ຕໍາຫລວດເຜີຍໄລຍະບຸນອອກພັນສາ ແລະ ຊ່ວງເຮືອທ່າວັດຈັນມີປະຊາຊົນຫລາຍລາຍຕົກເປັນເຫຍືອແກ໋ງມິດສາຊີບ


ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີນະຄອນຫລວງວຽງຈັນ ເປີດເຜີຍໃຫ້ຮູ້ວ່າ: ຕະຫລອດໄລຍະຂອງການຄົບງັນບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈໍາປີທ່າວັດຈັນນະຄອນຫລວງວຽງຈັນລະຫວ່າງວັນທີ 4-6 ຕຸລາຜ່ານມານີ້, ໄດ້ມີປາກົດການຫຍໍ້ທໍ້ເກີດຂຶ້ນຫລາຍສົມຄວນ, ພົ້ນເດັ່ນແມ່ນບັນຫາລັກຊັບ, ແຫກກະເປົາ ແລະ ຈົກກະເປົາຂອງຜູ້ມາທ່ຽວບຸນຂອງແກ໋ງມິດສາຊີບ, ເກີດຂຶ້ນຫລາຍກວ່າ 10 ຄັ້ງ, ທຽບໃສ່ປີຜ່ານມາເຫັນວ່າມີລັກສະນະເພີ່ມຂຶ້ນ, ອັນໄດ້ສ້າງຄວາມເສຍຫາຍທາງດ້ານວັດຖຸຊັບສີນຫລາຍລ້ານກີບ.
ຮອງຫົວໜ້າກອງບັນຊາການ ປກສ ເມືອງດັ່ງກ່າວ ໃຫ້ຮູ້ວ່າ: ສໍາລັບການຮັກສາຄວາມສະຫງົບໃນງານບຸນອອກພັນສາປີນີ້, ໄດ້ຈັດກໍາລັງວິຊາສະເພາະລົງ ປະຈຳຢູ່ຈຸດຫລໍ່ແຫລມຕ່າງໆພາຍໃນງານບຸນຢ່າງເຂັ້ມງວດ ເພື່ອຕິດຕາມຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ອໍານວຍຄວາມສະດວກດ້ານຕ່າງໆໃຫ້ແກ່ຜູ້ທີ່ ມາທ່ຽວບຸນ, ໂດຍສະເພາະເອົາໃຈໃສ່ສະກັດກັ້ນກຸ່ມແກ໋ງມິດສາຊີບທີ່ສວຍໂອກາດລ່ວງ ແລະ ແຫກກະເປົາຂອງນັກທ່ອງທ່ຽວ, ແຕ່ເນື່ອງຈາກງານບຸນດັ່ງກ່າວມີຄົນມາທ່ຽວເປັນຈຳນວນຫລວງຫລາຍ ແລະ ມີຄວາມແອອັດໃນຫລາຍຈຸດຈຶ່ງເຮັດໃຫ້ກຸ່ມຄົນບໍ່ດີດັ່ງກ່າວສາມາດລົງມືກໍ່ເຫດໄດ້ງ່າຍ.