ເກີດເຫດຊາຍຊ໋ອກຢູ່ລົດສ່ວນຕົວ ເຂດບ້ານບໍ່ເຫລັກ ເມືອງໄຊທານີ ນະຄອນຫລວງວຽງຈັນ ເສຍຊີວິດ
April 22, 2024 - 11:51 AM


ໜ່ວຍກູ້ໄພອາສາເພື່ອປະຊາຊົນ ລາຍງານວ່າ: ວັນທີ 21 ເມສາ 2024 ເວລາ 18:20 ໂມງ ເກີດເຫດຄົນຊ໋ອກຢູ່ລົດສ່ວນຕົວ ເຂດບ້ານ ບໍ່ເຫລັກ ເມືອງໄຊທານີ ນະຄອນຫລວງວຽງຈັນ ເປັນເພດຊາຍ, ມີອາການໂຕຊີດເຫລືອງ ມານຕາເປີດກວ້າງ ໜ່ວຍກູ້ໄພໄດ້ທຳການ ຊີພີອາ ນວດຫົວໃຈ ສາເຫດເກີດຈາກຫົວໃຈຫລົ້ມເຫລວ.
ຜູ້ເສຍຊີວິດ ຢູ່ບ້ານທາດຫລວງໃຕ້, ໄດ້ເດີນທາງມາແຕ່ທ່າບົກ ແລ້ວຈະກັບເຮືອນແຕ່ບໍ່ຮອດເຮືອນເກີດການຊ໋ອກກ່ອນ, ກູ້ໄພໄດ້ນໍາສົ່ງໄປໂຮງໝໍມິດຕະພາບ ແຕ່ຜູ້ກ່ຽວບໍ່ຕອບສະໜອງ ກູ້ໄພຈຶ່ງໄດ້ນຳສົ່ງກັບບ້ານໃຫ້ພີ່ນ້ອງ ທຳພິທີທາງສາດສະໜາ.