ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ກຽມຮັບມື ຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ເນື້ອທີ່ ປົກຫຸ້ມຂອງຝົນ 60%

ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ກຽມຮັບມື ຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ເນື້ອທີ່ ປົກຫຸ້ມຂອງຝົນ 60% - 631 - ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ກຽມຮັບມື ຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ເນື້ອທີ່ ປົກຫຸ້ມຂອງຝົນ 60%
ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ກຽມຮັບມື ຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ເນື້ອທີ່ ປົກຫຸ້ມຂອງຝົນ 60% - kitchen vibe - ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ກຽມຮັບມື ຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ເນື້ອທີ່ ປົກຫຸ້ມຂອງຝົນ 60%

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ເຊົ້າວັນທີ 9 ເມສາ 2024 ວ່າ:  ມວນອາກາດຮ້ອນເອົ້າຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ອາກາດຍັງຈະຮ້ອນເອົ້າຫລາຍຢູ່ບາງ ທ້ອງຖິ່ນ ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ ລະພາກຕື່ມອີກ.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ, ອໍານາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ແຂວງ ພາກເໜືອ ລົງຫາ ພາກກາງ, ນະຄອນຫລວງວຽງຈັນ ແລະ ພາກໃຕ້ ຈົ່ງມີສະຕິກຽມລະມັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ, ຟ້າເຫລື້ອມ, ຟ້າຜ່າ ແລະ ລົມພັດແຮງ ທີ່ຈະເກີດຂຶ້ນ.

ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ກຽມຮັບມື ຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ເນື້ອທີ່ ປົກຫຸ້ມຂອງຝົນ 60% - Visit Laos Visit SALANA BOUTIQUE HOTEL - ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ກຽມຮັບມື ຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ເນື້ອທີ່ ປົກຫຸ້ມຂອງຝົນ 60%

ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ) ອາກາດຈະເຢັນໃນຕອນເຊົ້າ, ສ່ວນຕອນ ບ່າຍອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ 19 – 35 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງ ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຍັງຈະ ຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ຈະຮ້ອນເອົ້າຫລາຍ ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມ 20 – 41 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມ 26 – 39 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນເອົ້າ ຫາ ຮ້ອນເອົ້າຫລາຍ ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມ 24 – 40 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນ ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມ 16 – 32 ອົງສາ.

ພາກໃຕ້ (ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ພາກໃຕ້: ອາກາດຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ 20 – 40 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 30%. ອຸນຫະພູມ 19 – 30 ອົງສາ.

ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ກຽມຮັບມື ຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ເນື້ອທີ່ ປົກຫຸ້ມຂອງຝົນ 60% - 4 - ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ກຽມຮັບມື ຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ເນື້ອທີ່ ປົກຫຸ້ມຂອງຝົນ 60%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!