ລັດຖະມົນຕີກະຊວງ ປກສ ມີຄຳເຫັນຕໍ່ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 63 ປີ

ລັດຖະມົນຕີກະຊວງ ປກສ ມີຄຳເຫັນຕໍ່ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 63 ປີ - 4366 - ລັດຖະມົນຕີກະຊວງ ປກສ ມີຄຳເຫັນຕໍ່ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 63 ປີ
ລັດຖະມົນຕີກະຊວງ ປກສ ມີຄຳເຫັນຕໍ່ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 63 ປີ - kitchen vibe - ລັດຖະມົນຕີກະຊວງ ປກສ ມີຄຳເຫັນຕໍ່ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 63 ປີ

ວັນທີ 3 ເມສາ 2024 ນີ້, ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງຂ່າວກ່ຽວກັບວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ວ່າ: ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ຮູ້ສຶກພາກພູມໃຈທີ່ໄດ້ມີວັນທີ 5 ເມສາ ເຊິ່ງແມ່ນວັນກຳເນີດການສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຂອງພວກເຮົາ, ຄືຮູ້ນໍາກັນແລ້ວວ່າ: ພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ ແລະ ນໍາພາເດັດຂາດ ໂດຍກົງ ແລະ ຮອບດ້ານຕໍ່ກຳລັງປ້ອງກັນຄວາມສະຫງົບ, ເປັນກໍາລັງທີ່ແຫລມຄົມຂອງພັກ, ມີຄວາມຈົ່ງຮັກພັກດີ ແລະ ສັດຊື່ບໍລິ ສຸດຕໍ່ພັກ, ລັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ທັງແມ່ນກໍາລັງທີ່ມາຈາກປະຊາ ຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ຢ່າງແທ້ຈິງ.

ປະຕິບັດຕາມການຕົກລົງ ຂອງກົມການເມືອງສູນກາງພັກ ແລະ ລັດຖະບານ ກ່ຽວກັບການຮັບຮອງເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ມາຮອດວັນທີ 5 ເມສາ 2024 ນີ້ແມ່ນຄົບຮອບ 63 ປີພໍດີ. ສະນັ້ນ, ຂ້າພະເຈົ້າ ຂໍມີຄໍາເຫັນ ເພື່ອເປັນການຫວນຄືນມູນເຊື້ອອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໂດຍສັງເຂບ.

ລັດຖະມົນຕີກະຊວງ ປກສ ມີຄຳເຫັນຕໍ່ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 63 ປີ - Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີກະຊວງ ປກສ ມີຄຳເຫັນຕໍ່ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 63 ປີ

ກ່ອນໜ້ານີ້ ຄືໃນໄລຍະແຕ່ຊຸມ ປີ 1950 ຢູ່ເຂດທີ່ໝັ້ນການປະຕິວັດ, ກອງປະຊຸມແນວລາວຕໍ່ຕ້ານທົ່ວປະເທດ ໄດ້ຕົກລົງສ້າງຕັ້ງແນວລາວອິດສະຫລະ ແລະ ລັດຖະບານລາວຕໍ່ຕ້ານຂຶ້ນ; ມາຮອດປີ 1954 ເພື່ອປົກປັກຮັກສາການນໍາຂອງພັກ ແລະ ອົງການປົກຄອງປະຕິວັດ ຢູ່ 2 ແຂວງເຕົ້າໂຮມ “ຫົວພັນ ແລະ ຜົ້ງສາລີ” ລັດຖະບານແນວລາວອິດສະຫລະ ໄດ້ຕົກລົງສ້າງຕັ້ງກຳລັງປ້ອງກັນຂຶ້ນ ແລະ ມາຮອດທ້າຍປີ 1954 ໃນໂອກາດສະເຫລີມສະຫລອງວັນປະກາດເອກະລາດ ຄົບ ຮອບ 09 ປີ ແລະ ສະເຫລີມສະຫລອງໄຊຊະນະ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ປະ ທານ ໄກສອນ ພົມວິຫານ ຈຶ່ງໄດ້ສ້າງຕັ້ງ “ຄະນະສັນຕິລາດສູນກາງ” ຂຶ້ນຢ່າງເປັນທາງການ ຢູ່ບ້ານເດີຍ ຕາແສງເມືອງໂສຍ ແຂວງຫົວພັນ, ພາຍໃຕ້ການຊີ້ນຳໂດຍກົງຂອງ ທ່ານ ພູມີ ວົງວິຈິດ; ປີ 1957 ເພື່ອກຽມໃຫ້ແກ່ການປ້ອງກັນຜູ້ນຳເຂົ້າລວມລາວ ຄັ້ງທີ 1 ສູນກາງພັກ ໄດ້ຕົກລົງປ່ຽນຊື່ຈາກ “ຄະນະສັນຕິລາດສູນກາງ” ມາເປັນ “ຄະນະປ້ອງກັນພາຍໃນ” ເພື່ອເຮັດໜ້າທີ່ປ້ອງກັນລັດຖະບານປະສົມ ຄັ້ງທີ 1.

