ປະທານາທິບໍດີຄົນທີ 7 ແຫ່ງສະຫະລັດອາເມລິກາ


ທ່ານ ແອນດຣູ ແຈັກສັນ ປະທານາທິບໍດີຄົນທີ 7 ແຫ່ງສະຫະລັດອາເມລິກາ (1829-1837), ເກີດເມື່ອວັນທີ 15 ມີນາ 1767 ເກີດທີ່ເມືອງແວກຊ໌ຮໍ ເມືອງເຊົາແຄໂຮໄລນາ, ຈົບການສຶກສາດ້ານກົດໝາຍ ແລະ ໄດ້ຮັບເລືອກເປັນສະມາຊິກລັດຖະສະພາຈາກເມືອງເທນເນສຊີ ໃນປີ 1796 ເປັນສະມາຊິກວຸດຖິສະພາໃນປີ1797 ແລະ ລະຫວ່າງປີ 1798-1804 ໄດ້ດໍາລົງຕໍາແໜ່ງຜູ້ພິພາກສາສານສູງ ແລະ ກ່ອນໜ້ານີ້, ທ່ານ ແອນດຣູ ແຈັກສັນ ຍັງເຄີຍເປັນນັກຄ້າທີ່ດິນຢູ່ໄລຍະໜຶ່ງ.
ໃນປີ 1821 ແອນດຣູ ແຈັກສັນ ດໍາລົງຕໍາແໜ່ງຜູ້ວ່າການເມືອງຟໍຣິດາຝ່າຍທະຫານ ຕໍ່ມາໃນໄລຍະສົງຄາມຕໍ່ສູ້ກັບອັງກິດ ໃນປີ 1812 ແອນດຣູ ແຈັກສັນ ໄດ້ຮັບມອບໝາຍໃຫ້ເປັນຜູ້ບັນຊາການກອງທັບອາເມລິກາສ່ວນໃຕ້ ຊື່ສຽງອັນໂດ່ງດັງຂອງ ແອນດຣູ ແຈັກສັນ ເລີ່ມຈາກສົງຄາມເມື່ອຄັ້ງທີ່ຮົບກັບອິນເດຍແດງ ແລະ ມີຊື່ສຽງຫຼາຍຂຶ້ນ ຈາກການໄດ້ຮັບໄຊຊະນະຕໍ່ກອງທັບອັງກິດທີ່ນິວອໍຣລີນ (ປີ1815) ເຫດຜົນສໍາຄັນທີ່ເຮັດໃຫ້ ແອນດຣູ ແຈັກສັນ ໄດ້ຮັບເລືອກເປັນປະທານນາທິບໍດີ ເນື່ອງຈາກໄດ້ຮັບການສະໜັບສະໜູນ ກ່ຽວກັບນະໂຍບາຍຂອງການພັດທະນາແບບໃຫມ່ທີ່ເອີ້ນກັນພາຍຫຼັງວ່າ “ປະຊາທິປະໄຕແຈັກສັນ” (Jacksonian democracy). ແອນດຣູ ແຈັກສັນ ມີອິດທິພົນ ແລະ ເປັນສູນກາງຂອງວົງການເມືອງອາເມລິກັນ ລະຫວ່າງ 1820-1830.
ແອນດຣູ ແຈັກສັນ ຖືເປັນປະທານາທິບໍດີຄົນທໍາອິດທີ່ກ່ຽວຂ້ອງກັບເຂດຊາຍແດນອາເມລິກາ.