ປກສ ແຂວງຈຳປາສັກ ກັກຕົວຜູ້ຄ້າ-ຂາຍ ແລະ ເສບຢາເສບຕິດ 7 ຄົນ


ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ລົງມ້າງຄະດີຄ້າຂາຍຢາເສບຕິດ ປະເພດຢາບ້າ ຢູ່ເຂດ ບ້ານສະຜ່າຍ ເມືອງຊະນະສົມບູນ ແຂວງຈຳປາສັກ ໃນວັນທີ 14 ມີນາ 2024, ກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ ທ້າວ ບຸນຍັງ (ອ໋ອດ) ອາຍຸ 42 ປີ ຊາວນາ ບ້ານໂຍງ ເມືອງຊະນະສົມບູນ ແຂວງຈໍາປາສັກ ພ້ອມຢາບ້າ 231 ເມັດ. ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະໄດ້ຂະຫຍາຍຜົນສາມາດກັກຕົວຜູ້ຮ່ວມຂະບວນການໄດ້ອີກ 6 ຄົນ ຄື:
1. ທ້າວ ບຸນທະວີ ອາຍຸ 50 ປີ ກຳມະກອນ ບ້ານລົມສັກເໜືອ ເມືອງບາຈຽງ ແຂວງຈຳປາສັກ ຖືກກັກໂຕໃນຂໍ້ກ່າວຫາ: ຄ້າ-ຂາຍຢາເສບຕິດ ແລະ ເສບຢາເສບຕິດ, ເຄື່ອງຂອງກາງ ແລະ ຂອງຕິດຕົວມີ ຢາບ້າຈໍານວນ 656 ເມັດ, ລົດຈັກ 1 ຄັນ, ໂທລະສັບ 1 ໜ່ວຍ, ເງິນກີບ 1.100.000 ກີບ.
2. ທ້າວ ຈັນທະຈອນ ອາຍຸ 20 ປີ ບ້ານໂຍງ ເມືອງຊະນະສົມບູນ ແຂວງຈໍາປາສັກ ຖືກຂໍ້ກ່າວຫາ: ຄ້າ-ຂາຍຢາເສບຕິດ ແລະ ເສບຢາເສບຕິດ (ຢາບ້າ), ເຄື່ອງຂອງກາງ ແລະ ຂອງຕິດຕົວ: ລົດຈັກ 1ຄັນ, ໂທລະສັບ 2 ໜ່ວຍ, ເງິນກີບ 2.540.000 ກີບ.
3. ທ້າວ ກາຍະພອນ ອາຍຸ 52 ປີ ບ້ານໃໝ່ເສຍອົງຄະ ເມືອງບາຈຽງແຂວງຈຳປາສັກ ຖືກກັກໂຕໃນຂໍ້ກ່າວຫາ: ຄ້າ-ຂາຍຢາເສບຕິດ ແລະ ເສບຢາເສບຕິດ(ຢາບ້າ), ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ຢາບ້າຈໍານວນ 70ເມັດ, ໂທລະສັບ 1 ໜ່ວຍ.
4. ທ້າວ ຈັນສຸກ ອາຍຸ 44 ປີ ບ້ານລົ່ມສັກເໜືອ ເມືອງບາຈຽງ ແຂວງຈໍາປາສັກ ຖືກກັກໂຕຂໍ້ກ່າວຫາ: ເສບຢາເສບຕິດ (ຢາບ້າ) ເຄື່ອງຂອງກາງ ແລະ ຂອງຕິດຕົວ : ຢາບ້າຈໍານວນ 3 ເມັດ, ໂທລະສັບ 1ໜ່ວຍ, ເງິນກີບ 100.000 ກີບ, ບັດເອທີເອັມ 1 ບັດ.
5. ທ້າວ ບຸນປັນ ອາຍຸ 25 ປີ ບ້ານລົ່ມສັກເໜືອ ເມືອງບາຈຽງ ແຂວງຈໍາປາສັກ ຖືກກັກໂຕໃນຂໍ້ກ່າວຫາ: ເສບຢາເສບຕິດ (ຢາບ້າ).
6. ທ້າວ ເສົາ ອາຍຸ 42 ປີ ບ້ານໃໝ່ສີວິໄລ ເມືອງບາຈຽງ ແຂວງຈໍາປາສັກ ຖືກກັກໂຕໃນຂໍ້ກ່າວຫາ: ເສບຢາເສບຕິດ (ຢາບ້າ), ເຄື່ອງຂອງກາງ ແລະ ຂອງຕິດຕົວມີ ໂທລະສັບ 1 ໜ່ວຍ.
ປັດຈຸບັນເຈົ້າໜ້າທີ່ຍັງດໍາເນີນການສືບສວນ-ສອບສວນເພື່ອຊອກຫາຜູ້ເຂົ້າຮ່ວມຂະບວນການຄ້າ-ຂາຍຢາເສບຕິດນຳກັນມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.