ມາເຖິງວັນທີ 5-12 ເມສາ 1961, ສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະຂຶ້ນ ຢູ່ຄັງໄຂ ແຂວງຊຽງຂວາງ; ກອງປະຊຸມໄດ້ຄົ້ນຄວ້າ, ຕົກລົງຫລາຍບັນຫາທີ່ສຳຄັນກ່ຽວກັບການປະຕິວັດຢູ່ລາວໃນສະເພາະໜ້າ ແລະ ຍາວນານ. ໃນນັ້ນ, ໄດ້ຕົກລົງປັບປຸງກໍາລັງປ້ອງກັນພາຍໃນ ຢູ່ຂອບເຂດທົ່ວປະເທດ ເພື່ອປົກປັກຮັກສາການນຳຂອງພັກ, ຂອງແນວລາວຮັກຊາດ, ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຕົກ ລົງປ່ຽນຊື່ຈາກ “ຄະນະປ້ອງກັນພາຍໃນ” ມາເປັນ “ຫ້ອງການປ້ອງກັນຄວາມສະຫງົບສູນກາງ” ໂດຍແມ່ນທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳ, ຕໍ່ມາໄດ້ມອບໃຫ້ ທ່ານ ຊົມຊື່ນ ຄຳພິທູນ ເປັນຜູ້ນຳພາ-ບັນຊາຕົວຈິງ; ປີ 1965 ສູນກາງພັກໄດ້ປັບປຸງກົງຈັກການຈັດຕັ້ງ ຂອງບັນດາຫ້ອງການອ້ອມຂ້າງສູນກາງ ເຊິ່ງໄດ້ປ່ຽນຊື່ “ຫ້ອງການປ້ອງກັນຄວາມສະຫງົບສູນກາງ” ມາເປັນ “ຫ້ອງການສັນຕິລາດສູນກາງ”, ພາຍຫລັງປະເທດຊາດ ໄດ້ສະຖາປະນາ ເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ກົງຈັກການຈັດຕັ້ງກໍາລັງປ້ອງກັນຄວາມສະຫງົບໄດ້ປ່ຽນຊື່ຈາກ “ຫ້ອງການສັນຕິລາດສູນກາງ” ມາເປັນ “ກະຊວງພາຍໃນ” ເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່; ປີ 2003 ພັກ ແລະ ລັດຖະບານ ໄດ້ຕົກລົງປ່ຽນຊື່ “ກະຊວງພາຍໃນ” ມາເປັນ “ກະຊວງປ້ອງກັນຄວາມສະຫງົບ” ບົນພື້ນຖານ ແລະ ເຫັນໄດ້ຄວາມສຳຄັນຜ່ານໄລຍະປະຫວັດສາດດັ່ງກ່າວ ກົມການເມືອງສູນກາງພັກ ແລະ ລັດຖະບານ ຈຶ່ງໄດ້ຕົກລົງຮັບຮອງເອົາວັນສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍລັດຖະບານອອກດຳລັດ ສະບັບເລກທີ 277/ນຍ, ລົງວັນທີ 01 ກັນຍາ 2005 ຮັບຮອງເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຢ່າງເປັນທາງການ.

ການກຳເນີດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນມີຄວາມໝາຍສຳຄັນທາງດ້ານການເມືອງອັນໃຫຍ່ຫລວງ ໃນປະຫວັດສາດຂອງຊາດລາວ, ນັບແຕ່ມື້ສ້າງຕັ້ງ, ກຳລັງປ້ອງກັນຄວາມສະຫງົບໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນ ໄດ້ເປັນຢ່າງດີ, ກຳລັງປ້ອງກັນຄວາມສະຫງົບເຮົາທັງເຄື່ອນໄຫວປ້ອງກັນ, ຝຶກແອບຮ່ຳຮຽນ, ປັບປຸງກຳລັງ, ເພີ່ມພູນຜະລິດ ຜົນ, ສ້າງພະລາທິການກັບທີ່ ທັງລົງຂົນຂວາຍກໍ່ສ້າງຮາກຖານ ເຊິ່ງໄດ້ຮັບຄວາມຮັກແພງ, ອຸ້ມຊູຊ່ວຍເຫລືອຈາກປະຊາຊົນຕະຫລອດມາ, ເຖິງວ່າໃນເບື້ອງຕົ້ນກຳລັງພວກເຮົາຍັງອ່ອນນ້ອຍ, ການປະກອບພາຫະນະອາວຸດຫລ້າສະໄໝ, ລະດັບເຕັກນິກວິທະຍາສາດບໍ່ທັນສູງ, ແຕ່ຍ້ອນຄວາມຮຽກ ຮ້ອງຕ້ອງການຂອງປະເທດຊາດ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເດັດດ່ຽວເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ, ບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ ໄດ້ພ້ອມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກ ແລະ ລູກແຫລ່ງຕີນມືຂາຍຊາດ.

63 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫລວງໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ, ຕະ ຫລອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍຜົນງານ, ວິລະກໍາອັນສູງສົ່ງ ແລະ ໄຊຊະນະອັນສະຫງ່າລາສີ ກຳລັງພວກເຮົາໄດ້ສາມັກຄີເປັນຈິດໜຶ່ງໃຈດຽວໃນການປະຕິບັດໜ້າທີ່ການເມືອງ, ທັງປະສານ ແລະ ຕໍ່ສູ້ຢ່າງພິລະອາດຫານ, ຕິດພັນກັບການອອກແຮງປັບປຸງ, ກໍ່ສ້າງກຳລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ.

ຕະຫລອດໄລຍະ 49 ປີ ໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກເຮົາ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກຳລັງປະກອບອາວຸດປະຕິວັດ ໂດຍສະເພາະກຳລັງປ້ອງກັນຄວາມສະຫງົບ ໄດ້ເປັນກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງຢ່າງແຂງແຮງ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອອັນດີງາມຂອງຊາດ ກໍຄື ທາດແທ້, ມູນເຊື້ອ ຂອງກຳລັງປ້ອງກັນຄວາມສະຫງົບ; ຝຶກຝົນຫລໍ່ຫລອມທັດສະນະ, ຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າປັບປຸງ, ກໍ່ສ້າງກຳລັງຂອງຕົນ ໃຫ້ນັບມື້ນັບເຂັ້ມແຂງໃນທຸກດ້ານ, ຮູ້ອີງໃສ່ກຳລັງແຮງສັງລວມຂອງທົ່ວປວງຊົນ, ຫັນກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ປັບປຸງອົງການປົກຄອງທ້ອງ ຖິ່ນ, ຊ່ວຍເຫລືອປະຊາຊົນປັບປຸງຊີວິດການເປັນຢູ່, ເຮັດໃຫ້ສະພາບຢູ່ຮາກຖານມີຄວາມສະຫງົບໂດຍພື້ນຖານ, ເຮັດໃຫ້ປະຊາຊົນບັນດາເຜົ່າ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດ, ເຊື່ອໝັ້ນກຳລັງປ້ອງກັນຄວາມສະຫງົບ; ສາມາດທັບມ້າງກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິ, ການກໍຄວາມບໍ່ສະຫງົບ, ແຊກຊຶມ ແລະ ການເຄື່ອນໄຫວເກາະຜິດ, ບຽດຢຶດຊາຍແດນຂອງອິດທິກຳລັງປະຕິການໄດ້ຢ່າງທັນການ, ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ.

