ຕຳຫລວດຍີ່ປຸ່ນ ຈັບເຈົ້າຂອງຮ້ານຂາຍກະເປົາແບຣນເນມລອກຮຽນແບບ

ຕຳຫລວດຍີ່ປຸ່ນ ຈັບເຈົ້າຂອງຮ້ານຂາຍກະເປົາແບຣນເນມລອກຮຽນແບບ - 8 - ຕຳຫລວດຍີ່ປຸ່ນ ຈັບເຈົ້າຂອງຮ້ານຂາຍກະເປົາແບຣນເນມລອກຮຽນແບບ
ຕຳຫລວດຍີ່ປຸ່ນ ຈັບເຈົ້າຂອງຮ້ານຂາຍກະເປົາແບຣນເນມລອກຮຽນແບບ - kitchen vibe - ຕຳຫລວດຍີ່ປຸ່ນ ຈັບເຈົ້າຂອງຮ້ານຂາຍກະເປົາແບຣນເນມລອກຮຽນແບບ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 17 ກຸມພາ 2024 ວ່າ: ຍິງອາຍຸ 64 ປີ ເປັນເຈົ້າຂອງຮ້ານຂາຍກະເປົາໃນເຂດ ຄັດສຶຊິກະ ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ຕົກເປັນຜູ້ສົງໄສປອມແປງລິຂະສິດ ຫລັງຈາກເຈົ້າໜ້າທີ່ກວດສອບພົບວ່າມີສິນຄ້າປອມຢູ່ໃນຮ້ານ ແລະ ທີ່ສຳຄັນຜູ້ກ່ຽວເປັນຄົນຜະລິດສິນຄ້າຂຶ້ນມາເອງ.

ຕຳຫລວດຍີ່ປຸ່ນ ຈັບເຈົ້າຂອງຮ້ານຂາຍກະເປົາແບຣນເນມລອກຮຽນແບບ - Visit Laos Visit SALANA BOUTIQUE HOTEL - ຕຳຫລວດຍີ່ປຸ່ນ ຈັບເຈົ້າຂອງຮ້ານຂາຍກະເປົາແບຣນເນມລອກຮຽນແບບ

ປະມານ 2-3 ປີກ່ອນ ຜູ້ກ່ຽວໄດ້ເປີດຮ້ານຂາຍກະເປົາທຳມະດາ ແຕ່ກິດຈະການບໍ່ໄດ້ຂາຍດີພໍເທົ່າໃດ, ຈຶ່ງພະຍາຍາມແກ້ໄຂສະຖານະການເພື່ອໃຫ້ທຸລະກິດດຳເນີນໄປຕໍ່, ຂະນະນັ້ນມີລາຍການທາງໂທລະພາບລາຍການໜຶ່ງທີ່ມີເນື້ອຫາກ່ຽວກັບຄວາມນິຍົມກະເປົາ ແລະ ສິນຄ້າຍ່ອຍທີ່ເປັນຂອງແບຣນເນມຈາກຕ່າງປະເທດ ຜູ້ກ່ຽວຈຶ່ງຕັດສິນໃຈວ່າຈະເຮັດຕາມກະແສນິຍົມດັ່ງກ່າວ.

ຫລັງຈາກທີ່ຄົ້ນຫາແຫລ່ງວັດຖຸດິບຈົນສາມາດຊອກຫາຊື້ຜ້າ ແລະ ໜັງທຽມພິມລາຍໂລໂກ້ແບຣນຕ່າງໆໄດ້ຈາກຊ່ອງທາງອອນລາສຍ, ຈຶ່ງເລີ່ມຜະລິດກະເປົາເພື່ອວາງຂາຍ.

ຕະຫລອດໄລຍະຜ່ານມາຜູ້ກ່ຽວໄດ້ຜະລິດກະເປົາລອກຮຽນແບບຕ່າງໆໂດຍສະເພາະແມ່ນລາຍ ຫລຸຍວິກຕອງ, ຊາແນວ, ກຸດຊີ່…ຂະນະທີ່ຕຳຫລວດເຂົ້າຈັບກຸມນັ້ນ ພົບສິນຄ້າປະມານ 330 ໜ່ວຍ ເຊິ່ງກະກຽມຈະນຳໄປວາງຂາຍ.

ຕຳຫລວດຍີ່ປຸ່ນ ຈັບເຈົ້າຂອງຮ້ານຂາຍກະເປົາແບຣນເນມລອກຮຽນແບບ - 4 - ຕຳຫລວດຍີ່ປຸ່ນ ຈັບເຈົ້າຂອງຮ້ານຂາຍກະເປົາແບຣນເນມລອກຮຽນແບບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!