ສ້າງຄວາມເຂັ້ມແຂງໃຫ້ກຸ່ມເປົ້າໝາຍໃນເຂດສ່ຽງໄພພິບັດໄດ້ຮັບຂໍ້ມູນການເຕືອນໄພລ່ວງໜ້າຢ່າງທັນການ


ໂດຍ: ຜາຕຸງ 22.04.2024
ຕ້ອງເຂົ້າໃຈວ່າການໄດ້ຮັບການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບການເຂົ້າສູ່ລະບົບປະກັນສັງຄົມທີ່ທັນສະໄໝເປັນສິ່ງຈຳເປັນຢ່າງຍິ່ງທີ່ທຸກກຸ່ມຄົນເປັນຕົ້ນ ກຸ່ມຜູ້ດ້ອຍໂອກາດ ກຸ່ມຜູ້ອາຍຸສູງ, ຄົນພິການ, ຜູ້ປະສົບໄພພິບັດ ຫຼື ເດັກທີ່ດ້ອຍໂອກາດ ຄວນໄດ້ເຂົ້າເຖິງການປະກັນສັງຄົມຢ່າງທົ່ວເຖິງ ແລະ ການທີ່ໄດ້ຮັບການເຕືອນໄພລ່ວງໜ້າຢ່າງທັນເວລານັ້ນເປັນເງື່ອນໄຂທີ່ດີຢ່າງໜຶ່ງໃຫ້ກຸ່ມຄົນເຫຼົ່ານີ້ ທີ່ອາໄສຢູ່ໃນເຂດສ່ຽງໄພພິບັດໄດ້ກຽມພ້ອມໃນການເຄື່ອນຍ້າຍໄປສູ່ບ່ອນທີ່ມີຄວາມປອດໄພ ຫຼີກເວັ້ນການສູນເສຍທີ່ບໍ່ຈຳເປັນຈາກໄພພິບັດທີ່ຈະເກີດຂຶ້ນ ຊຶ່ງການເຕືອນໄພລ່ວງໜ້ານີ້ແມ່ນເປັນສິ່ງສຳຄັນທີ່ທຸກໆປະ ເທດໄດ້ຈັດຕັ້ງປະຕິບັດ ເຮັດໃຫ້ການຊ່ວຍເຫຼືອປະຊາຊົນໃນເຂດນັ້ນໆຜ່ານພົ້ນຄວາມສູນເສຍໄປໄດ້,
ປັດຈຸບັນນີ້ວຽກງານນີ້ ຂະແໜງແຮງງານແລະສະຫວັດດີການສັງຄົມ ກະຊວງ ແຮງງານ ແລະ ສະຫວັດດີການ-ສັງຄົມ ໄດ້ກຳນົດແນວທາງຍຸດທະສາດນີ້ໄວ້ແລ້ວເພື່ອເພີ່ມແນວທາງວຽກງານໂຄສະນາ ຫຼື ຂອດການບໍລິການໃຫ້ຫຼາຍກວ່າເກົ່າດ້ວຍການສົມທົບກັບຫຼາຍພາກສ່ວນ ເປັນຕົ້ນ ພາກທຸລະກິດ, ພາກລັດ ແລະ ເອກະຊົນ ເຂົ້າເຮັດວຽກງານຮ່ວມກັນຫຼາຍຂຶ້ນ ເພື່ອເຮັດໃຫ້ທຸກພາກສ່ວນໃນສັງຄົມໄດ້ເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບການເຂົ້າສູ່ລະບົບປະກັນສັງຄົມທີ່ທັນສະໄໝ ແລະ ວຽກງານກ່ຽວກັບລະບົບປົກປ້ອງສັງຄົມ ຫຼື ລະບົບສະຫວັດດີການສັງຄົມເປັນວຽກງານໜຶ່ງທີ່ນອນຢູ່ໃນການກຳນົດຍຸດທະສາດຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມຮັບຜິດຊອບ ເພື່ອເລັ່ງໃສ່ການຊ່ວຍເຫຼືອກຸ່ມຜູ້ດ້ອຍໂອກາດ ກຸ່ມຜູ້ອາຍຸສູງ ຄົນພິການ ຜູ້ປະສົບໄພພິບັດຫຼື ເດັກທີ່ດ້ອຍໂອກາດ ເຊິ່ງຜ່າມ/ນມາ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ມີຄວາມພະຍາຍາມສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມຄົນເຫຼົ່ານີ້ໄດ້ເຂົ້າເຖິງສະຫວັດດີການສັງຄົມ,
