ສສ ຫວຽດນາມຈະສືບຕໍ່ຮ່ວມມືຊ່ວຍເຫລືອລາວ ທາງດ້ານ ສະພາທະນາຍຄວາມໃຫ້ຫລາຍຂຶ້ນ

ສສ ຫວຽດນາມຈະສືບຕໍ່ຮ່ວມມືຊ່ວຍເຫລືອລາວ ທາງດ້ານ ສະພາທະນາຍຄວາມໃຫ້ຫລາຍຂຶ້ນ - 620 - ສສ ຫວຽດນາມຈະສືບຕໍ່ຮ່ວມມືຊ່ວຍເຫລືອລາວ ທາງດ້ານ ສະພາທະນາຍຄວາມໃຫ້ຫລາຍຂຶ້ນ
ສສ ຫວຽດນາມຈະສືບຕໍ່ຮ່ວມມືຊ່ວຍເຫລືອລາວ ທາງດ້ານ ສະພາທະນາຍຄວາມໃຫ້ຫລາຍຂຶ້ນ - kitchen vibe - ສສ ຫວຽດນາມຈະສືບຕໍ່ຮ່ວມມືຊ່ວຍເຫລືອລາວ ທາງດ້ານ ສະພາທະນາຍຄວາມໃຫ້ຫລາຍຂຶ້ນ

ວັນທີ 4 ມີນາ 2024 ທີ່ຫ້ອງຮັບແຂກກະຊວງຍຸຕິທໍາ, ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທໍາ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ຂອງ ທ່ານ ໂດ້ຫງັອກທິງ ປະທານສະຫະພັນສະພາທະນາຍຄວາມ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ສອງຝ່າຍໄດ້ໂອ້ລົມປຶກສາຫາລື ແລະ ຕີລາຄາທົບທວນຄືນຜົນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ລະຫວ່າງ ສະພາທະນາຍຄວາມ ສປປ ລາວ ກັບ ສະຫະພັນສະພາທະນາຍຄວາມ ສສ ຫວຽດນາມ ການສົນທະນາໄດ້ຍົກໃຫ້ເຫັນບົດຮຽນຂອງວຽດນາມເປັນຕົ້ນ ລະບົບຍຸຕິທຳ; ວິໃສທັດ ແລະ ຍຸດທະສາດ ຂອງສະຫະພັນທະນາຍຄວາມ ຫວຽດນາມ; ລະບົບການຈັດຕັ້ງ, ວິທີການປະຕິບັດ ແລະ ການພົວພັນ ກັບບັນດາສະຫະພັນທະນາຍຄວາມທ້ອງຖິ່ນ; ກົນໄກການປະສານງານ ລະຫວ່າງສະຫະພັນທະນາຍຄວາມຫວຽດນາມ ແລະ ບັນດາອົງການເຊັ່ນ: ສານປະຊາຊົນ, ອົງການໄອຍະການ, ຕຳຫລວດ ແລະ ກະຊວງຍຸຕິທຳ; ເຄືອຂ່າຍເຊື່ອມຕໍ່ຂອງທະນາຍຄວາມ, (ເຊື່ອມຕໍ່ພາຍໃນ ແລະ ສາກົນ) ພິເສດແມ່ນເຊື່ອມຕໍ່ເຄືອຂ່າຍທະນາຍຄວາມຫວຽດນາມ; ລະບົບການຢັ້ງຢືນ, ການຝຶກອົບຮົມ, ບຳລຸງ, ສ້າງຍົກລະດັບ ແລະ ຊຸກຍູ້ສົ່ງເສີມການພັດທະນາວິຊາຊີບທະນາຍຄວາມ; ການສະ ໜອງການບໍລິການ ແລະ ຊ່ວຍເຫລືອທາງດ້ານກົດໝາຍ; ແຜນການກໍ່ສ້າງ, ການຈັດສັນ ແລະ ການຄຸ້ມຄອງການເງິນຂອງສະພາທະນາຍຄວາມຫວຽດນາມ; ຍົກສູງຄວາມສາມາດ ແລະ ພາລະບົດບາດຂອງທະນາຍຄວາມຍິງ ແລະ ບົດຮຽນອື່ນໆ.

ໂອກາດນີ້, ທ່ານ ໂດ້ຫງັອກທິງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສັນຍາວ່າຈະສືບຕໍ່ຊ່ວຍເຫລືອ ແລະ ສືບຕໍ່ສາຍພົວພັນຮ່ວມມື ກັບ ສະພາທະນາຍຄວາມ ສປປ ລາວ ໃຫ້ຫລາຍຂຶ້ນກວ່າເກົ່າ.

ສສ ຫວຽດນາມຈະສືບຕໍ່ຮ່ວມມືຊ່ວຍເຫລືອລາວ ທາງດ້ານ ສະພາທະນາຍຄວາມໃຫ້ຫລາຍຂຶ້ນ - 3 - ສສ ຫວຽດນາມຈະສືບຕໍ່ຮ່ວມມືຊ່ວຍເຫລືອລາວ ທາງດ້ານ ສະພາທະນາຍຄວາມໃຫ້ຫລາຍຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!