ແຂວງບໍ່ແກ້ວປ່ອຍປາລົງສູ່ວັງສະຫງວນ

- kitchen vibe - ແຂວງບໍ່ແກ້ວປ່ອຍປາລົງສູ່ວັງສະຫງວນ

- Bokeo4 31 - ແຂວງບໍ່ແກ້ວປ່ອຍປາລົງສູ່ວັງສະຫງວນ

ໃນວັນທີ 30 ມີນາຜ່ານມາ ນີ້, ການນຳແຂວງບໍ່ແກ້ວນຳ ໂດຍ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວໄດ້ຈັດພິທີ ປ່ອຍປາເປັນຈຳນວນຫລາຍລົງ ສູ່ວັງສະຫງວນ ແລະ ມອບໃຫ້ ຊາວບ້ານເປັນຜູ້ປົກປັກຮັກສາມາຮອດປັດຈຸບັນອຳນາດການ ປົກຄອງບ້ານໄດ້ຕົກລົງເອກະ ພາບກັນໃນການກຳນົດຂອບ ເຂດເອົາວັງສະຫງວນ ແລະ ວັງເລິກເປັນວັງຂອງບ້ານທີ່ມີຄວາມຍາວ 1.100 ແມັດ,  ຕາມສາຍນ້ຳງາວ, ທິດເໜືອ ຕິດກັບວັງຄອນ, ທິດໃຕ້ຕິດກັບຂົວບ້ານປຸງ.

ທ່ານ ສິງທອງ ວິລະສຸກ ເຈົ້າເມືອງຫວ້ຍຊາຍເວົ້າວ່າ: ເພື່ອເປັນການອະນຸລັກຮັກສາ ແລະ  ຂະຫຍາຍພັນສັດນ້ຳພື້ນ ເມືອງທີ່ໃກ້ຈະສູນພັນນັ້ນໃຫ້ມີການແຜ່ພັນຫລາຍຂຶ້ນ, ເພື່ອ ເປັນການປົກປັກຮັກສາ ແລະ  ຄຸ້ມຄອງແນວພັນປາບາງຊະນິດເພື່ອຕອບສະໜອງທາງດ້ານສະບຽງອາຫານໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການ ແລະ ມີຄວາມຍືນຍົງ.

- 4 - ແຂວງບໍ່ແກ້ວປ່ອຍປາລົງສູ່ວັງສະຫງວນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!