UN ຂຶ້ນບັນຊີດຳກ່ຳປັ່ນບັນທຸກສິນຄ້າ ສປປ ເກົາຫລີ


ສະຫະປະຊາຊາດມີຄຳສັ່ງຫ້າມທ່າກ່ຳປັ່ນທົ່ວໂລກຮັບການຈອດຂອງກ່ຳປັ່ນບັນທຸກສິນຄ້າ ສປປ ເກົາຫລີ 4 ລຳ ຖານລັກລອບລຳລຽງ “ສິນຄ້າຕ້ອງຫ້າມ” ທີ່ຢູ່ໃນລາຍຊື່ການຂວ້ຳບາດ.


ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດສະຫະລັດອາເມລິກາ ໃນວັນທີ 9 ຕຸລາວ່າ: ຄະນະກຳມະການດ້ານການຂວ້ຳບາດ ສປປ ເກົາຫລີ ຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ອອກຖະແຫລງການໃນວັນທີ 9 ຕຸລາ ຫ້າມສະມາຊິກສະຫະປະຊາຊາດ (UN) ທຸກປະເທດ ອະນຸຍາດໃຫ້ກ່ຳປັ່ນບັນທຸກສິນຄ້າຂອງ ສປປ ເກົາຫລີ 4 ລຳເຂົ້າຈອດທ່າ ເນື່ອງຈາກເປັນກ່ຳປັ່ນທີ່ລັກລອບຂົນສົ່ງສິນຄ້າ ເຊິ່ງຢູ່ໃນບັນຊີການຂວ້ຳບາດຂອງ UNSC.
ທັງນີ້ ຂໍ້ມູນຈາກຖະແຫລງການລະບຸຊື່ຂອງກ່ຳປັ່ນທັງ 4 ລຳ ໄດ້ແກ່ເພເທຣລ 8, ເຫົາຟານ 6, ຕົງຊານ 2 ແລະ ຈີຊຸນ ເຊິ່ງມີການກວດພົບວ່າລັກລອບບັນທຸກ “ສິນຄ້າຕ້ອງຫ້າມ” ຫລາຍລາຍການ ລວມທັງເສື້ອຜ້າ ແລະ ຜະລິດຕະພັນຕັດຫຍິບອື່ນໆ, ອາຫານທະເລ ແລະ ແຮ່ເຫລັກ ເຊິ່ງເປັນສິນຄ້າທີ່ UNSC ມີມະຕິຫ້າມ ສປປ ເກົາຫລີ ສົ່ງອອກ ຕາມມະຕິຂວ້ຳບາດໃນເດືອນສິງຫາຜ່ານມາ.