ່ເພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.