5 ນາທີຕໍ່ມື້ຊ່ວຍໃຫ້ສະໝອງແຂງແຮງຂຶ້ນ


ການຫາເວລາພັກຜ່ອນຂອງຄົນທີ່ຫຍຸ້ງວຽກຫລາຍໆມັນເປັນເລື່ອງທີ່ເກືອບເປັນໄປບໍ່ໄດ້ເລີຍ ເພາະດ້ວຍເວລາທີ່ຈຳກັດຂອງ ພວກເຂົາເອງ. ແຕ່ແນວໃດກໍຕາມ ການພັກຜ່ອນກໍເປັນສິ່ງທີ່ຈຳເປັນສຳລັບພວກເຂົາບໍ່ໜ້ອຍ ເພາະບໍ່ພຽງຊ່ວຍຫລຸດຄວາມເຄັ່ງຄຽດ, ແຕ່ຍັງຊ່ວຍຜ່ອນຄາຍສະໝອງໃຫ້ມີສຸຂະພາບທີ່ດີຂຶ້ນນຳອີກ.
ຈາກຜົນການວິໄຈທີ່ຜ່ານມາຂອງ Dr. Florian Kurth ສາສະດາຈານຈາກສາຂາວິຊາປະສາດວິທະຍາ ຂອງມະຫາວິທະຍາໄລ UCLA ເປີດເຜີຍວ່າ ເມື່ອເຂົ້າສູ່ໄວກາງຄົນ ສະໝອງຄົນເຮົາຈະເລີ່ມຫົດ ແລະ ສູນເສຍປະສິດທິພາບໃນການເຮັດວຽກ ແລະ ເຮົາກໍເກືອບຈະບໍ່ທັນສັງເກດ ຈົນອາການຫລົງໆລືມໆເລີ່ມເກີດຂຶ້ນ.
ທີມງານຂອງລາວ ເຊິ່ງນຳໂດຍ Dr. Eileen Luders ໄດ້ທົດລອງກັບກຸ່ມຄົນທີ່ນັ່ງສະມາທິເປັນປະຈຳ ແລະ ບໍ່ເຄີຍນັ່ງສະມາທິເລີຍ ຈຳນວນ 100 ຄົນ ພົບວ່າ ຈາກຮູບພາບສະແກນສະໝອງຂອງກຸ່ມຄົນທີ່ນັ່ງສະມາທິມີມວນສະໝອງຫລາຍກ່ວາກຸ່ມຄົນທີ່ບໍ່ນັ່ງສະມາທິ.
Dr. Sara Lazur ນັກປະສາດວິທະຍາຂອງມະຫາວິທະຍາໄລແພດຮາເວີດ ແລະ ທີມວິໄຈຂອງນາງ ກໍໄດ້ວິໄຈກ່ຽວກັບ ການນັ່ງສະມາທິເຊັ່ນກັນ ເຊິ່ງຈາກຮູບພາບສະແກນສະໝອງພົບວ່າ ເມື່ອເຂົ້າອາທິດທີ 8 ຜູ້ທົດລອງທີ່ນັ່ງສະມາທິຕິດຕໍ່ກັນເປັນ ເວລາດົນສົ່ງຜົນຕໍ່ສະໝອງໃຫ້ເຮັດວຽກໄດ້ດີຂຶ້ນ.
ເພື່ອສຸຂະພາບສະໝອງທີ່ດີ ທ່ານຄວນຈະເລີ່ມນັ່ງສະມາທິໂດຍເລີ່ມຈາກຂັ້ນຕອນງ່າຍໆດັ່ງນີ້ :
- ການຝຶກສະມາທິໃນແບບທີ່ມັກ ແລະ ເຮັດໃຫ້ຕິດເປັນນິໄສ : ລາວໄດ້ກ່າວວ່າ ການນັ່ງສະມາທິມີຜົນຊ່ວຍໃຫ້ຂະບວນການຮັບຮູ້ພັດທະນາຂຶ້ນ ແລະ ຍັງຊ່ວຍໃນເລື່ອງການຫລຸດຄວາມເຄັ່ງຄຽດ. ນອກຈາກນີ້ ການນັ່ງສະມາທິສາມາດຊ່ວຍຫລຸດຄວາມເສື່ອມໂຊມຂອງສະໝອງ ເຊິ່ງຈະເຫັນຜົນໄດ້ຈະແຈ້ງຈາກຄົນຝຶກສະມາທິ ແລະ ລາວຍັງໄດ້ແນະນຳວ່າເຮົາຄວນຫາວິທີຝຶກສະມາທິທີ່ເໝາະສົມກັບໂຕເອງ ເຊິ່ງອາດຈະໃຊ້ວິທີ MBSR (ການຕັ້ງສະຕິ) ຫລື ໂຢຄະ ແລະ ເຮັດທຸກໆມື້, ມື້ລະ 5 – 10 ນາທີຈົນຕິດເປັນນິໄສ.