ຜ່ານການປະຕິບັດໜ້າທີ່ການເມືອງ ຂອງກຳລັງປ້ອງກັນຄວາມສະຫງົບຕະຫລອດໄລຍະທີ່ຜ່ານມາ ພັກ, ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນສຳເລັດຫລາຍດ້ານ ທີ່ກຳລັງປ້ອງກັນຄວາມສະຫງົບຍາດມາໄດ້ ເຖິງແມ່ນວ່າໄລຍະຜ່ານມາສະພາບພາກພື້ນ, ສາກົນ ແລະ ສະພາບພາຍໃນປະເທດ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງກໍຕາມ, ແຕ່ກຳລັງປ້ອງກັນຄວາມສະຫງົບພວກເຮົາກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ, ມີຄວາມສູ້ຊົນບຸກບືນ, ມີຄວາມຮັບຜິດຊອບສູງໃນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ຮັບປະ ກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ.

ກຳລັງປ້ອງກັນຄວາມສະຫງົບ ຍັງສາມາດຮັກສາບົດບາດເປັນແກ່ນສານ ແລະ ເປັນກຳລັງອັນແຫລມຄົມຂອງພັກ ໃນການຮັບປະກັນຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຊາດ, ສ້າງເງື່ອນໄຂເອື້ອອໍານວຍໃນການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ.

ຈາກຜົນສຳເລັດທີ່ພວກເຮົາຍາດມາໄດ້ໃນໄລຍະຜ່ານມານັ້ນ, ແມ່ນການຈັດຕັ້ງປະຕິບັດແນວທາງຂອງພັກ, ລັດ ຖືກທິດ, ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກຳລັງປ້ອງກັນຄວາມສະຫງົບ, ແມ່ນໝາກຜົນຂອງຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດທົນ, ເດັດດ່ຽວໜຽວແໜ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ, ນາຍ ແລະ ພົນຕໍາ ຫລວດໃນກຳລັງປ້ອງກັນຄວາມສະຫງົບ ທີ່ໄດ້ຕັ້ງໜ້າທຸ້ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ອັນໄດ້ສະແດງໃຫ້ເຫັນວ່າພາຍໃຕ້ການນຳພາຂອງພັກ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເສີມຂະຫຍາຍທາດແທ້, ມູນເຊື້ອຂອງກຳລັງປະກອບອາວຸດປະຕິວັດ, ຍາມໃດກໍສະໜອງຕອບຕໍ່ຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ປະຊາຊົນດ້ວຍຄວາມຈົ່ງຮັກພັກດີ, ຊື່ສັດບໍລິສຸດ ແລະ ຍາມໃດກໍເດັດດ່ຽວໜຽວແໜ້ນກ້າວເດີນຕາມອຸດົມການສັງຄົມນິຍົມ ຂອງພັກ.

ບົນເສັ້ນທາງກ້າວຂຶ້ນຂອງປະເທດຊາດ, ພັກເຮົາໄດ້ກຳນົດທິດທາງໜ້າທີ່ ແຫ່ງການສືບຕໍ່ແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫລັກການຂອງພັກ. ພ້ອມນັ້ນ, ກໍໄດ້ວາງຄາດໝາຍສູ້ຊົນທີ່ມີລັກສະນະທ້າທາຍ ແລະ ເປັນຍຸດທະສາດ ເພື່ອສ້າງພື້ນຖານໃຫ້ແກ່ບາດລ້ຽວໃໝ່ໃນການພັດທະນາ ເພື່ອນຳພາປະເທດຊາດໃຫ້ກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້. ປັດຈຸບັນ, ພວກເຮົາມີທັງຂໍ້ສະດວກ, ເງື່ອນໄຂທີ່ເອື້ອອຳນວຍ ແລະ ມີທັງສິ່ງທ້າທາຍທົດສອບ, ສະພາບແວດລ້ອມສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງໄວວາ, ສະຫລັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ ເຖິງແມ່ນວ່າການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ, ບົນພື້ນຖານຫລັກການຕ່າງຝ່າຍຕ່າງມີຜົນປະໂຫຍດຍັງເປັນທ່າອ່ຽງລວມຂອງຍຸກສະໄໝ ແຕ່ໃນນັ້ນ, ເຫັນວ່າຫລາຍດ້ານຍັງມີລັກສະນະທ້າທາຍຕໍ່ຄວາມໝັ້ນຄົງ ແລະ ການສ້າງສາພັດທະນາປະເທດຊາດຂອງພວກເຮົາ.

