ພາຍຸໝູນຮຸນແຮງ ພັດເຂົ້າອິນໂດເນເຊຍ ເຮືອນປະຊາຊົນຫລາຍຫລັງຄາໄດ້ຮັບຄວາມເສຍຫາຍ

ພາຍຸໝູນຮຸນແຮງ ພັດເຂົ້າອິນໂດເນເຊຍ ເຮືອນປະຊາຊົນຫລາຍຫລັງຄາໄດ້ຮັບຄວາມເສຍຫາຍ - 1533842 img - ພາຍຸໝູນຮຸນແຮງ ພັດເຂົ້າອິນໂດເນເຊຍ ເຮືອນປະຊາຊົນຫລາຍຫລັງຄາໄດ້ຮັບຄວາມເສຍຫາຍ
ພາຍຸໝູນຮຸນແຮງ ພັດເຂົ້າອິນໂດເນເຊຍ ເຮືອນປະຊາຊົນຫລາຍຫລັງຄາໄດ້ຮັບຄວາມເສຍຫາຍ - kitchen vibe - ພາຍຸໝູນຮຸນແຮງ ພັດເຂົ້າອິນໂດເນເຊຍ ເຮືອນປະຊາຊົນຫລາຍຫລັງຄາໄດ້ຮັບຄວາມເສຍຫາຍ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 22 ກຸມພາ 2024 ວ່າ: ເກີດເຫດພາຍຸໝູນຮຸນແຮງພັດຖະຫລົ່ມ ແຂວງຊວາ ເຂດບັນດຸງ ທາງຕາເວັນຕົກຂອງອິນໂດເນເຊຍ, ຄວາມແຮງຂອງລົມໄດ້ພັດເອົາເຄື່ອງຂອງວັດຖຸຕ່າງໆປິວຂຶ້ນອາກາດ ຄວາມໄວລົມສູງເຖິງ 70 ກິໂລແມັດຕໍ່ຊົ່ວໂມງ.

ພາຍຸໝູນດັ່ງກ່າວໄດ້ສ້າງຄວາມເສຍຫາຍເປັນບໍລິເວນກວ້າງໃນເຂດບັນດຸງ, ເຮືອນຂອງປະຊາຊົນຫລາຍຫລັງໄດ້ຮັບຄວາມເສຍຫາຍ ຫຼັງຄາຖືກລົມພັດປິວກະແຈກກະຈາຍໄປຕາມອາກາດ, ຕົ້ນໄມ້ຈຳນວນຫລາຍຖືກພັດຫັກໂຄ່ນ, ນອກນີ້ຍັງມີຝົນຕົກໜັກພ້ອມກັບໝາກເຫັບອີກ. 

ຫລ້າສຸດມີລາຍງານ ເຮືອນປະຊາຊົນໄດ້ຮັບຄວາມເສຍຫາຍ 60 ກວ່າຫລັງ, ມີຜູ້ບາດເຈັບຢ່າງໜ້ອຍ 22 ຄົນ ແລະ ຈະມີການປະເມີນຄວາມເສຍຫາຍຕື່ມອີກ.

ພາຍຸໝູນຮຸນແຮງ ພັດເຂົ້າອິນໂດເນເຊຍ ເຮືອນປະຊາຊົນຫລາຍຫລັງຄາໄດ້ຮັບຄວາມເສຍຫາຍ - 5 - ພາຍຸໝູນຮຸນແຮງ ພັດເຂົ້າອິນໂດເນເຊຍ ເຮືອນປະຊາຊົນຫລາຍຫລັງຄາໄດ້ຮັບຄວາມເສຍຫາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!