ມອບ-ຮັບສຸກສາລາ ບ້ານ ວຽງໄຊ ເມືອງ ພູວົງ ມູນຄ່າ 50.000 ໂດລາ ໂດຍການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ


ວັນທີ 23 ກຸມພາ 2024, ໄດ້ມີພິທີມອບ-ຮັບສຸກສາລາ ບ້ານ ວຽງໄຊ ເມືອງ ພູວົງ ແຂວງ ອັດຕະປື, ເຂົ້າຮ່ວມຂອງ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງ ອັດຕະປື, ມີ ທ່ານ ປຣາຊານ ອາເກຼີວາຣ ເອກອັກຄະລັດທະທູດອິນເດຍ ປະຈໍາ ສປປ ລາວ.
ໂຄງການກໍ່ສ້າງອາຄານສຸກສາລາຕັ້ງຢູ່ບ້ານ ວຽງໄຊ ເມືອງ ພູວົງ ເປັນໂຄງການໜຶ່ງທີ່ນອນໃນແຜນປັບປຸງພື້ນຖານໂຄງລ່າງຂອງວຽກງານສາທາລະນະສຸກຂອງເມືອງ ພູວົງ ມີມູນຄ່າ 50.000 ໂດລາສະຫາລັດ, ໂດຍການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຊ່ວຍເຫລືອໂດຍລັດຖະບານອິນເດຍ, ເຊິ່ງແມ່ນພະແນກສາທາລະນະສຸກແຂວງ ອັດຕະປື ເປັນເຈົ້າຂອງໂຄງການ, ເລີ່ມລົງມືກໍ່ສ້າງ ແຕ່ວັນທີ 16 ພະຈິກ 2022 ຫາ ວັນທີ 16 ສິງຫາ 2023 ລວມການກໍ່ສ້າງ 9 ເດືອນ. ສຸກສາລາບ້ານ ວຽງໄຊ ເປັນອາຄານຊັ້ນດຽວເນື້ອທີ່ 20 x 12 ແມັດ, ຂະໜາດບັນຈຸຕຽງ ຄົນເຈັບ 5 ຕຽງ ປະກອບມີຫ້ອງຮັບໃຊ້ ເຊັ່ນ: ຫ້ອງນອນຄົນເຈັບ, ຫ້ອງເກີດລູກ, ຫ້ອງວິເຄາະ, ຫ້ອງກວດພະຍາດ, ຫ້ອງສຸຂະພາບ ແມ່ ແລະ ເດັກ, ຫ້ອງຈ່າຍຢາ, ຫ້ອງນໍ້າແພດ ແລະ ຫ້ອງນໍ້າຄົນເຈັບ ແລະ ເພື່ອເຮັດໃຫ້ໂຄງການມີຄວາມຍືນຍົງ ແລະ ຮັບການບໍລິການທີ່ດີໃນຕໍ່ໜ້າຕ້ອງໄດ້ມີການວາງແຜນທີ່ດີ ແລະ ຖືກຕ້ອງທາງດ້ານວິຊາການຕ່າງໆ ທາງຂະແໜງສາທາລະນະສຸກ ຈະເປັນຈຸດໃຈກາງທາງດ້ານວິຊາການ ເອົາໃຈໃສ່ປັບປຸງຂອດການບໍລິການ, ຍົກລະດັບສຸກສາລາແຫ່ງນີ້ຂຶ້ນເປັນປະເພດ (ກ) ໃນອະນາຄົດຕາມເວລາອັນສົມຄວນ, ສ້າງແຜນຄວາມຕ້ອງການອຸປະກອນການແພດ, ຍົກລະດັບບຸກຄະລາກອນ, ແຜນບໍາລຸງອາຄານ ແລະ ອື່ນໆ ໃຫ້ມີຄວາມຍືນຍົງ.