ໂດຍກຳແໜ້ນທ່າອຽງລວມດັ່ງກ່າວ, ພັກ, ລັດຖະບານ ເວລາໃດກໍໄດ້ເຊີດຊູສະຕິເປັນເຈົ້າໃນການກຳແໜ້ນ ແລະ ໝູນໃຊ້ກາລະໂອກາດອຳນວຍເຂົ້າໃນການສ້າງສາພັດທະນາປະເທດຊາດ ໄປຄຽງຄູ່ກັບການຈຳກັດດ້ານຫຍໍ້ທໍ້ ທີ່ບໍ່ເປັນຜົນດີໃຫ້ໝົດໄປເທື່ອລະກ້າວ.

ສຳລັບ ກຳລັງປ້ອງກັນຄວາມສະຫງົບພວກເຮົາ ເຖິງວ່າໄດ້ເຮັດສຳເລັດໜ້າທີ່ ແລະ ມີຜົນ ງານຢ່າງຫລວງຫລາຍກໍຕາມ, ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່ ໂດຍສະເພາະ ການປະຕິບັດໜ້າທີ່ການເມືອງຂອງຕົນ, ເຫັນວ່າຍັງມີຫລາຍດ້ານທີ່ຕ້ອງໄດ້ເອົາໃຈໃສ່ ເພື່ອສ້າງການຫັນປ່ຽນໄປສູ່ຄຸນນະພາບໃໝ່ຢ່າງຕັ້ງໜ້າ ແລະ ເຂັ້ມແຂງຮອບດ້ານ.

ຕໍ່ໜ້າສະພາບການດັ່ງກ່າວ, ເພື່ອຕອບສະໜອງກັບໜ້າທີ່ການເມືອງຂອງພັກ ໃນໄລຍະໃໝ່; ໃນໂອກາດລະນຶກວັນສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ; ຂ້າພະເຈົ້າ ຈຶ່ງຮຽກຮ້ອງມາຍັງນາຍ ແລະ ພົນຕຳຫລວດ ໃນກຳລັງປ້ອງກັນຄວາມສະຫງົບ ເພື່ອພ້ອມກັນສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າມີດັ່ງນີ້:

