ຣັດເຊຍອາດໃຫ້ອາເມລິກາຫລຸດເຈົ້າໜ້າທີ່ ສະຖານທູດເຫລືອບໍ່ຮອດ 300 ຄົນ


ສຳນັກຂ່າວເຣຍລາຍງານວ່າ: ກະຊວງຕ່າງປະເທດຣັດເຊຍຍັງບໍ່ປະຕິເສດທາງເລືອກທີ່ຈະສັ່ງໃຫ້ອາເມລິກາຫລຸດຈຳນວນເຈົ້າໜ້າທີ່ປະຈຳສະຖານທູດຣັດເຊຍລົງເຫລືອ 300 ຄົນ ຫລື ໜ້ອຍກວ່ານັ້ນ.
ສື່ຣັດເຊຍລາຍງານອ້າງຄຳກ່າວຂອງທ່ານ ຈໍຈີ ບໍຣິເຊນໂກ ຜູ້ອຳນວຍການກອງອາເມລິກາເໜືອ ກະຊວງຕ່າງປະເທດຣັດເຊຍ ໃນວັນທີ 11 ຕຸລາວ່າ: ພາຍຫລັງເດືອນກໍລະກົດທາງການຣັດເຊຍມີຄຳສັ່ງໃຫ້ອາເມລິກາຫລຸດຈຳນວນເຈົ້າໜ້າທີ່ທູດ ແລະ ເຈົ້າໜ້າທີ່ເຕັກນິກທີ່ເຮັດວຽກໃນສະຖານທູດປະຈຳຣັດເຊຍລົງ 60% ມາຢູ່ 455 ຄົນຈາກຄວາມຂັດແຂ່ງທາງການທູດສອງຝ່າຍ. ທ່ານ ບໍຣິເຊນໂກ ກ່າວວ່າ: ຕົວເລກ 455 ຄົນເທົ່າກັບອາເມລິກາກຳນົດຈຳນວນເຈົ້າໜ້າທີ່ສະຖານທູດຣັດເຊຍໃນອາເມລິກາ ລວມທັງພົນລະເມືອງຣັດເຊຍໃນສຳນັກງານສະຫະປະຊາຊາດທີ່ນະຄອນນິວຢອກນຳ ແລະ ຖ້າອາເມລິກາຍັງບໍ່ພໍໃຈ, ຣັດເຊຍມີສິດເຕັມສ່ວນຈະຫລຸດຈຳນວນເຈົ້າໜ້າທີ່ສະຖານທູດອາເມລິກາລົງອີກເພື່ອໃຫ້ເທົ່າທຽມກັນ ໂດຍໃນກໍລະນີນີ້ຈຳນວນເຈົ້າໜ້າທີ່ອາເມລິກາໃນຣັດເຊຍຈະຕ້ອງຫລຸດລົງໃຫ້ເຫລືອໜ້ອຍກວ່າ 300 ຄົນ.