ຄັງເງິນບໍລິຄຳໄຊ ຊີ້ແຈງກ່ຽວກັບການມອບເງິນຄ່າວິຊາທີ່ຫລຸດອັດຕາແລກປ່ຽນທະນາຄານ


ເມື່ອບໍ່ດົນມານີ້, ທ່ານຫົວໜ້າຈຸງານຄັງເງິນແຫ່ງຊາດ ປະຈຳແຂວງບໍລິຄຳໄຊ ໄດ້ຊີ້ແຈງວ່າ: ການມອບເງິນຄ່າວີຊາເຂົ້າງົບປະມານແຫ່ງຊາດ ທີ່ຄັງເງິນແຫ່ງຊາດປະຈຳແຂວງມາຮັບເອົາ, ປະກົດວ່າການມອບເງິນດັ່ງກ່າວແມ່ນມີອັດຕາແລກປ່ຽນຫລຸດຈາກທະນາຄານໄດ້ກຳນົດໄວ້ (ອັດແລກປ່ຽນທີ່ມອບເຂົ້າງົບປະມານແມ່ນ 7.800 ກີບ/ 1 ໂດລາສະຫະລັດ, ແຕ່ອັດຕາແລກປ່ຍນການເກັບຄ່າວີຊາແມ່ນ 8.100 ກີບ/1 ໂດລາສະຫະລັດ), ຊຶ່ງເຫັນການມອບເງິນບໍ່ຄົບຖ້ວນ, ໂດຍທ່ານກ່າວວ່າ: ຄັງເງິນປະຈຳດ່ານນ້ຳພາວມີພະນັກງານທັງໝົດ 4 ສະຫາຍ, ຍິງ 2 ສະຫາຍໄດ້ແບ່ງຄວາມຮັບຜິດຊອບ ແລະ ຈຸດບໍລິການອອກເປັນ 2 ຈຸດຄື: ຈຸດທີ 1 ຢູ່ຫລັກຊາວ ບ້ານໂພນແພງແຂວງບໍລິຄຳໄຊ, ເຊຶ່ງເປັນຊຸມປີຜ່ານຄັງເງິນປະຈຳດ່ານໄດ້ມີການພັດທະນາໂດຍເຊື່ອມຕໍ່ລະບົບ, ຊຶ່ງໃນຊຸມປີຜ່ານມາ ຄັງເງິນປະຈຳດ່ານໄດ້ມີການພັດທະນາໂດຍເຊື່ອມຕໍ່ລະບົບທັນສະໄໝ ເພື່ອສ້າງກົນໄກໃນການມອບພັນທະຜ່ານລະບົບສະມາດແທກ ເພື່ອຊ່ວຍຫລຸດຜ່ອນການນຳໃຊ້ເງິນສົດ, ນອກນັ້ນ ຍັງຊ່ວຍໃຫ້ຜູ້ປະກອບການ, ຊາວຄ້າຂາຍ ມີຄວາມສະດວກໃນການໂອນເງິນສຳລະສະສາງ ແລະ ຈຸດທີ 2 ແມ່ນຢູ່ຊາຍແດນໂດຍເປີດໃຫ້ບໍລິການຕັ້ງແຕ່ວັນຈັນ-ວັນອາທິດ ເລີມແຕ່ 7:00-22:00 ໂມງເຮັດໜ້າທີ່ເຄື່ອນໄຫວ ເກັບຄ່າທຳນຽມ, ຄ່າບໍລິການຫລາຍຂະແໜງການເປັນຕົ້ນແມ່ນ ການເກັບລາຍຮັບຂອງພາສີ,ລາຍຮັບອາກອນວີຊາ, ລາຍຮັບກອງທຶນທ່ອງທ່ຽວ ແລະ ອື່ນໆ ເພື່ອເຮັດໃຫ້ວຽກງານຄັງເງິນສາມາດມອບພັນທະໄດ້ທັນຕາມກຳນົດເວລາຢ່າງເປັນປົກກະຕິ ແລະ ສອດຄ່ອງຕາມລະບຽບຫລັກການ.
ສຳລັບກໍລະນີ, ການເກັບວີຊາຢູ່ດ່ານພາສີສາກົນນ້ຳພາວແຂວງບໍລິຄຳໄຊ ທີ່ຄັງເງິນແຫ່ງຊາດ ປະຈຳແຂວງ ມາຮັບເອົາ ແລະ ມອບເງິນດັ່ງກ່າວເຂົ້າງົບປະມານໃນອັດຕາແລກປ່ຽນທີ່ຫລຸດຈາກອັດຕາແລກປ່ຽນທີ່ທະນາຄານໄດ້ລະບຸໄວ້, ຜ່ານການຄົ້ນຄວ້າກ່ຽວກັບບັນຫາດັ່ງກ່າວເຫັນວ່າ: ສາເຫດທີ່ມີການຜິດດ໋ຍງນັ້ນຍ້ອນວ່າໃນໄລຍະຜ່ານມາອັດຕາແລກປ່ຽນມີການຫລຸດລົງຂອງອັດຕາເງິນໂດລາ ແລະ ປັດຈຸບັນນີ້ ອັດຕາແລກປ່ຽນມີການເໜັງຕີງ ແລະ ໄດ້ປັບຂຶ້ນຕາມອັດຕາທະນາຄານ ພ້ອມທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງເປັນຕົ້ນ ແມ່ນເຈົ້າໜ້າທີ່ວີຊາ, ອາກອນ ແລະ ຕຳຫລວດຂໍເປັນເອກະພາບກັນມອບໃຫ້ເປັນປົກກະຕິໂດຍອີງໃສ່ໃບສັ່ງມອບທີ່ຂຽນຈຳນວນຄົນ, ຈຳນວນເງິນ ແລະ ມອບໃຫ້ເປັນສະກຸນເງິນກີບເຂົ້າທະນາຄານ ເພື່ອໃຫ້ຖືກຕ້ອງ ແລະ ທັນຕາມກຳນົດເວລາ ແນວໃດກໍຕາມ ໃນຕໍ່ໜ້ານີ້ ເພື່ອຫລີກລ້ຽງສຽງຈົ່ມວ່າຂອງສັງຄົມກ່ຽວກັບຂະແໜງການເງິນ, ໂດຍສະເພາະ ແມ່ນການປະຕິບັດໜ້າທີ່ວິຊາສະເພາະຂອງພະນັກງານຄັງເງິນປະຈຳດ່ານພາສີສາກົນນ້ຳພາວ ຈະໄດ້ມີການປຶກສາຫາລືກັບຄະນະການຈັດຕັ້ງດ່ານ ເພື່ອຫາກົນໄກໃຫ້ສອດຄ່ອງລະບຽບຫລັກການກ່ອນຈະມອບທຸກຄັ້ງ ພ້ອມທັງເພີ່ມທະວີການສົມທົບກັນ ເພາະວ່າອັດຕາແລກປ່ຍນມີການເໜັງຕີງບໍ່ປົກກະຕິມື້ໃດມອບຕາມອັດຕາແລກປ່ຽນເທົ່າໃດແມ່ນຕ້ອງໄດ້ມາປຶກສາຫາລືກັນຢ່າງຄັກແນ່ ແລະ ໃຫ້ເຫັນດີຢ່າງເປັນເອກະພາບ.