  1. ສືບຕໍ່ເຊື່ອມຊຶມກຳແໜ້ນ ແລະ ຈັດຕັ້ງແນວທາງປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ປະຕິບັດມະຕິ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່; ຄໍາສັ່ງວ່າດ້ວຍການເພີ່ມທະວີ ແລະ ແກ້ໄຂບັນຫາຢາເສບຕິດ; ຄໍາສັ່ງ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ ທໍ້ໃນສັງຄົມ ທັງສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ແລະ ບັນດານິຕິກໍາອື່ນໆທີ່ກ່ຽວຂ້ອງ ໃຫ້ເປັນແຜນຍຸດທະສາດ, ເປັນແຜນງານ ແລະ ໂຄງການທີ່ນອນໃນຄວາມຮັບຜິດຊອບໃຫ້ໄດ້ຮັບໝາກຜົນຕົວຈິງ ໄປພ້ອມກັບການຍູ້ແຮງເຮັດໃຫ້ບັນຫາດັ່ງກ່າວ ກາຍເປັນພັນທະຂອງທົ່ວສັງຄົມ ແນໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງສັງ ຄົມໃຫ້ມີຄວາມໜັກແໜ້ນ.
  2. ອອກແຮງປັບປຸງ, ກໍ່ສ້າງພັກ, ກໍ່ສ້າງພະນັກງານ ໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງທຸກດ້ານ; ເຊີດຊູບົດບາດການນຳພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກຕໍ່ທຸກຂົງ ເຂດວຽກງານປ້ອງກັນຄວາມສະຫງົບ; ເພີ່ມທະວີການປັບປຸງ, ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີແບບ ແຜນກ້າວສູ່ຄວາມທັນສະໄໝ, ຕິດພັນກັບການກໍ່ສ້າງກໍາລັງໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ວິຊາການຕ່າງໆໃຫ້ຮັບປະກັນທາງດ້ານຈໍານວນ ແລະ ຄຸນນະພາບ; ເປັນກໍາລັງທີ່ຈົ່ງຮັກພັກດີ, ຊື່ສັດບໍລິສຸດຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ.
  3. ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ, ຄະນະບັນຊາຕໍ່ກັບວຽກງານປ້ອງກັນພັກ, ປ້ອງກັນພະນັກງານ, ວຽກງານຕິດຕາມກວດກາ ແລະ ແກ້ໄຂຜົນຂອງການກວດກາໃຫ້ເດັດ ຂາດ, ເຂັ້ມງວດ; ເປັນເຈົ້າການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ພາຍໃນກຳລັງ ໂດຍສະ ເພາະ ການສວຍໃຊ້ສິດໜ້າທີ່ ເພື່ອຫາຜົນປະໂຫຍດບໍ່ຖືກຕ້ອງ, ລະເມີດລະບຽບກົດໝາຍທັງສຸມໃສ່ຕ້ານປະກົດການ “ຫັນປ່ຽນດ້ວຍຕົນເອງ” ແລະ “ເສື່ອມຄຸນປ່ຽນທາດເອງ” ຢ່າງແຂງແຮງ.
  4. ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້, ຈໍາກັດ ແລະ ສະກັດກັ້ນໜໍ່ແໜງທີ່ຈະກະທົບຕໍ່ຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງສັງຄົມ ກໍຄື ຄວາມໝັ້ນຄົງທາງດ້ານເສດ ຖະກິດ ແລະ ວັດທະນະທຳ-ສັງຄົມ, ຕິດພັນກັບການສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງຕາມທິດ 3 ສ້າງເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບກາຍເປັນສະຕິ ແລະ ຄວາມຮັບຜິດຊອບຮ່ວມກັນຂອງທົ່ວສັງຄົມດ້ວຍຄວາມຕັ້ງໜ້າ.
  5. ເພີ່ມທະວີການສະກັດກັ້ນ ແລະ ຕ້ານອາຊະຍາກຳທາງຄອມພິວເຕີ, ການສວຍໃຊ້ສື່ສັງຄົມອອນລາຍກໍຄວາມບໍ່ສະຫງົບໃນສັງຄົມ ໂດຍສົມທົບແໜ້ນກັບຂະແໜງການກ່ຽວຂ້ອງ, ຕິດພັນກັບການຕອບໂຕ້ຂໍ້ມູນ ຫລື ຂ່າວບໍ່ມີຄວາມຈິງ, ການໂຄສະນາໃສ່ຮ້າຍປ້າຍສີຕ່າງໆ ໃຫ້ແຫລມຄົມ ແລະ ທັນການ.
  6. ຕັ້ງໜ້າຜັນຂະຫຍາຍຍຸດທະສາດ ແລະ ແຜນງານດ້ານພະລາທິການຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ ໂດຍສຸມໃສ່ສືບຕໍ່ປັບປຸງ, ຍົກສູງຄຸນນະພາບວຽກງານພະລາທິການຮອບ ດ້ານ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ສຸມໃສ່ສ້າງ, ປັບ ປຸງກົນໄກ, ລະບຽບການທັງຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນການເຄື່ອນໄຫວວຽກງານພະລາທິການຂອງກົມກອງໃຫ້ມີປະສິດທິຜົນ.
  7. ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ, ປະຕິບັດນະໂຍບາຍເຊື່ອມໂຍງພາກພື້ນ ແລະ ສາກົນໃຫ້ມີປະສິດທິຜົນ ໂດຍສຸມໃສ່ການພົວພັນຮ່ວມມືກັບກໍາລັງປ້ອງກັນຄວາມສະ ຫງົບປະເທດເພື່ອນມິດຍຸດທະສາດ, ອົງການຕຳຫລວດອາຊຽນ ແລະ ອົງການຕຳຫລວດສາກົນ ຢ່າງມີການເລືອກເຟັ້ນ; ສົມທົບແໜ້ນລະຫວ່າງການເຊີດຊູນໍ້າໃຈຮັກຊາດ, ຍົກສູງສະຕິເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກັບການຍາດແຍ່ງເອົາກຳລັງແຮງ, ກາລະໂອກາດທີ່ອຳນວຍຂອງຍຸກສະໄໝ ແລະ ສາກົນ, ປະກອບສ່ວນຢ່າງສົມກຽດ ເຂົ້າໃນພາລະກິດປົກປັກຮັກສາຄວາມໝັ້ນຄົງ, ຄວາມສະຫງົບ, ການເຊີດຊູບົດບາດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໃຫ້ສູງຂຶ້ນໃນເວທີສາກົນ ແລະ ພາກພື້ນ.