ທ່ານ ວິລະພົງ ສຸກສົມຫວັງ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງແຮງງານແລະສະຫວັດ ດີການສັງຄົມກ່າວວ່າ: ຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍສະເພາະແມ່ນ ກົມແຜນການ ແລະ ການຮ່ວມມື ໄດ້ມີຄວາມພະຍາຍາມຈະສ້າງຄວາມເຂັ້ມແຂງເຮັດແນວໃດໃຫ້ກຸ່ມເປົ້າໝາຍຜູ້ດ້ອຍໂອກາດ ກຸ່ມຜູ້ທຸກຍາກ ປະສົບໄພຕ່າງໆໄດ້ເຂົ້າເຖິງການບໍລິການແລະການຊ່ວຍເຫຼືອດ້ານສະຫວັດດີການ ຊຶ່ງຜ່ານມາໄດ້ຮັບການຊ່ວຍເຫຼືອຈາກ ທາງອົງການສະຫະປະຊາຊາດ ຫຼື UN, ອົງການ ILO, ອົງການສະຫະປະຊາຊາດເພື່ອການພັດທະນາ ຫຼືUNDP, ອົງການ ສົງເຄາະແມ່ ແລະ ເດັກຂອງສະຫະປະຊາຊາດ ຫຼື UNICEF, ໂດຍມີໂຄງການທົດລອງໜຶ່ງຄື: ໂຄງການເງິນອຸດໜູນໃຫ້ແມ່ຖືພາ ແລະ ເດັກ ໜຶ່ງພັນວັນ ເຊິ່ງໄດ້ປະຕິບັດທົດລອງຢູ່ ແຂວງອັດຕະປື ແລະ ແຂວງສະຫວັນນະເຂດ, ໝາຍຄວາມວ່າ ເງິນຈາກໂຄງການນີ້ ແມ່ນຊ່ວຍເຮັດໃຫ້ແມ່ຖືພາ ແລະ ເດັກໄດ້ເຂົ້າສູ່ການກວດສຸຂະພາບ ແລະ ໂພສະນາການຕ່າງໆ ນັ້ນຖືວ່າເປັນປະໂຫຍດລາຍ ຄິດວ່າໃນໂຄງການທົດລອງຫັ້ນມັນກໍ່ເປັນສິ່ງທີສຳຄັນ ແລະ ຈະໄດ້ມີການເພີ່ມທະວີໃນການນຳໃຊ້ບົດຮຽນດັ່ງກ່າວໃນການຂະຫຍາຍອອກໄປສູ່ແຂວງອື່ນ.
ສ່ວນໂຄງການທີ່ເຮັດທົດລອງໃນການປົກປ້ອງສັງຄົມ ຊຶ່ງໃນແງ່ຂອງປະກັນສັງຄົມເອີ້ນວ່າ ການຊ່ວຍເຫຼືອໃນກຸ່ມເປົ້າໝາຍ ເດັກພິການຊຶ່ງໄດ້ເຮັດທົດລອງຢູ່ແຂວງຊຽງຂວາງ ນີ້ກໍແມ່ນການຮ່ວມມືສະໜັບສະໜູນຈາກທາງອົງການ ອຸຍນີເຊັບ ເພື່ອເຮັດທົດລອງໃຫ້ຄອບຄົວຜູ້ພິການໄດ້ເຂົ້າເຖິງເສດຖະກິດ ເຮັດແນວໃດໃຫ້ຄົນພິການໄດ້ຮັບການຊ່ວຍເຫຼືອທາງດ້ານອຸປະກອນແລະການມີເງິນເພື່ອຈະໄດ້ໄປໃຊ້ຈ່າຍໃນການດຳລົງຊີວິດຂອງເຂົາເຈົ້າ ແຕ່ແນ່ນອນວ່າໃນຮູບແບບຂອງການພັດທະນາຈະໄດ້ເນັ້ນໜັກວ່າຈະໃຫ້ເຂົາເຈົ້າໄດ້ມີຄວາມຍືນຍົງໃນແງ່ຂອງການພັດທະນານັ້ນແນວໃດ ແລະ ໃນຕໍ່ໜ້ານີ້ຂະແໜງແຮງງາານ ແລະ ສະຫວັດດີການສັງຄົມຈະພະຍາຍາມສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມເປົ້າ ໝາຍໃນເຂດສ່ຽງຈາກໄພພິບັດໃຫ້ໄດ້ຮັບຂໍ້ມູນການເຕືອນໄພລ່ວງໜ້າຢ່າງທັນການ ເພື່ອກະກຽມຄວາມພ້ອມຮອງຮັບວິກິດການທີ່ເກີດຂຶ້ນ ຫຼຸດຜ່ອນຄວາມເສຍຫາຍຈາກໄພພິບັດ.