ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ

ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ - 431688187 918930683568074 2722442221340760797 n e1710213645496 - ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ
ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ - kitchen vibe - ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ຢ່າງເປັນທາງການ ໂດຍແມ່ນ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຮອງຫົວໜ້າກົມຈັກຕັ້ງ ແລະ ພະນັກງານ ກະຊວງ ສສກ ເປັນປະທານສະຫະພັນ.

ພິທີປະກາດການແຕ່ງຕັ້ງຄະນະບໍລິຫານງານສະຫະພັນດັ່ງກ່າວ ຈັດຂຶ້ນ ເມື່ອວັນທີ 7 ມີນາ 2024 ທີ່ຫ້ອງປະຊຸມສະໂມສອນຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ໃຫ້ກຽດເຂົ້າຮ່ວມ ແລະ ເປັນສັກຂີພິຍານໂດຍທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານ ຄອລ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.

ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ - Visit Laos Visit SALANA BOUTIQUE HOTEL - ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ

ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ: ຄືຮູ້ກັນແລ້ວວ່າກິລາຈູຈິດຊູ ໃນໂລກປັດຈຸບັນເຫັນວ່າເປັນທີ່ນິຍົມຊົມຊອບໃນການຫຼິ້ນໃນທົ່ວໂລກ ເວົ້າສະເພາະໃນສປປ ລາວກໍມີການພັດທະນາຢ່າງເຕີບໃຫຍ່ຂະຫຍາຍຕົວ ໂດຍສະເພາະວຽກງານພັດທະນາບຸກຄະລາກອນ, ຄູຝຶກ ແລະ ນັກກິລາ ການເຄື່ອນໄຫວຈັດກິດຈະກໍາ, ການເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາຊີເກມ ຄັ້ງທີ 32 ທີ່ ຣາຊອານາຈັກກໍາປູເຈຍ ສາມາດ ຍາດມາ ໄດ້ 1 ຫຼຽນເງິນ ແລະ ຫຼ້າສຸດ ໃນລາຍການ ຈູຈິດຊູ ລົບບູລີ ໂອເພັນ, ທີ່ປະເທດໄທ ເມື່ອວັນທີ 17 ກຸມພາ 2024 ທີ່ຜ່ານມາ ກໍສາມາດຍາດໄດ້ເຖິງ 4 ຫຼຽນຄຳ, 3 ຫຼຽນເງິນ ແລະ 1 ຫຼຽນທອງ. ນອກນັ້ນ, ນັກກິລາຈູຈິດຊູທີມຊາດລາວ ກໍໄດ້ເຄື່ອນໄຫວ ທຳການແຂ່ງຂັນທີ່ ປະເທດ ສະຫະລັດ ອາເມຣິກາ ແລະ ສາມາດຍາດໄດ້ຫຼຽນລາງວັນຢ່າງຕໍ່ເນື່ອງ, ຊຶ່ງເປັນຄວາມພາກພູມໃຈ ຂອງວົງການກິລາຈູຈິດຊູ ຄວາມເອກອ້າງ ທະນົງໃຈ ມາສູ່ປະເທດຊາດ, ການຈັດຕັ້ງກິລາຈູຈິດຊູລະດັບພາກພື້ນ, ສາກົນ ແລະ ປະເທດ ເພື່ອນມິດ ໄດ້ຮັບຮູ້ເຖິງການພັດທະນາກິລາຈູຈິດຊູຂອງລາວເຮົາ ໄດ້ຍົກມາດຖານຂຶ້ນ ເປັນລໍາດັບ.

ທ່ານລັດຖະມົນຕີ ກະຊວງ ສສກ ກ່າວຕື່ມອີກວ່າ: ມື້ນີ້ເປັນມື້ທີ່ປະກາດຮັບຮອງການປັບປຸງກົງຈັກການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູຊຸດໃໝ່ (ຊຸດທີ 1) , ເພື່ອສືບຕໍ່ພັດທະນາວົງການກິລາຈູຈິດຊູຂອງລາວເຮົາ, ທີ່ຕິດພັນກັບທິທາງແຜາການການເຄື່ອນໄຫວ ຂອງສະຫະພັນນັ້ນ, ຈຶ່ງຂໍມີທິດຊີ້ນຳ ໃຫ້ແກ່ຄະນະບໍລິຫານງານ ສະຫະພັນກິລາຈູຈິດຊູຊຸດໃໝ່ ໃນການຄຸ້ມຄອງ-ບໍລິຫານ ວຽກງານຂອງສະຫະພັນ ໃຫ້ເປັນໄປຕາມ ແນວທາງນະໂຍບາຍ ແລະ ແຜນຍຸດທະສາດພັດທະນາກິລາລາວ ທີ່ວາງໄວ້ນັ້ນ ຕ້ອງເພີ່ມທະວີການເອົາໃຈໃສ່ວຽກງານແນວຄິດ, ຄວາມສາມັກຄີ ພາຍໃນໝູ່ຄະນະຢ່າງໜັກແໜ້ນ, ປະຕິບັດລະບອບປະຊາທິປະໄຕລວມໝູ່ ຕົກລົງເປັນໝູ່ຄະນະ, ເຄົາລົບກົດໝາາຍ, ລະບຽບການຕ່າງໆ ພ້ອມປະສານສົມທົບກັບ ອົງການຈັດຕັ້ງ ພັກ, ລັດ ເວົ້າລວມ ເວົ້າສະເພາະ ກົມກິລາລະດັບສູງ, ຄະນະກໍາມະການໂອແລມປິກແຫ່ງຊາດລາວ ແລະ ອົງການຈັດຕັ້ງກິລາອື່ນໆ ທີ່ກ່ຽວຂ້ອງ ແລະ ສືບຕໍ່ເອົາໃຈໃສ່ ແກ້ໄຂບັນຫາ ແລະ ຂໍ້ຄົງຄ້າງທີ່ເກີດຂຶ້ນໃນໄລຍະຜ່ານມາ ຢາງຈິງຈັງ ເສີມຂະຫຍາຍຈຸດດີ ທີ່ປະຕິບັດຜ່ານມາ.