- ຈັດຕາຕະລາງເວລາ : ຫາກຫຍຸ້ງວຽກຫລາຍຈົນກັງວົນວ່າຈະບໍ່ມີເວລາຝຶກສະມາທິ ໃຫ້ຄິດວ່າການຝຶກສະມາທິເປັນວິທີ ຍືດອາຍຸການໃຊ້ງານຂອງສະໝອງ ຄືກັນກັບທີ່ເຮົາຕ້ອງຖູແຂ້ວທຸກມື້ເພື່ອບໍ່ໃຫ້ເປັນແຂ້ວແມງ ດັ່ງນັ້ນ ລອງຈັດຕາຕະລາງສະຫລະເວລາບໍ່ເທົ່າໃດນາທີໃນລະຫ່ວາງນັ່ງເຮັດວຽກ ຫລື ເວລາຢູາໃນລົດໃຫ້ສະໝອງໄດ້ພັກຜ່ອນແດ່.
- ເລີ່ມອອກກຳລັງກາຍແບບງ່າຍໆ : ນັກໂຢຄະ ແລະ ຜູ້ໃຫ້ຄຳປຶກສາເລື່ອງການຝຶກສະມາທິ ທ່ານ ອະເລັກຊິສ ພຽສ ໄດ້ແນະວ່າ : ການກຳນົດລົມຫາຍໃຈຊ່ວຍໃຫ້ສະໝອງເຮົາຝຶກສະມາທິຢູ່ຕະຫລອດເວລາ ແລະ ເຮັດໃຫ້ເຮົາມີສະຕິຮັບຮູ້ ເຊິ່ງຫລຸດຄວາມເຄັ່ງຄຽດ ເຮັດໃຫ້ເຮົາພົບຄວາມສະຫງົບ ແລະ ເຕັກນິກການຝຶກສະມາທິເຫລົ່ານີ້ກໍໃຊ້ເວລາບໍ່ເຖິງ 5 ນາທີ ຖ້າພ້ອມແລ້ວລອງໄປເຮັດນຳກັນເລີຍ.
– ກຳນົດລົມຫາຍໃຈແບບຮູບ ໂຕ V : ຫລັບຕາລົງ ແລະ ເລັງຈິດໄປຫາຈຸດກາງລະຫວ່າງຕາທັງສອງເບື້ອງ, ຈິນຕະນາການເຖິງລົມທີ່ເຄື່ອນທີ່ກ້ຽວເຂົ້າອອກເປັນຮູບໂຕ V, ຈິນຕະນາການໃຫ້ມັນເຄື່ອນທີ່ຂຶ້ນໄປເທິງໜ້າຜາກເມື່ອທ່ານຫາຍໃຈເຂົ້າ ແລະ ໃຫ້ມັນກັບມາບ່ອນເກົ່າເມື່ອທ່ານຫາຍໃຈອອກ ເຮັດແບບນີ້ກ້ຽວໄປກ້ຽວມາເລື້ອຍໆ ການເຮັດແບບນີ້ຈະຊ່ວຍຜ່ອນຄາຍສະໝອງເບື້ອງໜ້າ ເຊິ່ງມີບົດບາດໃນການຕັດສິນໃຈສິ່ງຕ່າງໆ, ການສືບເອົາອົກຊີແຊນເຂົ້າໄປຈະຊ່ວຍຜ່ອນຄາຍສະໝອງເບື້ອງນີ້ໃຫ້ເຮັດວຽກໄດ້ດີຂຶ້ນ.
– ຫາຍໃຈແບບ 3 ຂັ້ນຕອນ : ຫລັບຕາລົງ ແລະ ສືບຫາຍໃຈເຂົ້າເລິກໆໃຫ້ເຕັມປອດ ຈາກນັ້ນ ກັ້ນຫາຍໃຈໄວ້ຈັກໜ້ອຍ ແລ້ວຈຶ່ງຄ່ອຍໆປ່ອຍລົມຫາຍໃຈອອກມາ 3 ຈັງຫວະ ໄລຍະລະໜ້ອຍໆ ເລີ່ມຈາກໃນໄລຍະເອິກເທິງ, ເອິກລຸ້ມ ແລະ ທ້ອງ. ການຫາຍໃຈອອກແບບນີ້ທ່ານຈະຮູ້ສຶກໄດ້ເຖິງລົມທີ່ຜ່ານອອກມາຈາກຊ່ອງເອິກ ແລະ ທ້ອງຂອງທ່ານ ຫາກລອງເຮັດແບບນີ້ປະມານ 2 – 3 ນາທີ ທ່ານຈະຮັບຮູ້ໄດ້ເຖິງຄວາມຜ່ອນຄາຍ ແລະ ຮ່າງກາຍທີ່ເບົາລົງ ຄ້າຍຄືກັບຄວາມຮູ້ສຶກຂອງຄື້ນນ້ຳທີ່ກະທົບຝັ່ງຢູ່ຕະຫລອດເວລາ.