ອິນໂດເນເຊຍເປີດຕົວສະຖານີເຕີມເຊື້ອໄຟໄຮໂດຣເຈນແຫ່ງທໍາອິດ

ອິນໂດເນເຊຍເປີດຕົວສະຖານີເຕີມເຊື້ອໄຟໄຮໂດຣເຈນແຫ່ງທໍາອິດ - 4eb32ea0 cfb5 11ee a60b 53cac7252e60 original - ອິນໂດເນເຊຍເປີດຕົວສະຖານີເຕີມເຊື້ອໄຟໄຮໂດຣເຈນແຫ່ງທໍາອິດ
ອິນໂດເນເຊຍເປີດຕົວສະຖານີເຕີມເຊື້ອໄຟໄຮໂດຣເຈນແຫ່ງທໍາອິດ - kitchen vibe - ອິນໂດເນເຊຍເປີດຕົວສະຖານີເຕີມເຊື້ອໄຟໄຮໂດຣເຈນແຫ່ງທໍາອິດ

      ວັນທີ 19 ກຸມພາ, PLN ບໍລິສັດໄຟຟ້າຂອງລັດຖະບານອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍໄດ້ຈັດຕັ້ງສະຖານີເຕີມເຊື້ອໄຟໄຮໂດຣເຈນແຫ່ງທໍາອິດສໍາລັບລົດເຊື້ອໄຟໄຮໂດຣເຈນ ແລະ ວາງແຜນເປີດນໍາໃຊ້ພາຍໃນເດືອນກຸມພານີ້.

     ທ່ານ ດາມາວັນ ປຣາໂຊດໂຢ ປະທານກໍາມະການບໍລິຫານຂອງ PLN ກ່າວວ່າ: ສະຖານີໄຮໂດຣເຈນເປັນສ່ວນໜຶ່ງຂອງຄວາມພະຍາຍາມພັດທະນາພະລັງງານໝູນວຽນໃໝ່ ແລະ ລະບົບນິເວດລົດແຫ່ງອະນາຄົດ ເຊິ່ງຄວບຄຸມການຈັດຫາໄຮໂດຣເຈນທີ່ເປັນມິດຕໍ່ສິ່ງແວດລ້ອມສໍາລັບຄວາມຕ້ອງການທາງການຂົນສົ່ງ.

ອິນໂດເນເຊຍເປີດຕົວສະຖານີເຕີມເຊື້ອໄຟໄຮໂດຣເຈນແຫ່ງທໍາອິດ - Visit Laos Visit SALANA BOUTIQUE HOTEL - ອິນໂດເນເຊຍເປີດຕົວສະຖານີເຕີມເຊື້ອໄຟໄຮໂດຣເຈນແຫ່ງທໍາອິດ

     ທ່ານ ປຣາໂຊກໂຢ ຊີ້ວ່າ: ອິນໂດເນເຊຍພ້ອມຈະເປັນຜູ້ຫລິ້ນຄົນສໍາຄັນໃນລະບົບນິເວດລົດຍົນເຊື້ອໄຟໄຮໂດຣເຈນ ຄືກັບທີ່ໄດ້ເປັນໜຶ່ງໃນຜູ້ບຸກເບີກການສ້າງລະບົບນິເວດລົດໄຟຟ້າ ໂດຍສະຖານີໄຮໂດຣເຈນນີ້ປະກອບມີຈຸດຊາກລົດໄຟຟ້າໄຮໂດຣເຈນ, ສູນໄຮໂດຣເຈນ ແລະ ໄຮໂດຣເຈນ ແກລລໍຣີ ຣູມ ເຊິ່ງເປັນສູນຝຶກອົບຮົມ ແລະ ສຶກສາກ່ຽວກັບໄຮໂດຣເຈນ.

      ນອກຈາກນັ້ນ, ທ່ານ ປຣາໂຊກໂຢ ກ່າວວ່າ: ການເປີດເຜີຍຂໍ້ມູນກ່ຽວກັບສະຖານີໄຮໂດຣເຈນນີ້ຢູ່ງານຈັດສະແດງລົດປະຈໍາປີຂອງອິນໂດເນເຊຍໃນນະຄອນຫລວງຈາກາຕາຈະເປັນດັງຄໍາເຊີນນັກທຸລະກິດ ແລະ ຊຸມຊົນໃນແວດວົງລົດທົ່ວໂລກເລີ່ມຕົ້ນປ່ຽນມາໃຊ້ລົດແຫ່ງອະນາຄົດທີ່ໃຊ້ເຊື້ອໄຟໄຮໂດຣເຈນທີ່ເປັນມິດຕໍ່ສິ່ງແວດລ້ອມ.

     ອິນໂດເນເຊຍ ເຊິ່ງເປັນປະເທດທີ່ມີປະຊາກອນຫລາຍທີ່ສຸດອັນດັບ 4 ຂອງໂລກ ກໍາລັງຕັ້ງເປົ້າຫລຸດການປ່ອຍກາກບອນ ແລະ ບັນລຸເປົ້າໝາຍປ່ອຍແກັສເຮືອນແກ້ວເປັນສູນພາຍໃນປີ 2060.

ອິນໂດເນເຊຍເປີດຕົວສະຖານີເຕີມເຊື້ອໄຟໄຮໂດຣເຈນແຫ່ງທໍາອິດ - 4 - ອິນໂດເນເຊຍເປີດຕົວສະຖານີເຕີມເຊື້ອໄຟໄຮໂດຣເຈນແຫ່ງທໍາອິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!