ນອກຈາກນັ້ນ, ກໍຕ້ອງຊອກສ້າງທຸກເງື່ອນໄຂ ເພື່ອສຸມໃສ່ການພັດທະນາບຸກຄະລາກອນ, ການສ້າງນັກກິລາ ແຕ່ລະຮຸ່ນ ອາຍຸ ໃຫ້ມີຄວາມຮູ້, ຄວາມເຂັ້ມແຂງຂອງຮ່າງກາຍ-ຈິດໃຈ, ມີຄວາມສາມາດທາງດ້ານເຕັກນິກ, ຍຸດທະວິທີ ແລະ ນຳໃຊ້ວິທະຍາສາດເຂົ້າມາຊ່ວຍ ເພື່ອໃຫ້ຍັບເຂົ້າໃກ້ມາດຕະຖານ ຂອງພາກພື້ນ ແລະ ສາກົນເທື່ອລະກ້າວ; ສືບຕໍ່ຂະຫຍາຍການຮ່ວມມື, ຍາດແຍ່ງທຶນຮອນຈາກອົງການຈັດຕັ້ງກິລາຈູຈິດຊູ ໃນອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໂດຍສະເພາະ ດ້ານການສ້າງບຸກຄະລາກອນ ແລະ ການຈັດຕັ້ງແຂ່ງຂັນ ໃນລະດັບຕ່າງໆ; ຂະຫຍາຍຕາໜ່າງກິລາຈູຈິດຊູ ລົງສູ່ທ້ອງຖິ່ນ, ບັນດາແຂວງ ເພື່ອຊ່ວຍການພັດທະນາກິລາຈູຈິດຊູ ໃຫ້ເຂົ້າລະບຽບຫຼັກການ ຊຶ່ງຈະເປັນກໍາລັງແຮງໃຫ້ແກ່ສູນກາງ ແລະ ເພີ່ມທະວີການຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ໃຫ້ເປັນ ປົກກະຕິ ແລະ ເຂັ້ມງວດ.

ຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ຊຶ່ງເປັນກິລາໃໝ່ ທີ່ນອນໃນຈຳນວນ 40 ກວ່າປະເພດກິລາ ຂອງສປປ ລາວ ໂດຍແມ່ນທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຮອງຫົວໜ້າກົມຈັກຕັ້ງ ແລະ ພະນັກງານ ກະຊວງ ສສກ ເປັນປະທານສະຫະພັນ ສ່ວນທ່ານ ຊົ້ງເຈຍຟົ່ງ ປະທານບໍລິສັດ ລາວ-ຊຽງຟົງ ເປັນຮອງປະທານສະຫະພັນ, ທ່ານ ສຸກສະໄໝ ສະເຫຼີມສຸກ ປະທານບໍລິສັດ ພູນຊັບໄອຊີທີຈະເລີນ ຈຳກັດ ເປັນຮອງປະທານ-ເລຂາທິການສະຫະພັນ, ທ່ານ ກັນຍາເພັດ ພັນດານຸວົງ ຮອງຫົວໜ້າພາກວິຊາກາຍະກຳ ເປັນຮອງເລຂາທິການ ແລະ ທ່ານ ນາງ ພອນທິບ ສອນຕາວັນ ພະນັກງານກົມກິລາດັບສູງເປັນນາຍຄັງ. ນອກນັ້ນ, ກໍຍັງມີຄະນະກຳມະການອີກຈຳນວນ 3 ທ່ານ.

ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ - 431667146 918930783568064 2588434513834201670 n 1024x682 - ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ

ຂ່າວຈາກ: ໜັງສືພິມສຶກສາ-ກິລາລາຍວັນ

ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ - 3 - ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ
ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ - 5 - ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ
ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ - 4 - ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