ມື້ນີ້ອາກາດຈະຮ້ອນເອົ້າຫລາຍເຖິງ 40 ອົງສາ ສ່ວນແຂວງ ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ຈະມີຝົນຕົກ ລົມແຮງ ຟ້າຮ້ອງ ຟ້າເຫລື້ອມ

ມື້ນີ້ອາກາດຈະຮ້ອນເອົ້າຫລາຍເຖິງ 40 ອົງສາ ສ່ວນແຂວງ ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ຈະມີຝົນຕົກ ລົມແຮງ ຟ້າຮ້ອງ ຟ້າເຫລື້ອມ - 4355 - ມື້ນີ້ອາກາດຈະຮ້ອນເອົ້າຫລາຍເຖິງ 40 ອົງສາ ສ່ວນແຂວງ ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ຈະມີຝົນຕົກ ລົມແຮງ ຟ້າຮ້ອງ ຟ້າເຫລື້ອມ
ມື້ນີ້ອາກາດຈະຮ້ອນເອົ້າຫລາຍເຖິງ 40 ອົງສາ ສ່ວນແຂວງ ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ຈະມີຝົນຕົກ ລົມແຮງ ຟ້າຮ້ອງ ຟ້າເຫລື້ອມ - kitchen vibe - ມື້ນີ້ອາກາດຈະຮ້ອນເອົ້າຫລາຍເຖິງ 40 ອົງສາ ສ່ວນແຂວງ ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ຈະມີຝົນຕົກ ລົມແຮງ ຟ້າຮ້ອງ ຟ້າເຫລື້ອມ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດເຊົ້າວັນທີ 5 ເມສາ 2024 ວ່າ:  ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາຕົກສ່ຽງໃຕ້ພັດປົກຄຸມ. ເຊິ່ງຈະເຮັດໃຫ້ ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າຢູ່ໃນແຕ່ລະພາກ, ພ້ອມຈະມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະຄ່ອຍ ພ້ອມຈະມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກໃຕ້.

ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ) ອາກາດເຢັນໃນຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໃນໄລຍະຕອນບ່າຍອາກາດຮ້ອນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມ 15 – 36 ອົງສາ.

ມື້ນີ້ອາກາດຈະຮ້ອນເອົ້າຫລາຍເຖິງ 40 ອົງສາ ສ່ວນແຂວງ ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ຈະມີຝົນຕົກ ລົມແຮງ ຟ້າຮ້ອງ ຟ້າເຫລື້ອມ - Visit Laos Visit SALANA BOUTIQUE HOTEL - ມື້ນີ້ອາກາດຈະຮ້ອນເອົ້າຫລາຍເຖິງ 40 ອົງສາ ສ່ວນແຂວງ ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ຈະມີຝົນຕົກ ລົມແຮງ ຟ້າຮ້ອງ ຟ້າເຫລື້ອມ

ພາກເໜືອດ້ານຕາເວັນຕົກ : (ແຂວງ ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຫາ ຮ້ອນເອົ້າ ຫລາຍ, ພ້ອມຈະມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມ 17 – 40 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນເອົ້າ, ພ້ອມຈະມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມ 26 – 39 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຫາ ຮ້ອນເອົ້າ, ພ້ອມຈະມີໝອກແຫ້ງປົກ ຫຸ້ມໃນຕອນກາງເວັນ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມ 20 – 39 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນ 17 – 33 ອົງສາ.

ພາກໃຕ້ (ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນເອົ້າ ຫາ ຮ້ອນເອົ້າຫລາຍ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມ 26 – 39 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ ອາກາດເຢັນໃນຕອນເຊົ້າ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 15%. ອຸນຫະພູມ 19 – 30 ອົງສາ.

ມື້ນີ້ອາກາດຈະຮ້ອນເອົ້າຫລາຍເຖິງ 40 ອົງສາ ສ່ວນແຂວງ ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ຈະມີຝົນຕົກ ລົມແຮງ ຟ້າຮ້ອງ ຟ້າເຫລື້ອມ - 3 - ມື້ນີ້ອາກາດຈະຮ້ອນເອົ້າຫລາຍເຖິງ 40 ອົງສາ ສ່ວນແຂວງ ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ຈະມີຝົນຕົກ ລົມແຮງ ຟ້າຮ້ອງ ຟ້າເຫລື້ອມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!