ເອັສຣາ ເອັຟຊີ ກຽມພ້ອມເຂົ້າຮ່ວມແຂ່ງຂັນຢູ່ໄທຕົ້ນເດືອນພະຈິກນີ້
October 10, 2017 - 4:04 PM




ທ່ານ ສຸກອາພອນ ວົງ ຈຽງຄໍາ ຄູຝຶກສະໂມສອນ ເອັສຣາ ເອັຟຊີ ໃຫ້ສໍາພາດວ່າ: ພາຍຫລັງສໍາເລັດການແຂ່ງ ຂັນເຕະບານເຍົາວະຊົນຮຸ່ນອາຍຸບໍ່ເກີນ 14 ປີ ທີ່ສະຫະພັນ ບານເຕະແຫ່ງຊາດລາວ (ສຕລ)ເພື່ອຄັດເລືອກເປັນຕົວ ແທນໃຫ້ກັບສະໂມສອນລາວຮ່ວມການແຂ່ງຂັນ CP-Meiji Cup U-14 International Champions 2017 ຈະຈັດຂຶ້ນລະຫວ່າງວັນທີ 8-11 ພະຈິກ 2017 ທີ່ແຂວງ ບູລີລໍາ ປະເທດໄທ ພວກເຮົາກໍ ໄດ້ຝຶກຊ້ອມເປັນປະຈໍາທຸກໆມື້ໂດຍລົງສະໜາມແຕ່ເວລາ 6:00-8:00 ໂມງເຊົ້າ ສ່ວນ ຕອນແລງເລີ່ມແຕ່ 16:00-18:00 ໂມງ ທັງນີ້ເພື່ອຝຶກ ຊ້ອມທາງດ້ານພະລະກໍາລັງ ຂອງນັກກິລາແຕ່ລະຄົນໃຫ້ມີ ຄວາມແຂງແກ່ນທີ່ສຸດສາ ມາດຕໍ່ສູ້ກັບຄູ່ແຂ່ງໄດ້. ສໍາລັບ ການແຂ່ງຂັນຄັ້ງນີ້ມີ 8 ສະໂມ ສອນເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ແລະ ກຸ່ມ B ໂດຍຈະຄັດເລືອກເອົາພຽງອັນດັບທີ 1 ແລະ ອັນດັບທີ 2 ກຸ່ມ ເພື່ອເຂົ້າຮອບ 4 ທີມສຸດທ້າຍ ແລ້ວແຂ່ງຂັນເພື່ອຊີງອັນດັບທີ 1 ຂອງການແຂ່ງຂັນນີ້. ໃນ ການແຂ່ງຂັນ CP-Meiji Cup U-14 International Champions 2017 ຄັ້ງນີ້ ສະໂມສອນຂອງພວກເຮົາຖືກຈັດຢູ່ໃນກຸ່ມ A ປະກອບມີສະ ໂມສອນບູລີລໍາ ຢູໄນເຕັດ, JUBILO IWATA ມາຈາກ ຢີ່ປຸ່ນ ແລະ ສະໂມສອນສະໝຸດ ປາການ; ສ່ວນກຸ່ມ B ປະກອບ ມີ ສະໂມສອນ ແບັງຄັອກ ຢູໄນເຕັດ, ພະນົມເປັນຄາວມາ ຈາກກໍາປູເຈຍ, ຊົນບູລີ ເອັຟຊີ ແລະ ສະໂມສອນມາເລເຊຍ.
ທ່ານ ສຸກອາພອນ ວົງ ຈຽງຄໍາ ຍັງເວົ້າອີກຕື່ມວ່າ: ການແຂ່ງຂັນຄັ້ງນີ້ພວກເຮົາ ຈະສູ້ເຕັມເພື່ອຍາດໃຫ້ເຂົ້າ ຮອບ 4 ທີມສຸດທ້າຍໃຫ້ໄດ້ ເຖິງວ່າພວກເຮົາຈະຖືກຈັດຢູ່ ກຸ່ມທີ່ມີຄວາມແຂງແກ່ນກໍ ຕາມແຕ່ພວກເຮົາຈະສູ້ສຸດ ຄວາມສາມາດ. ແນວໃດກໍ ຕາມການແຂ່ງຂັນຄັ້ງນີ້ພວກ ເຮົາຂໍຝາກໃຫ້ກອງເຊຍແຟນບານລາວໃຫ້ກໍາລັງໃຈກັບນັກກິລາສະໂມສອນເອັສຣາ ເອັຟ ຊີ ທີ່ເປັນຕົວແທນ ສປປ ລາວ ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ອີກດ້ວຍ.