ຟີລິບປິນຍຸບໜ່ວຍງານ ປາບປາມຢາເສບຕິດທ້ອງຖິ່ນທັງໝົດ

- 1507802348057 960x0 - ຟີລິບປິນຍຸບໜ່ວຍງານ ປາບປາມຢາເສບຕິດທ້ອງຖິ່ນທັງໝົດ
- kitchen vibe - ຟີລິບປິນຍຸບໜ່ວຍງານ ປາບປາມຢາເສບຕິດທ້ອງຖິ່ນທັງໝົດ

ຟີ​ລິບ​ປິນສັ່ງ​ໃຫ້​ຕຳຫລວດ​ຢຸດ​ການ​ປາບ​ປາມ​ຢາ​ເສບ​ຕິດ ​ແລະ ສັ່ງ​ຍຸບ​ໜ່ວຍ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ທ້ອງ​ຖິ່ນ​ທັງ​ໝົດ ​ເພື່ອ​ມຸ່ງ​ຈັບ​ຕົວ​ການ​ລາຍ​ໃຫຍ່​ແທນ.

​ໂຄສົກ​ປະທານາທິບໍດີ ​ໂຣດຣິ​ໂກ ດູ​ເຕ​ີ​ເຕ ​ເປີດ​ເຜີຍ​ໃນ​ວັນ​ທີ 12 ຕຸລາ​ວ່າ: ປະທານາທິບໍດີ​ມີ​ຄຳ​ສັ່ງ​ໃນ​ວັນ​ທີ 11 ຕຸລາ​ໃຫ້​ຕຳຫລວດ​ຢຸດ​ການ​ປາບ​ປາມ​ຢາ​ເສບ​ຕິດ ​ໂດຍ​ຍົກ​ໜ້າ​ທີ່​ນີ້​ໃຫ້​ແກ່​ສຳນັກງານ​ປາບ​ປາມ​ຢາ​ເສບ​ຕິດ, ພາຍຫລັງ​ຕຳຫລວດ​ຖືກ​ກວດ​ສອບ​ການ​ປະຕິບັດ​ໜ້າ​ທີ່​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ. ຫລ້າ​ສຸດຜູ້​ບັນຊາ​ການ​ຕຳຫລວດ​ແຫ່ງ​ຊາດ​ມີ​ຄຳ​ສັ່ງ​ໃນ​ວັນ​ທີ 12 ຕຸລາ ​ໃຫ້​ຍຸບ​ໜ່ວຍ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ທ້ອງ​ຖິ່ນ​ທັງ​ໝົດ 18 ​ແຫ່ງ ​ແລະ ຈະ​​ເອົາ​ຊັບພະຍາກອນ​ທັງ​ໝົດ​ໄປ​ໃຊ້​ປາບ​ປາມ​ອາ​ຊະ​ຍາ​ກຳ​ອື່ນໆ​ແທນ. ​ໂຄສົກ​ກ່າວ​ວ່າ: ລັດຖະບານ​ຈະ​ມຸ່ງ​ໃສ່​ຕົວ​ການ​ໃຫຍ່​ຂອງ​ແກ້ງ​ຄ້າ​ຢາ​ເສບ​ຕິດ ​ແລະ ຜູ້​ຄຸ້ມ​ຄອງ​ທີ່ຢູ່​ໃນ​ລັດຖະບານ ​ເພາະ​ເຄືອ​ຂ່າຍ​ຢາ​ເສບ​ຕິດ​ລາຍ​ຍ່ອຍ​ຖືກ​ຕຳຫລວດ​ກວາດ​ລ້າງຢ່າງ​ໜັກ​ໃນ​ປະຕິບັດ​ການ 15 ​ເດືອນ​ຜ່ານ​ມາ.

- Visit Laos Visit SALANA BOUTIQUE HOTEL - ຟີລິບປິນຍຸບໜ່ວຍງານ ປາບປາມຢາເສບຕິດທ້ອງຖິ່ນທັງໝົດ

​ໂຄສົກ​ສຳນັກງານ​ປາບ​ປາມ​ຢາ​ເສບ​ຕິດ​ ກ່າວ​ວ່າ: ສຳນັກງານ​ພ້ອມ​ຮັບ​ໜ້າ​ທີ່​ດັ່ງກ່າວ ​ເຖິງ​ວ່າ​ມີ​ບຸກຄະລາ​ກອນ​ພຽງ 2.000 ຄົນ ທຽບ​ໃສ່​ກອງ​ບັນຊາການ​ຕຳຫລວດ​ທີ່​ມີ​ກຳລັງ​ພົນ 175.000 ຄົນ ​ແລະ ​ໄດ້​ສະ​ເໜີ​ຂໍ​ງົບປະມານ​ປີໜ້າ 2.600 ລ້ານ​ເປ​ໂຊ ທຽບ​ໃສ່​ງົບປະມານ​ຕຳຫລວດ 131.200 ລ້ານ​ເປ​ໂຊ ​ໂດຍ​ຈະ​ມຸ່ງ​ໃສ່​ຜູ້​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່ ​ເພາະ​ຖ້າ​ສາມາດ​ກຳຈັດ​ເປົ້າໝາຍ​ຕົວ​ການ​ໄດ້​ຈະ​ສາມາດ​ກຳຈັດ​ລາຍ​ຍ່ອຍ ​ແລະ ທຳລາຍ​ເຄືອ​ຂ່າຍ​ໄດ້. ​ເຖິງ​ຢ່າງ​ໃດ​ກໍ​ດີ ບໍ່​ຂໍ​ຮັບປະກັນ​ວ່າການ​ນອງ​ເລືອດ​ຈະ​ຫລຸດ​ລົງ ຫລື ບໍ່, ສຳນັກງານ​ຈະ​ປະຕິບັດ​ຕາມ​ຂັ້ນຕອນ ​ແລະ ຈະ​ບໍ່​ຜະ​ເຊີນ, ​ແຕ່​ຈະ​ປົກ​ປ້ອງ​ຕົນ​ເອງ ຖ້າ​ຜູ້​ຕ້ອງ​ສົງ​ໄສ​ຂັດ​ຂືນ ​ແລະ ຕໍ່ສູ້.

ປະທານາທິບໍດີ ດູ​​ເຕີ​ເຕ ​ໃຫ້​ສຳນັກງານ​ປາບ​ປາມ​ຢາ​ເສບ​ຕິດ​ກັບ​ມາ​ຮັບ​ໜ້າ​ທີ່​ປາບ​ປາມ​ຢາ​ເສບ​ຕິດ ​ໃນ​ເດືອນ​ມັງກອນ ​ແລະ ສັ່ງ​ໃຫ້​ຕຳຫລວດ​ວາງ​ມື​ເລື່ອງ​ນີ້, ​ແຕ່​ຈາກ​ນັ້ນພຽງ​ໜຶ່ງ​ອາທິດ​ໄດ້​ຍົກຍ້າຍ​ກັບ​ໄປ​ໃຫ້​ຕຳຫລວດ ​ໂດຍ​ອ້າງ​ວ່າ​ຢາ​ເສບ​ຕິດ​ກັບ​ມາ​ລະບາດອີກ.

- 3 - ຟີລິບປິນຍຸບໜ່ວຍງານ ປາບປາມຢາເສບຕິດທ້ອງຖິ່ນທັງໝົດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!