ພາຍຸດີເປສຊັນເຮັດໃຫ້ ນ້ຳຖ້ວມຢູ່ຫວຽດນາມ
October 12, 2017 - 10:13 AM


ເຈົ້າໜ້າທີ່ກ່າວວ່າ: ອຸທົກກະໄພຈາກພາຍຸດີເປສຊັນພັດຖະຫລົ່ມຫວຽດນາມ ເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ ແລະ ສູນຫາຍອີກ 8 ຄົນ.
ພາຍຸພັດຖະຫລົ່ມພື້ນທີ່ພາກກາງຂອງຫວຽດນາມໃນວັນທີ 10 ຕຸລາ ເຮັດໃຫ້ເກີດຝົນຕົກໜັກເປັນບໍລິເວນກວ້າງ ແລະ ພື້ນທີ່ບາງສ່ວນທາງພາກເໜືອຂອງປະເທດ. ເຈົ້າໜ້າທີ່ໄພພິບັດກ່າວວ່າ: ປະຊາຊົນ 8 ຄົນໃນຈຳນວນນີ້ເປັນເດັກນ້ອຍ 2 ຄົນ ເສຍຊີວິດຢູ່ແຂວງເຫງະອານ. ເຈົ້າໜ້າທີ່ທ້ອງຖິ່ນກ່າວໃນວັນທີ 11 ຕຸລາວ່າ: ມີຜູ້ເສຍຊີວິດ 3 ຄົນ ແລະ ສູນຫາຍອີກ 5 ຄົນຢູ່ແຂວງເຢນໄບ, ສ່ວນແຂວງທັນຮົວ ມີລາຍງານຜູ້ເສຍຊີວິດ 2 ຄົນ ແລະ ສູນຫາຍອີກ 5 ຄົນ. ເຈົ້າໜ້າທີ່ກ່າວອີກວ່າ: ມີຜູ້ເສຍຊີວິດ 2 ຄົນຢູ່ແຂວງຮວາບິນທາງພາກເໜືອ.