ຕອນບ່າຍອາກາດຈະຮ້ອນເອົ້າທະລຸ 42 ອົງສາ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ

ຕອນບ່າຍອາກາດຈະຮ້ອນເອົ້າທະລຸ 42 ອົງສາ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ - 4444 - ຕອນບ່າຍອາກາດຈະຮ້ອນເອົ້າທະລຸ 42 ອົງສາ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ
ຕອນບ່າຍອາກາດຈະຮ້ອນເອົ້າທະລຸ 42 ອົງສາ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ - kitchen vibe - ຕອນບ່າຍອາກາດຈະຮ້ອນເອົ້າທະລຸ 42 ອົງສາ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດເຊົ້າວັນທີ 25 ເມສາ 2024 ວ່າ: ມວນອາກາດຮ້ອນເອົ້າຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າ ແລະ ຮ້ອນເອົ້າຫລາຍ ພ້ອມມີໝອກແຫ້ງຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ.

ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ) ອາກາດຮ້ອນ ແລະ ຍັງຈະມີຝົນຕົກຟ້າຮ້ອງ, ຟ້າເຫລື້ອມ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມ 20 – 35 ອົງສາ.

ຕອນບ່າຍອາກາດຈະຮ້ອນເອົ້າທະລຸ 42 ອົງສາ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ - Visit Laos Visit SALANA BOUTIQUE HOTEL - ຕອນບ່າຍອາກາດຈະຮ້ອນເອົ້າທະລຸ 42 ອົງສາ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ

ພາກເໜືອດ້ານຕາເວັນຕົກ (ແຂວງ ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຍັງຈະຮ້ອນເອົ້າ ຫາ ຮ້ອນເອົ້າຫລາຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫລື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມ 21 – 42 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຍັງຈະຮ້ອນເອົ້າ ຫາ ຮ້ອນເອົ້າຫລາຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມ 28 – 41 ອົງສາ.

ພາກກາງ: ອາກາດຮ້ອນເອົ້າ ຫາ ຮ້ອນເອົ້າຫລາຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມ 23 – 42 ອົງສາ.

ແຂວງໄຊສົມບູນ: ອາກາດຮ້ອນ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມ 20 – 34 ອົງສາ.

ພາກໃຕ້: ອາກາດຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມ 20 – 41 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 20%. ອຸນຫະພູມ 19 – 30 ອົງສາ.

ຕອນບ່າຍອາກາດຈະຮ້ອນເອົ້າທະລຸ 42 ອົງສາ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ - 3 - ຕອນບ່າຍອາກາດຈະຮ້ອນເອົ້າທະລຸ 42 ອົງສາ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!