ຄອນຕາ ຊະນະ ວອດນຽກກີ 2-0 ເຊັດ ຄວ້າແຊ໊ມເຕັນນິສ ໄມອາມີ ໂອເພນ
April 2, 2017 - 3:45 PM


ຫລັງຈົບການແຂ່ງຂັນ ຄອນຕາ ອາຍຸ 25 ປີ ເຊິ່ງຄວ້າ ແຊ໊ມໃນລະດັບ. ດັບເບິລຢູທີເອ ທົວ ເປັນລາຍການທີ 3 ແລະ ຈະໄດ້ເລື່ອນອັນດັບໂລກຈາກ 11 ຂຶ້ນໄປຢູ່ທີ 7 ໃນການຈັດອັນດັບ ໂລກໃນອາທິດນີ້ ກ່າວວ່າ:“ຂ້ອຍ ຕ້ອງຂໍຂອບໃຈກອງເຊຍໃນສະ ໜາມຢ່າງຫຼາຍ ພວກເຈົ້າດີເດັ່ນ ຫຼາຍມາໂດຍຕະຫຼອດທັງອາທິດ ໄມອາມີ ເປັນເມືອງທີ່ເຕັມໄປ ດ້ວຍພະລັງ ແລະ ພວກເຈົ້າກໍສົ່ງ ພະລັງມາເຖິງຂ້ອຍໃນສະໜາມ ແລະ ຂ້ອຍຕ້ອງຂໍຂອບໃຈທີມ ງານທັງໝົດຂອງຂ້ອຍ ເຮົາມີ ໄລຍະເວລາທີ່່ດີ ແລະ ມີໄລຍະເວ ລາໃນການເຮັດວຽກໜັກຮ່ວມ ກັນ ແລະ ຂ້ອຍກໍຫວັງວ່າມັນ ຈະເປັນຢ່າງນີ້ຕໍ່ໄປ”.