ອຸບັດຕິເຫດລົດຕູ້ຂົນສົ່ງໂດຍສານເສຍຫລັກ ຢູ່ເຂດບ້ານໂພນງາມ ເມືອງປາກລາຍ ແຂວງໄຊຍະບູລີ
March 19, 2024 - 2:56 PM


ມູນນິທິຊ່ວຍເຫລືອຜູ້ປະສົບໄພ ແຂວງ ໄຊຍະບູລີ ລາຍງານວ່າ: ເວລາ12:15 ໂມງ ຂອງວັນທີ 19 ມີນາ 2024 ນີ້, ເກີດອຸບັດຕິເຫດລົດຕູ້ຂົນສົ່ງໂດຍສານເສຍຫລັກປິ້ນຂ້າງທາງ ຢູ່ເຂດບ້ານໂພນງາມ ເມືອງປາກລາຍ ແຂວງໄຊຍະບູລີ, ເຮັດໃຫ້ມີຄົນບາດເຈັບຈຳນວນຫລາຍ.
ປັດຈຸບັນຍັງບໍ່ມີລາຍງານອາການຜູ້ໄດ້ຮັບບາດເຈັບໃນເຫດການດັ່ງກ່າວ ຖ້າມີຂໍ້ມູນເພີ່ມເຕີມທີມຂ່າວລາວພັດທະນາຈະລາຍງານໃຫ້ທ່ານຊາບຕື່ມຕາມພາຍຫລັງ.