iPhone 7 ຂຶ້ນແທ່ນໂທລະສັບມືຖືຂາຍດີທີ່ສຸດໃນໂລກ ເຄິ່ງທໍາອິດຂອງປີ 2017


IHS Markit ລາຍງານວ່າ: iPhone 7 ກາຍເປັນໂທລະສັບມືຖືຂາຍດີທີ່ສຸດໃນໂລກ ໃນໄລຍະເຄິ່ງທໍາອິດຂອງປີ 2017 ຖັດມາແມ່ນ iPhone 7 Plus , Samsung Galaxy Grand Prime Plus, iPhone 6s, Samsung Galaxy S8 ແລະ Samsung Galaxy S8+ ຕາມລໍາດັບ.


ເຖິງວ່າ iPhone 6, iPhone 6s ແລະ iPhone 7 ຈະເປັນໂທລະສັບທີ່ໄດ້ຮັບຄວາມນິຍົມສູງສຸດໃນເຄິ່ງທໍາອິດຂອງປີ 2015, 2016 ແລະ 2017 ຕາມລໍາດັບ ແຕ່ສ່ວນແບ່ງຕະຫຼາດພັດຫຼຸດລົງຈາກ 10% ເປັນ 7% ແລະ ເຫຼືອ 5% ໃນປີ 2017 ນີ້.


ອີກທັງຍອດຈໍາໜ່າຍຂອງ iPhone 7 ແລະ iPhone 7 Plus ຍັງໜ້ອຍກວ່າ iPhone 6s ແລະ iPhone 6s Plus ທີ່ຈໍາໜ່າຍໃນໄລຍະເຄິ່ງທໍາອິດຂອງປີ 2016.
ສ່ວນ Samsung ນັ້ນ ມີຍອດຈໍາໜ່າຍຫຼຸດລົງເມື່ອທຽບໃສ່ Galaxy S7 ແລະ S7 edge ທີ່ປະສົບຜົນສໍາເລັດໃນໄລຍະເຄິ່ງທໍາອິດຂອງປີ 2016 ເຊິ່ງອາດເປັນຜົນມາຈາກການວາງຈໍາໜ່າຍຊ້າກວ່າຮຸ່ນກ່ອນເຖິງ 1 ເດືອນ.