ປະທານປະເທດ ຊີ້ນຳໃຫ້ກອງພັນ 609 ທະຫານແຂວງໄຊຍະບູລີ ສ້າງພະລາທີ່ ສ້າງລາຍຮັບເຂົ້າກົມກອງ

ປະທານປະເທດ ຊີ້ນຳໃຫ້ກອງພັນ 609 ທະຫານແຂວງໄຊຍະບູລີ ສ້າງພະລາທີ່ ສ້າງລາຍຮັບເຂົ້າກົມກອງ - 420 - ປະທານປະເທດ ຊີ້ນຳໃຫ້ກອງພັນ 609 ທະຫານແຂວງໄຊຍະບູລີ ສ້າງພະລາທີ່ ສ້າງລາຍຮັບເຂົ້າກົມກອງ
ປະທານປະເທດ ຊີ້ນຳໃຫ້ກອງພັນ 609 ທະຫານແຂວງໄຊຍະບູລີ ສ້າງພະລາທີ່ ສ້າງລາຍຮັບເຂົ້າກົມກອງ - kitchen vibe - ປະທານປະເທດ ຊີ້ນຳໃຫ້ກອງພັນ 609 ທະຫານແຂວງໄຊຍະບູລີ ສ້າງພະລາທີ່ ສ້າງລາຍຮັບເຂົ້າກົມກອງ

ວັນທີ 16 ກຸມພາ 2024, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມກອງພັນ 609 ທະຫານແຂວງໄຊຍະບູລີ. ໂດຍທີ່ທ່ານໄດ້ສະແດງຄວາມຢ້ຽມຢາມຖາມຂ່າວເຖິງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ການຈັດຕັ້ງເຄື່ອນໄຫວຂອງກົມກອງດ້ວຍຄວາມເປັນຫ່ວງເປັນໃຍ, ຄວາມຮັກແພງອັນອົບອຸ່ນ, ພ້ອມທັງຍົກໃຫ້ເຫັນສະພາບເສດຖະກິດໃນປະຈຸບັນມີຄວາມຫຍຸ້ງຍາກເຊັ່ນ ໄພເງິນເຟີ້, ສິນຄ້າລາຄາແພງ ແລະ ໃຫ້ທິດຊີ້ນຳຫລາຍບັນຫາທີ່ສຳຄັນຕໍ່ຄະນະພັກ-ຄະນະບັນຊາ ກອງພັນ 609 ເປັນຕົ້ນໃຫ້ເອົາໃຈໃສ່ສືບຕໍ່ຂະຫຍາຍພື້ນຖານການຜະລິດສ້າງພາລາທິການກັບທີ່ດ້ວການ ປູກຟັງ-ລ້ຽງສັດ ຕາມທ່າແຮງຂອງກົມກອງເພື່ອສະໜອງພືດຜັກໃຫ້ທ້ອງຕະຫລາດໃຫ້ຫລາຍເພື່ອສ້າງລາຍຮັບເຂົ້າກົມກອງ.

ພ້ອມນີ້, ທ່ານ ປະທານປະເທດ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບໃຫ້ຮັກສາມູນເຊື້ອອັນດີງາມຂອງກອງທັບ ເປັນຕົ້ນແມ່ນມູນເຊື້ອພິລະອາດຫານບໍ່ຍອມຈຳນົນຕໍ່ສັດຕູ, ມູນເຊື້ອຄວາມສາມັກຄີປອງລະຫວ່າງກອງທັບ ກັບປະຊາຊົນປຽບເໝືອນປາກັບນ້ຳທີ່ຕັດແຍກອອກຈາກກັນບໍ່ໄດ້, ເສີມຂະຫຍາຍບົດບາດການນຳພາຂອງຕົນຕໍ່ໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງກໍ່ສ້າງກຳລັງແຮງສັງລວມຂອງກົມກອງໃຫ້ເຂັ້ມແຂງ ສືບຕໍ່ຄວາມສາມັກຄີປອງດອງກັບອຳນາດການປົກຄອງທ້ອງຖິ່ນໃຫ້ແໜ້ນແຟ້ນເພື່ອພ້ອມກັນປົກປັກຮັກສາອຳນາດອະທິປະໄຕຂອງຕົນໃວ້ໃຫ້ໝັ້ນຄົງຕະຫລອດໄປ.

ປະທານປະເທດ ຊີ້ນຳໃຫ້ກອງພັນ 609 ທະຫານແຂວງໄຊຍະບູລີ ສ້າງພະລາທີ່ ສ້າງລາຍຮັບເຂົ້າກົມກອງ - Visit Laos Visit SALANA BOUTIQUE HOTEL - ປະທານປະເທດ ຊີ້ນຳໃຫ້ກອງພັນ 609 ທະຫານແຂວງໄຊຍະບູລີ ສ້າງພະລາທີ່ ສ້າງລາຍຮັບເຂົ້າກົມກອງ
ປະທານປະເທດ ຊີ້ນຳໃຫ້ກອງພັນ 609 ທະຫານແຂວງໄຊຍະບູລີ ສ້າງພະລາທີ່ ສ້າງລາຍຮັບເຂົ້າກົມກອງ - 5 - ປະທານປະເທດ ຊີ້ນຳໃຫ້ກອງພັນ 609 ທະຫານແຂວງໄຊຍະບູລີ ສ້າງພະລາທີ່ ສ້າງລາຍຮັບເຂົ້າກົມກອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!