ແຂວງພາກເໜືອ ຈະມີຝົນຕົກ 30-40% ແລະ ມີຟ້າຮ້ອງລົມແຮງ ສ່ວນນະຄອນຫລວງອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ

ແຂວງພາກເໜືອ ຈະມີຝົນຕົກ 30-40% ແລະ ມີຟ້າຮ້ອງລົມແຮງ ສ່ວນນະຄອນຫລວງອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ - 432717 - ແຂວງພາກເໜືອ ຈະມີຝົນຕົກ 30-40% ແລະ ມີຟ້າຮ້ອງລົມແຮງ ສ່ວນນະຄອນຫລວງອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ
ແຂວງພາກເໜືອ ຈະມີຝົນຕົກ 30-40% ແລະ ມີຟ້າຮ້ອງລົມແຮງ ສ່ວນນະຄອນຫລວງອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ - kitchen vibe - ແຂວງພາກເໜືອ ຈະມີຝົນຕົກ 30-40% ແລະ ມີຟ້າຮ້ອງລົມແຮງ ສ່ວນນະຄອນຫລວງອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ

ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານ ພະຍາກອນອາກາດເຊົ້າວັນທີ 22 ມີນາ 2024 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນ ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີ    ໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ. ສໍາລັບແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະເຢັນໃນຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

  ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ) ອາກາດເຢັນໃນຕອນເຊົ້າ ແລະ ຍັງຈະມີຝົນຕົກຟ້າຮ້ອງໃນ ລະດັບຄ່ອຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ, ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມ 15 – 23 ອົງສາ.

ແຂວງພາກເໜືອ ຈະມີຝົນຕົກ 30-40% ແລະ ມີຟ້າຮ້ອງລົມແຮງ ສ່ວນນະຄອນຫລວງອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ - Visit Laos Visit SALANA BOUTIQUE HOTEL - ແຂວງພາກເໜືອ ຈະມີຝົນຕົກ 30-40% ແລະ ມີຟ້າຮ້ອງລົມແຮງ ສ່ວນນະຄອນຫລວງອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ

 ພາກເໜືອດ້ານຕາເວັນຕົກ (ແຂວງ ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນເຊົ້າ ສ່ວນ ຕອນບ່າຍ ອາກາດຮ້ອນ ຍັງຈະມີຝົນຕົກຟ້າຮ້ອງ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມ 20 – 32 ອົງສາ.

 ນະຄອນຫລວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະຍັງຈະມີຝົນໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ  ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມ 21 – 32 ອົງສາ.

 ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ, ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມ 18 – 31 ອົງສາ.

 ແຂວງໄຊສົມບູນ: ອາກາດຍັງຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ, ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 30% . ອຸນຫະພູມ 15 – 26 ອົງສາ.

  ພາກໃຕ້ (ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ພ້ອມຈະລົມພັດແຮງຢູ່ບາງທ້ອງຖິ່ນ,  ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມ 22 – 38 ອົງສາ.

 ສໍາລັບເຂດພູພຽງບໍລະເວນ: ອາກາດຍັງຈະຫນາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍໂອກາດ, ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມ 15 – 29 ອົງສາ.

ແຂວງພາກເໜືອ ຈະມີຝົນຕົກ 30-40% ແລະ ມີຟ້າຮ້ອງລົມແຮງ ສ່ວນນະຄອນຫລວງອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ - 4 - ແຂວງພາກເໜືອ ຈະມີຝົນຕົກ 30-40% ແລະ ມີຟ້າຮ້ອງລົມແຮງ ສ່ວນນະຄອນຫລວງອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!