ປີ 2023 ອັດຕະປື ອະນຸຍາດໃຫ້ພາກເອກະຊົນລົງທຶນ10 ໂຄງການ ມູນຄ່າ 44,5 ຕື້ກີບ


ທ່ານ ສູນນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ອັດຕະປື ລາຍງານຕໍ່ກອງປະຊຸມສະຫລຸບວຽກງານແຜນການ ແລະ ການລົງທຶນທົ່ວແຂວງວ່າ: ປີ 2023 ຜ່ານມາໃນປີ 2023, ແຂວງ ອັດຕະປື ໄດ້ອະນຸຍາດໃຫ້ຜູ້ລົງທຶນພາກເອກະຊົນ ລົງທຶນທັງໝົດ 10 ໂຄງການ, ໃນນີ້, ຂະແໜງບໍ່ແຮ່ 6 ໂຄງການ ແລະ ຂະແໜງກະສິກໍາ 4 ໂຄງການ, ມູນຄ່າການລົງທຶນ 550.000 ໂດລາສະຫະລັດ ຫລື 44,5 ຕື້ກີບ, ເຊິ່ງ ຂັນແຂວງອະນຸມັດ ມີ 6 ໂຄງການ ແລະ ສູນກາງອະນຸມັດ ມີ 4 ໂຄງການ.
ນອກນີ້ ຍັງໄດ້ຄົ້ນຄວ້າປັບປຸງ ແລະ ສ້າງນິຕິກໍາຈໍານວນໜຶ່ງໃຫ້ສອດຄ່ອງກັບສະພາບຕົວຈິງ, ໄດ້ຮັບສິດໃນການພິຈາລະນາ ແລະ ອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບຜູ້ລົງທຶນສໍາລັບໂຄງການສຶກສາຄວາມເປັນໄປໄດ້ໃນການລົງທຶນສຳປະທານດ້ານກະສິກຳ-ປ່າໄມ້ ແລະ ການບໍລິການຕາມຂໍ້ຕົກລົງສະບັບເລກທີ 003/ຄລທ, ລົງວັນທີ 6 ມີຖຸນາ 2022 ເຮັດໃຫ້ຕົວເລກການລົງທຶນວິສາຫະກິດພາຍໃນ ແລະ ຕ່າງປະເທດນັບມື້ເພີ່ມຂຶ້ນ.