ພາກເໜືອເຂດກາຊາສ່ຽງຜະເຊີນວິກິດອຶດຫິວ ອິດສະລາແອນ-ຮາມັດຍັງຢຸດຍິງຄັ້ງໃໝ່ບໍ່ໄດ້


ການເຈລະຈາຢຸດຍິງຄັ້ງໃໝ່ລະຫວ່າງອິດສະລາແອນກັບກຸ່ມຮາມັດຍັງເຕັມໄປດ້ວຍອຸປະສັກ, ຂະນະທີ່ສະຫະປະຊາຊາດກັງວົນຢ່າງໜັກກ່ຽວກັບສະພາບອຶດຫິວຢູ່ເຂດກາຊາ.
ວັນທີ 20 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ອິສມາອິລ ຮານິເຢ ຜູ້ນໍາສູງສຸດທາງການເມືອງຂອງກຸ່ມຮາມັດ ກ່າວວ່າ: ອິດສະລາແອນຍັງເປັນຝ່າຍເດີນໜ້າສ້າງຄວາມວຸ້ນວາຍ ແລະ ບໍ່ຢຸດສ້າງຄວາມຮຸນແຮງເພື່ອທໍາລາຍການເຈລະຈາສັນຕິພາບທີ່ກໍາລັງເກີດຂຶ້ນຢູ່ນະຄອນຫລວງໂດຮາ ຂອງກາຕາ.
ຂະນະດຽວກັນ, ກອງທັບອິດສະລາແອນປະຕິບັດການທາງທະຫານຢູ່ໂຮງໝໍອັລ ຊີຟາ ເຊິ່ງເປັນໂຮງໝໍໃຫຍ່ທີ່ສຸດຂອງເຂດກາຊາ ເປັນຄັ້ງທີສອງນັບແຕ່ສົງຄາມຢູ່ເຂດກາຊາເລີ່ມຂຶ້ນໃນວັນທີ 7 ຕຸລາ 2023 ຍິ່ງເປັນເນັ້ນໃຫ້ເຫັນວ່າ ອິດສະລາແອນຕ້ອງການທໍາລາຍຄວາມພະຍາຍາມການຟື້ນຟູການໃຊ້ຊີວິດຂອງປະຊາຊົນຢູ່ເຂດກາຊາ ແລະ ອົງປະກອບທີ່ຈໍາເປັນຕໍ່ການດໍາລົງຊີວິດຂອງມະນຸດ.
ອີກດ້ານໜຶ່ງ, ທ່ານ ໂຟເຄີ ເຕິກ ຂ້າຫລວງໃຫຍ່ດ້ານສິດທິມະນຸດແຫ່ງສະຫະປະຊາຊາດ (UN) ກ່າວວ່າ: ຊາວປາແລັສຕິນປະມານ 300.000 ຄົນ ຢູ່ພາກເໜືອຂອງເຂດກາຊາ ສ່ຽງຜະເຊີນສະພາບອຶດຫິວພາຍໃນເດືອນພຶດສະພານີ້ ຖ້າຍັງບໍ່ມີການເພີ່ມການຊ່ວຍເຫລືອດ້ານມະນຸດສະທໍາໃຫ້ຫລາຍກວ່າເກົ່າ.
ນອກຈາກນີ້, ທ່ານ ເຕິກ ກ່າວວ່າ: ການທີ່ອິດສະລາແອນຍັງປິດກັ້ນຄວາມພະຍາຍາມຂອງຫລາຍຝ່າຍໃນການລໍາລຽງການຊ່ວຍເຫລືອດ້ານມະນຸດສະທໍາເຂົ້າສູ່ເຂດກາຊາ ແລະ ຍັງປະຕິບັດການໂຈມຕີໂຮງໝໍທີ່ອິດສະລາແອນເຊື່ອວ່າເປັນຖານບັນຊາການ ແລະ ແຫລ່ງລີ້ຊ້ອນຂອງກຸ່ມຮາມັດ ຄືການໃຊ້ສະພາບອຶດຫິວເປັນເຄື່ອງມືເຮັດສົງຄາມ.
ຍິ່ງໄປກວ່ານັ້ນ, ອິດສະລາແອນຍັງຢືນຢັນການເດີນໜ້າປະຕິບັດການທາງທະຫານພາກພື້ນດິນຢູ່ເມືອງຮາຟາ ເຊິ່ງເປັນເມືອງໃຫຍ່ທີ່ສຸດທາງຕອນໃຕ້ຂອງເຂດກາຊາ ທ່າມກາງສຽງຄັດຄ້ານຈາກບັນດາປະເທດ ໂດຍສະເພາະອາເມລິກາ ທີ່ຮຽກຮ້ອງວ່າ: ອິດສະລາແອນຕ້ອງມີແຜນການຊ່ວຍເຫລືອປະຊາຊົນໃນພື້ນທີ່ໃຫ້ຈະແຈ້ງກວ່ານີ້.
ເຖິງຢ່າງໃດກໍຕາມ, ນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ຜູ້ນໍາອິດສະລາແອນ ເນັ້ນວ່າ: ເປົ້າໝາຍສົງຄາມຂອງອິດສະລາແອນທີ່ຈະເປັນການກວາດລ້າງກຸ່ມຮາມັດໃຫ້ໝົດໄປ ບໍ່ມີທາງສໍາເລັດໄດ້ ຖ້າບໍ່ມີການໃຊ້ປະຕິບັດການທາງທະຫານພາກພື້ນດິນຢູ່ເມືອງຮາຟາ.