ຕະຫລອດໄລຍະ 63 ປີຜ່ານມາ, ພວກເຮົາໄດ້ເຮັດຫລ້ອນໜ້າທີ່ອັນໃຫຍ່ຫລວງທີ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ມອບໝາຍໃຫ້, ແມ່ນໄລຍະທາງທີ່ສະຫວ່າງສະໄຫວ, ມີກຽດສະ ຫງ່າ ເຊິ່ງເປັນພື້ນຖານອັນໜັກແໜ້ນ ໃນການປັບປຸງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ມີແບບແຜນກ້າວໄປສູ່ຄວາມທັນສະໄໝ.

ເພື່ອອະນາຄົດອັນສົດໃສຂອງປະເທດຊາດ, ພວກເຮົາຈົ່ງພ້ອມກັນເສີມຂະຫຍາຍທາດແທ້,ມູນເຊື້ອອັນສະຫງ່າງາມ, ຜົນງານໄຊຊະນະທີ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຍາດມາໄດ້ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງໃຫ້ມີໝາກຜົນດີຂຶ້ນກວ່າເກົ່າ, ນຳພາກຳລັງພວກເຮົາ ກ້າວຂຶ້ນດ້ວຍທ່ວງທ່າໃໝ່ທີ່ໜັກແໜ້ນ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ຖືເອົາໂອກາດທີ່ມີຄວາມໝາຍສຳຄັນນີ້ ແຈ້ງໃຫ້ທົ່ວສັງຄົມຮູ້ວ່າ: ສໍາລັບການກະກຽມສະ ເຫລີມສະຫລອງວັນສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ ໂດຍລວມແລ້ວພວກເຮົາໄດ້ກະກຽມ ແລະ ຈັດຕັ້ງປະຕິບັດສຳເລັດຫລາຍກິດຈະກຳ ທີ່ຕິດພັນກັບຮູບການ ແລະ ເນື້ອໃນສະເຫລີມສະຫລອງ ເປັນຕົ້ນ ການດຳເນີນຊີວິດການເມືອງໃນທົ່ວກຳລັງ, ຂະບວນການເຄື່ອນໄຫວວິຊາສະເພາະ, ຂະບວນການສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຂະບວນການກິລາ, ສິລະປະ, ປະດັບປະດາກົມກອງ, ເຄື່ອນໄຫວປາຖະກະ ຖາຢູ່ບັນດາກະຊວງ ແລະ ອົງການ; ການພົບປະໂອ້ລົມພະນັກງານອາວຸໂສບໍານານ, ລົງຢ້ຽມຢາມພະນັກງານທີ່ເຈັບປ່ວຍ, ອວຍພອນການນໍາຂັ້ນສູງຂອງພັກ-ລັດ ແລະ ດຳເນີນການໂຮມຊຸມນຸມ ສະເຫລີມສະຫລອງ 63 ປີ ຂອງກໍາລັງປ້ອງກັນຄວາມສະຫງົບ.

ທ້າຍສຸດນີ້, ຂໍອວຍພອນໃຫ້ການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ນຳພາປະເທດຊາດ ກໍຄື ກຳລັງປະກອບອາວຸດ ແລະ ປວງຊົນລາວບັນດາເຜົ່າ ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້.

ລັດຖະມົນຕີກະຊວງ ປກສ ມີຄຳເຫັນຕໍ່ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 63 ປີ - 5 - ລັດຖະມົນຕີກະຊວງ ປກສ ມີຄຳເຫັນຕໍ່ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 63 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!